ຊາວໜຸ່ມ-ແມ່ຍິງ ກອງວິທະຍຸກະຈາຍສຽງກອງທັບ ກັບ ກອງໂທລະພາບກອງທັບ ຈັດກິດຈະກໍາແຂ່ງຂັນກິລາມິດຕະພາບ








ໂດຍປະຕິບັດຕາມເນື້ອໃນຈິດໃຈການແຮກສ່ຽວຂອງສອງອົງການຈັດຕັ້ງມະຫາຊົນໄດ້ເຊັນບົດບັນທຶກຮ່ວມກັນ ດັ່ງນັ້ນໜ່ວຍຊາວໜຸ່ມ-ແມ່ຍິງ ກອງວິທະຍຸກະຈາຍສຽງກອງທັບ ກັບ ກອງໂທລະພາບກອງທັບ ໄດ້ຈັດກິດຈະກໍາແຂ່ງຂັນກິລາບານສົ່ງ ແລະ ກິລາເປຕັງມິດຕະພາບ, ຂຶ້ນໃນວັນທີ 4 ກໍລະກົດ 2025, ໂດຍມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ-ແມ່ຍິງ ຕະຫຼອດຮອດສະມາຊິກຊາວໜຸ່ມ-ແມ່ຍິງທັງ 2 ກອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນຕີ ຄໍາສຸກ ສຸກສະຫວັນ ເລຂາໜ່ວຍຊາວໜຸ່ມ ກອງວິທະຍຸກະຈາຍສຽງກອງທັບ ໄດ້ໃຫ້ສຳພາດວ່າ: ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້ ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງໜ່ວຍຊາວໜຸ່ມ-ແມ່ຍິງຂອງສອງກົມກອງໃຫ້ແໜ້ນແຟ້ນກວ່າເກົ່າ, ພ້ອມນີ້ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ແລະ ປະດັບເອ້ໃຫ້ 3 ວັນປະຫວັດສາດຂອງພັກຂອງຊາດໃນປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ກໍຄືວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ເວົ້າລວມ, ເວົ້າສະເພາະເພື່ອປະກອບສ່ວນສ້າງຜົນງານຂໍ່ານັບຮັບຕ້ອນ, ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຕິດພັນກັບການຍູ້ແຮງການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີຂອງແມ່ຍິງ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ ເຊິ່ງຜ່ານການແຂ່ງຂັນກິລາເປຕັງປະສົມ ແລະ ກິລາບານສົ່ງຍິງ – ບານສົ່ງຊາຍແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ
ຂ່າວ-ພາບ: ຄຳໄຕ ຈັນນະຄອນ