ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຮັກໂຕເອງ ດ້ວຍການບໍ່ນອນເດິກ

ການຮັກໂຕເອງ ສະແດງອອກໄດ້ຫລາຍຮູບແບບ, ແຕ່ການຮັກໂຕເອງຄວນໃຫ້ຄວາມສໍາຄັນກັບສຸຂະພາບເປັນອັນດັບທໍາອິດ ໂດຍສະເພາະການນອນ ຍິ່ງເຮົານອນເດິກຫລາຍເທົ່າໃດ ຈະຍິ່ງເຮັດໃຫ້ຮ່າງກາຍເຮົານັ້ນເສື່ອມລົງເທົ່ານັ້ນ, ຫລາຍຄົນອາດຈະບໍ່ຮູ້ວ່າ ການນອນເດິກນອກຈາກຈະສົ່ງຜົນໃຫ້ຮ່າງກາຍເຮົາອ່ອນແອແລ້ວ ຍັງເຮັດໃຫ້ສຸຂະພາບຈິດຕົກຕໍ່າລົງເຊັ່ນກັນ ເຊິ່ງອາດສົ່ງຜົນໃຫ້ເປັນພະຍາດອ້ວນ, ພະຍາດຫົວໃຈໄດ້…ດັ່ງນັ້ນ ເຮົາຕ້ອງຮັກໂຕເອງດ້ວຍການບໍ່ນອນເດິກ ແລະ ສໍາລັບໃຜທີ່ນອນເດິກຢູ່ເປັນປະຈໍາ ຕ້ອງຮີບປັບແກ້ການນອນແບບທັນທີທັນໃດເຊັ່ນ:

1) ບໍ່ຫລິ້ນໂທລະສັບກ່ອນນອນ

ຄວນງົດຫລິ້ນໂທລະສັບກ່ອນນອນ 1 ຊົ່ວໂມງ ເພື່ອໃຫ້ຮ່າງກາຍໄດ້ປັບການເຮັດວຽກຂອງດວງຕາ ເພື່ອເຂົ້າສູ່ການພັກຜ່ອນຢ່າງເຕັມປະສິດທິພາບ, ເນື່ອງຈາກໜ້າຈໍຈະມີແສງສີຟ້າ (Light Blue) ທີ່ຈະໄປກະຕຸ້ນການຜະລິດສານເມລາໂທນິນ ທີ່ເປັນສານຄວບຄຸມການນອນຫລັບ ແລະ ການຕື່ນ ເຊິ່ງອາດຈະສົ່ງຜົນຕໍ່ການນອນຫລັບໄດ້.

2) ດື່ມນົມອຸ່ນໆ

ການດື່ມນົມອຸ່ນຈະຊ່ວຍໃຫ້ນອນຫລັບງ່າຍຂຶ້ນ ເພາະໃນນົມມີວິຕາມິນ ແລະ ເອນໄຊ ເຊິ່ງຈະຊ່ວຍເຮັດໃຫ້ຮ່າງກາຍຂອງເຮົາມີຄວາມຜ່ອນຄາຍລົງ.

3) ໄປອອກກໍາລັງກາຍ

ເຄີຍສັງເກດໂຕເອງບໍ່ວ່າມື້ໃດທີ່ອອກກໍາລັງກາຍ ຫລື ເຮັດວຽກໜັກ ເຮົາຈະຮູ້ສຶກເມື່ອຍອ່ອນເພຍກວ່າປົກກະຕິ ເຊິ່ງຈະເຮັດໃຫ້ເຮົາຕ້ອງການ ການພັກຜ່ອນຫລາຍກວ່າປົກກະຕິນັ້ນເອງ.

.