43 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ເຮັດໜ້າທີ່ພິຈາລະນາຕັດສິນ ແລະ ພິພາກສາຄະດີ ຂອງສານທະຫານຂັ້ນສູງ, ໂດຍຢືດໝັ້ນຄວາມຖືກຕ້ອງເປັນທໍາທັງ 2 ຝ່າຍ









ເນື່ອງໃນໂອກາດວັນສ້າງຕັ້ງສານທະຫານຂັ້ນສູງ ( 13 ກໍລະກົດ 1982-13 ກໍລະກົດ 2025 ຄົບຮອບ 43 ປີ ) ສະຫາຍ ພັນເອກ ວັນ ສີເຟືອງ ຮອງປະທານສານທະຫານຂັ້ນສູງ ໄດ້ສໍາພາດວ່າ: ເມື່ອຫວນຄືນໄປ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ 02 ທັນວາ 1975 ໃນເບື່ອງຕົ້ນບໍ່ມີການຈັດຕັ້ງຂອງສານທະຫານ ການເຄື່ອນໄຫວດໍາເນີນຕັດສິນຄະດີໃນກອງທັບ ແມ່ນຂຶ້ນກັບກະຊວງປ້ອງກັນປະເທດ ໂດຍກົງ ໂດຍອີງໃສ່ ຄໍາສັ່ງເລກທີ 53/ນຍ, ລົງວັນທີ 15 ຕຸລາ 1976 ກ່ຽວກັບການຈັບຕົວ; ການສືບສວນ ແລະ ການຕັດສິນຜູ້ກະທໍາຜິດເປັນບ່ອນອີງ. ຕໍ່ມາ ອີງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ທີ່ຕ້ອງເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງເທື່ອລະກ້າວ ດັ່ງນັ້ນ ຄະນະເລຂາທິການສູນກາງພັກ ຈິ່ງໄດ້ມີມະຕິຕົກລົງ ສະບັບເລກທີ 107/ຄລສພ, ລົງວັນທີ 13 ກໍລະກົດ 1982 ວ່າດ້ວຍການສ້າງຕັ້ງ ກົມສານທະຫານກອງທັບປະຊາຊົນລາວຂື້ນທີ່ສຳນັກງານກະຊວງປ້ອງກັນປະເທດ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ໄດ້ແຕ່ງຕັ້ງ ສະຫາຍ ພັອ ສົມລັກ ພົມມະວົງ ເປັນຫົວໜ້າກົມ, ສະຫາຍ ພັທ ກາສີ ຫຼ່ຽມຜີ ເປັນຮອງກົມ ປະກອບ ມີ 04 ພະແນກການຄື: ພະແນກຫ້ອງການສານທະຫານ, ພະແນກຄົ້ນຄວ້າຮູບການປະຕິບັດໂທດ, ພະແນກກວດກາຄໍາຕັດສິນ, ພະແນກຄົ້ນຄວ້າກົດໝາຍພາຍຫຼັງ, ຈົນມາຮອດ ວັນທີ 14 ສິງຫາ 1991 ລັດຖະທໍາມະນູນສະບັບທໍາອິດ ຂອງ ສປປ ລາວ ໄດ້ຖືກຮັບຮອງໃນ ກອງປະຊຸມສະໄໝສາມັນ ຄັ້ງທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ແລະ ໄດ້ປະກາດໃຊ້ຢ່າງເປັນທາງການຕາມລັດຖະດຳລັດຂອງປະທານປະເທດ ສະບັບ ເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ເຊິ່ງ ໃນມາດຕາ 65 ໄດ້ກໍານົດໄວ້ວ່າ: “ສານປະຊາຊົນ ແມ່ນອົງການພິພາກສາຂອງລັດ ເຊິ່ງປະກອບດ້ວຍສານປະຊາຊົນສູງສຸດ, ສານປະຊາຊົນແຂວງ, ກຳແພງນະຄອນ, ສານປະຊາຊົນເມືອງ ແລະ ສານທະຫານ” ນັບແຕ່ນັ້ນມາກໍຖືວ່າ ສານທະຫານ ແມ່ນສານໜຶ່ງທີ່ນອນໃນລະບົບສານປະຊາຊົນແຫ່ງ ສປປ ລາວ ທີ່ ສ້າງຕັ້ງຂຶ້ນໃນກອງທັບປະຊາຊົນລາວ ແລະ ໄດ້ປ່ຽນຊື່ຈາກ ກົມສານທະຫານ ມາເປັນ ສານທະຫານຂັ້ນສູງ ມີຖານະທຽບເທົ່າກົມ ທີ່ຂຶ້ນກັບການຊີ້ນໍາ-ນໍາພາ ຂອງກົມໃຫຍ່ການເມືອງກອງທັບ, ປະທານສານທະຫານຂັ້ນສູງ ແມ່ນເປັນຮອງປະທານສານປະຊາຊົນສູງສຸດໂດຍຕຳແໜ່ງ. ຕໍ່ມາໃນປີ 1992 ເພື່ອປະຕິບັດຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ວ່າດ້ວຍສານປະຊາຊົນ, ສານທະຫານຈຶ່ງໄດ້ມີການປັບປຸງລະບົບການຈັດຕັ້ງ ໂດຍໄດ້ມີການສ້າງຕັ້ງສານທະຫານພາກຂຶ້ນ ປະກອບມີ 02 ແຫ່ງ ຄື: ສານທະຫານພາກເໜືອ ຕັ້ງຢູ່ ແຂວງຫຼວງພະບາງ ແລະ ສານທະຫານພາກໃຕ້ ຕັ້ງຢູ່ ແຂວງຈຳປາສັກ, ສ່ວນສານທະຫານພາກກາງ ແມ່ນຈັດຕັ້ງເປັນພະແນກໜຶ່ງ ຂຶ້ນກັບສານທະຫານຂັ້ນສູງ ແລະ ສໍາລັບການຕັດສິນຄະດີ ໃນເວລານັ້ນແມ່ນປະກອບດ້ວຍ ຄະນະສານ 1 ຄົນ, ຕຸລາການ 1 ຄົນ, ມາຮອດປີ 2003 ກົດໝາຍວ່າດ້ວຍສານປະຊາຊົນ ໄດ້ມີການປັບປຸງ ແລະ ໄດ້ກໍານົດວ່າ: ສານທະຫານ ມີພາລະບົດບາດດໍາເນີນຕັດສິນຄະດີອາຍາ ກ່ຽວກັບການກະທຳຜິດທີ່ເກີດຂຶ້ນຢູ່ໃນຂົງເຂດວຽກງານການທະຫານ ຫຼື ໃນຂອບເຂດຕັ້ງທັບຂອງທະຫານ. ດັ່ງນັ້ນ ມາຮອດປີ 2006 ສານທະຫານ ຈຶ່ງໄດ້ຍຸບຄະນະສານແພ່ງ ແລະ ມອບຄະດີແພ່ງ (ໂດຍສະເພາະແມ່ນຄະດີຄອບຄົວ) ເບື່ອງກອງທັບ ໃຫ້ສານປະຊາຊົນ ເປັນຜູ້ພິຈາລະນາຕັດສິນຕາມກົດໝາຍ ແລະ ຕໍ່ມາໃນປີ 2007 ລັດຖະມົນຕີກະຊວງປ້ອງກັນປະເທດ ຈຶ່ງໄດ້ປະກາດສ້າງຕັ້ງສານທະຫານພາກ ກາງຂຶ້ນຕັ້ງຢູ່ ນະຄອນຫຼວງວຽງຈັນ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ກົດໝາຍວ່າດ້ວຍສານທະຫານ ສະບັບທຳອິດ ຈຶ່ງໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 7 ໃນຄັ້ງວັນທີ 17 ທັນວາ 2013 ແລະ ປະທານປະເທດໄດ້ປະກາດໃຊ້ຢ່າງເປັນທາງການຕາມລັດຖະດໍາລັດ ສະບັບເລກທີ 067/ປປທ, ລົງວັນທີ 28 ມັງກອນ 2014 ເຊິ່ງຖືໄດ້ວ່າເປັນຂີດໝາຍປະຫວັດສາດ ອັນສໍາຄັນໃນການກໍານົດກົງຈັກການຈັດຕັ້ງ, ບຸກຄະລາກອນ, ພາລະບົດບາດ ສິດ ແລະ ໜ້າທີ່ຂອງສານທະຫານ ຢ່າງເປັນຮູບປະທຳ ແລະ ເປັນລະບົບຄົບຊຸດ ແລະ ໄດ້ກາຍເປັນບ່ອນອີງໃຫ້ສານທະຫານໄດ້ເຄື່ອນໄຫວເຮັດສໍາເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ ແລະ ຢູ່ໃນມາດຕາ 51 ຂອງກົດໝາຍວ່າດ້ວຍສານທະຫານກໍໄດ້ ກໍານົດວັນສ້າງຕັ້ງສານທະຫານແມ່ນ ວັນທີ 13 ກໍລະກົດ 1982, ມາຮອດປີ 2016 ກະຊວງປ້ອງກັນປະເທດ ໄດ້ອະນຸມັດຕົກລົງ ໃຫ້ສານທະຫານພາກເໜືອ, ພາກກາງ ແລະ ພາກໃຕ້ ມາຂຶ້ນກັບສານທະຫານຂັ້ນສູງ ແລະ ກົມໃຫຍ່ການເມືອງກອງທັບໂດຍກົງ ແລະ ຮອບດ້ານ.
ມາຮອດປີ 2023 ກົດໝາຍວ່າດ້ວຍສານທະຫານ (ສະບັບປັບປຸງ) ໄດ້ຖືກຮັບຮອງໃນກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນຄັ້ງວັນທີ 17 ກໍລະກົດ 2023 ຊຶ່ງຢູ່ໃນມາດຕາ 2 (ປັບປຸງ) ສານທະຫານແມ່ນອົງການຕຸລາການ ທີ່ເຮັດໜ້າທີ່ພິຈາລະນາຕັດສິນ, ພິພາກສາ ຄະດີອາຍາ ໃນ ກອງທັບປະຊາຊົນລາວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍສະບັບນີ້, ໃນມາດຕາ 5 (ປັບປຸງ) ຄະດີທີ່ນໍາມາພິຈາລະນາຢູ່ສານທະຫານມີ ຄື: ຄະດີອາຍາ ທີ່ນາຍ ແລະ ພົນທະຫານ, ກຳມະກອນປ້ອງກັນຊາດ ຖືກກ່າວຫາວ່າເປັນຜູ້ກະທໍາຜິດ; ຄະດີອາຍາ ທີ່ກໍາລັງປ້ອງກັນຕົວ, ກອງຫຼອນ, ກໍາລັງສໍາຮອງ, ພາລະກອນປ້ອງກັນຊາດ ຊຶ່ງເຮັດ ໜ້າທີ່ໃນໄລຍະອົບຮົມ, ຫັດແອບ, ກຽມພ້ອມສູ້ຮົບ, ເຄື່ອນໄຫວສູ້ຮົບ ຫຼື ລາດຕະເວນ ທີ່ກອງທັບຄຸ້ມຄອງໂດຍກົງ, ຖືກກ່າວຫາວ່າເປັນຜູ້ກະທໍາຜິດ; ຄະດີອາຍາ ຂອງບຸກຄົນນອກກອງທັບ ທີ່ກໍ່ຄວາມເສຍຫາຍ ຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມລັບທາງການທະຫານ ແລະ ຕໍ່ຜົນປະໂຫຍດຂອງກອງທັບ, ຊີວິດ, ສຸຂະພາບ, ກຽດສັກສີ, ຊັບສິນຂອງນາຍ ແລະ ພົນທະຫານ; ການກະທໍາຜິດທາງທະຫານ ຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາ ໃນມາດຕາ 21 ໄດ້ກໍານົດລະບົບການຈັດຕັ້ງຂອງສານທະຫານ ປະກອບມີ: ສານທະຫານຂັ້ນສູງ, ສານທະຫານພາກ ແລະ ສານທະຫານແຂວງ-ນະຄອນຫຼວງ, ສໍາລັບການພິຈາລະນາຕັດສິນຄະດີຂອງສານທະຫານໃນປັດຈຸບັນປະກອບມີ 