ສປປ ລາວ ສະເຫລີມສະຫລອງຄົບຮອບ 27 ປີ ສປປ ລາວ ເຂົ້າອາຊຽນ ແລະ ວັນອາຊຽນຄົບຮອບ 57 ປີ.

ວັນທີ 8 ສິງຫາ 2024, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງຊາດ ແຫ່ງ ສປປ ລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫລີມສະຫລອງຄົບຮອບ 27 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2024) ແລະ ວັນຄົບຮອບ 57 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967 – 8 ສິງຫາ 2024)…













