ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະໝຸນໄພພື້ນບ້ານຮັກສາພະຍາດນໍ້າກັດຕີນ

  1. ຂີ້ມິ້ນ: ມີສັບພະຄຸນແກ້ຄັນ ຫລຸດອາການຜົດຜື່ນຄັນ ບໍ່ກໍໃຫ້ເກີດເຊື້ອພະຍາດ ແລະ ເຊື້ອລາໄດ້ດີ.
  • ວິທີໃຊ້ຂີ້ມິ້ນຮັກສາ
  • ຂີ້ມິ້ນສົດ: ນໍາເຫງົ້າຂີ້ມິ້ນສົດຝົນກັບນໍ້າທີ່ຕົ້ມສຸກແລ້ວ ທາບໍລິເວນທີ່ມີອາການ ຫຼື ຕໍາກັບນໍ້າແລ້ວ ນໍາມາປົກບາດແຜບໍລິເວນນໍ້າກັດຕີນກໍໄດ້.
  • ຂີ້ມິ້ນຜົງ: ນໍາຜົງຂີ້ມິ້ນປະສົມກັບນໍ້າໜ້ອຍໜຶ່ງ ທາບໍລິເວນທີ່ມີອາການ
  1. ຂ່າແກ່: ຂ່າມີລິດຮັກສາພະຍາດຜິວໜັງຕິດເຊື້ອແບັກທີເຣຍ ແລະ ເຊື້ອລາເຊິ່ງອາດເປັນສາເຫດຂອງພະຍາດນໍ້າກັດຕີນໄດ້.
  • ວິທີໃຊ້ຂ່າຮັກສາ
  • ເຫງົ້າຂ່າສົດ: ນໍາເຫງົ້າຂ່າແກ່ສົດມາທຸບ ຫລື ຕໍາໃຫ້ລະອຽດ ປະສົມກັບເຫລົ້າຈົນເຂົ້າກັນດີ ແລ້ວນໍາຂ່າມາທາບໍລິເວນທີ່ມີອາການ ໃຫ້ທາຫລາຍໆຄັ້ງຈົນກວ່າອາການຈະເຊົາລົງ
  • ການຫມັກຂ່າ: ນໍາເຫງົ້າຂ່າແກ່ສົດທຸບພໍຫຍາບ ນໍາໄປຫມັກໄວ້ໃນໂຖແກ້ວທີ່ສະອາດ ນໍາເຫລົ້າ 90 ທີ່ໃຊ້ລ້າງບາດແຜຖອກໃສ່ພໍຖ້ວມ, ຫມັກໄວ້ 7 ມື້ ແລ້ວຫມັ່ນຄົນທັ້ງເຊົ້າ-ແລງ ຈາກນັ້ນຕອງເອົາແຕ່ນໍ້າມາທາບໍລິເວນທີ່ມີອາການ
  1. ໃບພູ: ໃບພູມີສານສໍາຕັນຫລາຍຊະນິດທີ່ຊ່ວຍຢຸດການຈະເລີນເຕີບໂຕຂອງເຊື້ອລາ ແລະ ແບັກທີເຣຍ ໂດຍສະເພາະນໍ້າມັນຫອມລະເຫີຍ Betel oil ທີ່ມີສັບພະຄຸນຢຸດເຊື້ອແບັກທີເຮຍ ແລະ ເຊື້ອລາເທຶງຜິວຫນັງ ຊຶ່ງເປັນສາເຫດຫລັກຂອງພະຍາດນໍ້າກັດຕີນ
  • ວິທີໃຊ້ໃບພູຮັກສາ
  • ນໍາໃບພູມາລ້າງນໍ້າໃຫ້ສະອາດ ແລ້ວຕໍາໃບພູປະສົມກັບເຫລົ້າຂາວ ຫຼື ແອລກໍຮໍ
  • ທາຕິດຕໍ່ກັນກົນກວ່າແຜຈະດີຂຶ້ນ
  1. ເປືອກມັງຄຸດແຫ້ງ: ເປືອກມັງຄຸດແຫ້ງມີສານແທນນິນທີ່ມີລຶດຕ້ານການອັກເສບ ແລະ ມີລິດຊ່ວຍຮັກສາແຜນໍ້າກັດຕີນໄດ້.
  • ວິທີໃຊ້ເປືອກມັງຄຸດແຫ້ງຮັກສາ
  • ນໍາເປືອກມັງຄຸດແຫ້ງມາຝົນກັບນໍ້າ ຫຼື ນໍ້າປູນໃສ ໃຫ້ຂູ້ນພໍເຫມາະສົມ
  • ທາແຜນໍ້າກັດຕີນມື້ລະ 2-3 ເທື່ອ