ປະທານ ສຸພານຸວົງ ຍືນຍົງໃນພາລະກິດປະຕິວັດ ແລະ ດວງໃຈຂອງປະຊາຊົນລາວຕະຫຼອດໄປ (ລະນຶກວັນຄ້າຍວັນເກີດ ຄົບຮອບ 115 ປີ, ວັນທີ 13 ກໍລະກົດ 1909-13 ກໍລະກົດ 2024)

ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ, ອະດີດປະທານສະພາປະຊາຊົນສູງສຸດ, ອະດີດປະທານສູນກາງແນວລາວສ້າງຊາດ, ຜູ້ນໍາທີ່ຍິ່ງໃຫຍ່ ແລະ ເຄົາລົບຮັກຂອງພວກເຮົາທີ່ໄດ້ວຽນມາບັນຈົບຄົບຮອບ 115 ປີ ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ນະຄອນຫຼວງພະບາງ ໃນຄອບຄົວເຊື້ອເຈົ້າຂອງລາຊະວົງລ້ານຊ້າງ, ເປັນໂອລົດອົງສຸດທ້າຍຂອງເຈົ້າມະຫາອຸປະຮາດບຸນຄົງ ແລະ ໝ່ອມຍິງຄຳອ້ວນ. ຊີວິດ ແລະ ພາລະກິດຂອງປະທານ ສຸພານຸວົງ ແມ່ນຊີວິດ ແລະ ການເຄື່ອນໄຫວທີ່ສູງສົ່ງ, ຈົບງາມໃນທຸກໆສະພາວະ, ຍາມໃດເພິ່ນກໍເປັນແບບຢ່າງທີ່ດີເລີດ ດ້ານຄຸນທາດປະຕິວັດ ອັນທີ່ພົ້ນເດັ່ນແມ່ນ : ນໍ້າໃຈຮັດຊາດອັນດູດດື່ມ, ນໍ້າໃຈຮັກປະຊາຊົນບັນດາເຜົ່າ, ຄວາມສັດຊື່ບໍລິສັດທີ່ໃສແຈ້ງ; ປະທານ ສຸພານຸວົງແມ່ນຜູ້ນໍາທີ່ເປັນແບບຢ່າງກ່ຽວກັບນໍ້າໃຈອົດທົນ,…