03 ຂັ້ນຄື: ຂັ້ນຕົ້ນ, ຂັ້ນອຸທອນ, ຂັ້ນລົບລ້າງ ແລະ ສານທະຫານແຂວງ, ນະຄອນຫຼວງ ຕັດສິນເປັນຂັ້ນຕົ້ນຕາມຂໍ້ມູນຫຼັກຖານ ແລະ ກົດໝາຍ; ສານທະຫານພາກ ພິພາກສາເປັນຂັ້ນອຸທອນຕາມຂໍ້ມູນຫຼັກຖານ ແລະ ກົດໝາຍ ຄະດີທີ່ສານທະຫານແຂວງ, ນະຄອນຫຼວງ ໄດ້ຕັດສິນເປັນຂັ້ນຕົ້ນ ເຊິ່ງຖືກຂໍອຸທອນ ໂດຍຄູ່ຄວາມ ຫຼື ຖືກສະເໜີຄັດຄ້ານໂດຍໄອຍະການທະຫານ ແລະ ສານທະຫານຂັ້ນສູງ ພິພາກສາເປັນຂັ້ນລົບລ້າງຕາມ ກົດໝາຍ ຄະດີທີ່ສານທະຫານພາກໄດ້ພິພາກສາເປັນຂັ້ນອຸທອນ ເຊິ່ງຖືກຂໍລົບລ້າງໂດຍຄູ່ຄວາມ ຫຼື ຖືກສະເໜີຄັດຄ້ານໂດຍໄອຍະການທະຫານ ແລະ ໃນປັດຈຸບັນສານທະຫານແຂວງ, ນະຄອນຫຼວງ ແມ່ນກໍາລັງໃນຂັ້ນຕອນສະເໜີຂັ້ນເທິງ ເພື່ອຂໍ ອະນຸມັດສ້າງຕັ້ງ.
ສະຫາຍ ພັນເອກ ວັນ ສີເຟືອງ ຮອງປະທານສານທະຫານຂັ້ນສູງ ໃຫ້ຮູ້ຕື່ມອີກວ່າ: ຜົນງານທີ່ພົ້ນເດັ່ນທີ່ກົມກອງສ້າງມາໄດ້ໃນຕະຫຼອດໄລຍະ 43 ປີຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານ: ເປັນຕົ້ນແມ່ນ: ການພິຈາລະນາຕັດສິນຄະດີຂອງສານທະຫານ ແມ່ນການປົກປ້ອງໝາກຜົນຂອງ ການປະຕິວັດ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ນາຍ ແລະ ພົນທະຫານ, ກຳມະກອນ, ພາລາກອນ ແລະ ກໍາລັງສໍາຮອງໃນເວລາປະຕິບັດໜ້າທີ່ປ້ອງກັນຊາດ, ເຮັດໃຫ້ກອງທັບມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໜັກແໜ້ນເຂັ້ມແຂງ ທາງດ້ານກົດໝາຍ, ພິຈາລະນາຕັດສິນຄະດີມີຄວາມຖືກຕ້ອງ ແລະ ເປັນທຳ ເຊິ່ງເປັນການປະກອບສ່ວນເຮັດໃຫ້ສັງ ຄົມກໍຄືກອງທັບ ມີຄວາມສະຫງົບ; ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ກຳລັງຫຼວງ ແລະ ກໍາລັງທ້ອງຖິ່ນ ໄດ້ຫຼາຍຄັ້ງເພື່ອຍົກສູງ ສະຕິເຄົາລົບກົດໝາຍໃຫ້ ນາຍ ແລະ ພົນທະຫານ; ສ້າງກົມກອງໃຫ້ກາຍເປັນກົມກອງປອດໃສ, ປອດໄພ, ປອດຄະດີ ປະເພດ 1 ແລະ ເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຫຼາຍສະໄໝຕິດຕໍ່ກັນ, ໜ່ວຍຊາວໜຸ່ມເປັນໜ່ວຍ 4 ບຸກ, ໜ່ວຍແມ່ຍິງກໍເປັນໜ່ວຍແມ່ຍິງ 3 ດີ ຫຼາຍສະໄໝຕິດຕໍ່ກັນ ແລະ ປະກອບສ່ວນວຽກງານອື່ນອີກຕາມການ ມອບໝາຍຂອງພັກ-ລັດ ຂັ້ນເທິງ.
( ຈາກຜົນງານດັ່ງກ່າວ ນັບແຕ່ມື້ສ້າງຕັ້ງສານທະຫານ ໃນວັນທີ 13 ກໍລະກົດ ປີ 1982 ມາເຖິງປັດຈຸບັນ ສານທະຫານສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນຕາມການມອບໝາຍຂອງຂັ້ນເທິງຢ່າງຫຼວງຫຼາຍ ຈຶ່ງເຮັດໃຫ້ກົມກອງໄດ້ຮັບການຍ້ອງຍໍປະເພດຕ່າງໆຄື: ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II; 02 ໜ່ວຍ, ຊັ້ນ III; 02 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I; 02 ໜ່ວຍ, ຊັ້ນ II; 03 ໜ່ວຍ, ຊັ້ນ III; 06 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II; 03 ໜ່ວຍ, ຊັ້ນ III; 11 ໜ່ວຍ, ຫຼຽນກາແຮງງານ 16 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆ 52 ໃບ. )
ເນືອງໃນໂອກາດວັນສ້າງຕັ້ງສານທະຫານຂັ້ນສູງ ( 13 ກໍລະກົດ 1982-13 ກໍລະກົດ 2025 ຄົບຮອບ 43 ປີ ) ສະຫາຍ ພັນເອກ ວັນ ສີເຟືອງ ຮອງປະທານສານທະຫານຂັ້ນສູງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບຂອງສານທະຫານທຸກຂັ້ນ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງການນໍາພັກ-ລັດ, ກະຊວງປ້ອງກັນປະເທດ, ສານປະຊາຊົນສູງສຸດ, ກົມໃຫຍ່ການເມືອງກອງທັບ ແລະ ບັນດາກົມກອງ ທີ່ໄດ້ຊີ້ນໍາ, ນໍາພາ, ອຸ້ມຊູ ຊ່ວຍເຫຼືອສານທະຫານຕະຫຼອດມາ ຈົນເຮັດໃຫ້ສານທະຫານເຮັດສຳເລັດໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດ, ກອງທັບ ແລະ ປະຊາຊົນມອບໝາຍໃຫ້ ແລະ ອວຍພອນໃຫ້ການນໍາ ພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ສານປະຊາຊົນສູງສຸດ, ກົມໃຫຍ່ການ ເມືອງກອງທັບ ຈົ່ງມີພາລະນາໄມສົມບູນສືບຕໍ່ຊີ້ນໍາ ນໍາພາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ ແລະ ອວຍພອນມາຍັງພະນັກງານ-ນັກຮົບຂອງສານທະຫານທຸກຂັ້ນ ຈົ່ງມີສຸຂະພາບແຂງ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ກໍຄືການພິຈາລະນາຕັດສິນ ແລະ ພິພາກສາຄະດີ ໃຫ້ມີຄວາມຖືກຕ້ອງເປັນທໍາທັງສອງຝ່າຍ.
ໂດຍ: ບິກໄຊ ສົມພູ