ສສຊ ສະເໜີ ໃຫ້ລັດຖະບານເລັ່ງແກ້ໄຂຫຼາຍບັນຫາເຄັ່ງຮ້ອນຂັບເຄື່ອນການພັດທະນາ ແລະ ມີການປັບປຸງໂດຍໄວ.




ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕອນເຊົ້າຂອງວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະສັກ ຮອງປະທານສະພາເເຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານການປະກອບຄໍາຄິດຄໍາເຫັນ ຂອງ ສສຊ ໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ລັດຖະບານຍາດມາໄດ້ໃນໄລຍະຜ່ານມາ, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂຫຼາຍບັນຫາສຳຄັນ ທີ່ຍັງແກ້ໄຂບໍ່ໄດ້ດີເທົ່າທີ່ຄວນ ແລະ ບັນຫາທີ່ເປັນຂໍ້ຄົງຄ້າງ ທີ່ກົດໜ່ວງຖ່ວງດຶງການພັດທະນາປະເທດຊາດ ໃນປັດຈຸບັນ ເປັນຕົ້ນ ສະເໜີໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາໄພເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ລາຄາຄ່າໄຟຟ້າ ທີ່ເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ກໍຄື ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ຂອງປະຊາຊົນ ເພື່ອເປັນສິນຄ້າສົ່ງອອກ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ສະເໜີໃຫ້ລັດຖະບານ ເລັ່ງປັບປຸງ, ສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ສາມາດນຳໃຊ້ໄດ້ຢ່າງສະດວກສະບາຍ ເພື່ອອຳນວຍຄວາມສະດວກ ໃຫ້ກັບປະຊາຊົນ ກໍຄື ຜູ້ໃຊ້ລົດໃຊ້ຖະໜົນ ທັງເປັນການພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.
ທ່ານ ບຸນລ້ອມ ແກ້ວບົວໂຮມ ສສຊ ເຂດ 7 ແຂວງໄຊຍະບູລີ ໄດ້ປະກອບຄໍາເຫັນກ່ຽວກັບການບໍລິການທາງດ້ານສາທາລະນະສຸກ ໂດຍສະເພາະແມ່ນ ຄວາມເພິ່ງພໍໃຈຂອງຜູ້ມາໃຊ້ບໍລິການຢູ່ໂຮງໝໍເປັນຕົ້ນສະມາຊິກປະກັນສັງຄົມ ຫຼື ສະມາຊິກປະກັນສຸຂະພາບ ລວມເຖິງການບໍລິການ ແລະ ຈັນຍາບັນຂອງແພດໝໍກໍຕ້ອງໄດ້ຮັບການປັບປຸງ ຖ້າຫາກບໍລິການບໍ່ດີຫຼືບໍ່ເປັນທີ່ເພິ່ງພໍໃຈມັນກໍຈະກະທົບໄປເຖິງການຂະຫຍາຍສະມາຊິກ ກະທົບຕໍ່ງົບປະມານທີ່ຈະນໍາໄປໃຊ້ໃນອະນາຄົດ ລວມໄປເຖິງ ບັນຫາໜີ້ສິນກ່ຽວກັບຄ່າຢາ ແລະ ອຸປະກອນການແພດຈະແກ້ໄຂໄດ້ແນວໃດ; ຖ້າຫາກຈະໃຫ້ລັດຖະບານແບກຫາບໂດຍກົງກ່ຽວກັບງົບປະມານດ້ານການປະກັນສຸຂະພາບຈະມີບັນຫາ ແລະ ແກ້ໄຂໄດ້ຍາກ. ສະນັ້ນ ສະເໜີໃຫ້ຜູ້ມີປະກັນຕົນເອງ ແລະ ມີຄວາມສາມາດໃນການຈ່າຍຈະຕ້ອງລ່ວງໜ້າເຂົ້າກອງທຶນປະກັນສຸຂະພາບ ລັດຖະບານຈະແບກຫາບ ແລະ ຊ່ວຍສະເພາະຜູ້ທີ່ດ້ອຍໂອກາດ ແລະ ຜູ້ທຸກຍາກເທົ່ານັ້ນ. ພ້ອມທັງໃຫ້ໂຮມເອົາຫ້ອງການປ້ອງກັນສຸຂະພາບ ແລະ ຫ້ອງການປະກັນສັງຄົມໄປຢູ່ພາຍໃຕ້ອົງການດຽວກັນ ຖ້າເຮັດໄດ້ຄືແນວນີ້ ເຊື່ອໝັ້ນວ່າການຊື້ປະກັນກັບການໃຫ້ບໍລິການພາຍໃຕ້ການກວດສອບຂອງກະຊວງສາທາລະນະສຸກຈະເຮັດໃຫ້ລະບົບຍືນຍົງ. ນອກນີ້ ຍັງໄດ້ສະເໜີໃຫ້ປະເມີນຄືນບໍລິສັດຂຸດຄົ້ນໃດທີ່ບໍ່ໄດ້ມາດຕະຖານໃຫ້ສັ່ງຢຸດຕິໂດຍສະເພາະແມ່ນການຂຸດຄົ້ນທີ່ກະທົບຕໍ່ກັບສິ່ງແວດລ້ອມ ເປັນຕົ້ນການປ່ອຍນໍ້າທີ່ປົນເປື້ອນສານພິດທີ່ສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມໃນໄລຍະຍາວ.
ທ່ານ ສຸວັນນີ ໄຊຊະນະ ສສຊ ເຂດ 11 ແຂວງບໍລິຄໍາໄຊ ໄດ້ມີຄຳເຫັນສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນວຽກງານສຶກສາ, ສາທາລະນະສຸກ ເປັນບັນຫາຍຸດທະສາດ ແລະ ເປັນບັນຫາເຄັ່ງຮ້ອນ ທີ່ມີຜົນກະທົບຍາວນານ ແລະ ອັນຕະລາຍ ເຊິ່ງທ່ານໃຫ້ຮູ້ວ່າ: ໄລຍະຜ່ານມາ ຈຳນວນນັກຮຽນ ມໍ7 ໃນການສອບເສັງຫຼຸດລົງຈາກ 46,700 ກວ່າຄົນ ມາເປັນ 41,700 ກວ່າຄົນ ນອກນີ້້ຍັງມີຕົວຊີ້ວັດອື່ນໆເຊັ່ນ ນັກຮຽນນັກສຶກສາໃນບັນດາວິທະຍາໄລ ທັງພາກລັດ ແລະ ເອກະຊົນກໍຫຼຸດລົງເຊັ່ນດຽວກັນ ໃນຄະນະທີ່ຜົນລະເມືອງລາວເພີ່ມຂຶ້ນ, ນອກນັ້ນຍັງມີບັນຫານັກຮຽນ-ນັກສຶກສາຫຼຸດອອກຈາກລະບົົບການສຶກສາ, ຄູ-ອາຈານກໍມີຈໍານວນໜ້ອຍລົງ ເຊິ່່ງເຫັນໄດ້ໃນການສອນຫ້ອງຄວບມີຈຳນວນເພີ່ມຂຶ້ນຫຼາຍ ເຊິ່ງປີຕໍ່ໄປແມ່ນມີທ່າອຽງເພີ່ມຂື້ນອີກ ບັນຫາເຫຼົ່ານີ້ເຮັດໃຫ້ຄວາມຮັບຮູ້ເຂົ້າໃຈຂອງນັກຮຽນຫຼຸດລົງ ຄູອາຈານແຈກຢາຍຄວາມຮັບຮູ້ບໍ່ທົ່ວເຖິງ ສະນັ້ນສະເໜີໃຫ້ແກ້ໄຂ, ປຸກລະດົມ, ປັບປຸງຍົກລະດັບການສຶກສາໃໝ່ ແລະ ສ້າງຄວາມເປັນເອກະພາບສູງ ໃນທຸກລະດັບບໍ່ພຽງແຕ່ຂະແໜງການສຶກສາ, ອົງການປົກຄອງ, ພໍ່ແມ່ປະຊາຊົນຕ້ອງປະກອບສ່ວນຮ່ວມມືໃນການແກ້ໄຂ, ຕ້ອງເອົາໃຈໃສ່ປັບປຸງຫຼັກສູດການຮຽນການສອນໃຫ້ທັນຍຸກທັນສະໄໝ ແລະ ມີຫຼັກສູດທີ່ອັດແໜ້ນສາມາດມານຳໃຊ້ເຂົ້າໃນຍຸກທີ່ມີການພັດທະນາຍິ່ງຂຶ້ນ, ພ້ອມທັງສະເໜີໃຫ້ຍົກເວັ້ນ ຫຼື ຍົກເລີກການເກັບຄ່າທໍານຽມການບໍລິຫານບັນດາໜ່ວຍກິດຕ່າງໆທີ່ເຫັນວ່າມີຫຼາຍຂື້ນທີ່ເປັນບັນຫາຕໍ່ນັກສຶກສາໃນການສຶກສາໃນເສດຖະກິດປັດຈຸບັນ, ນອກນີ້ ທ່ານຍັງໄດ້ສະເໜີຕື່ມອີກວ່າ ຕໍ່ກັບບັນຫາໜີ້ສີນຂອງວຽກງານສາທາລະນະສຸກ ແມ່ນເຫັນໄດ້ວ່າມີການເພີ່ມຂຶ້ນ ສະນັ້ນຕ້ອງໄດ້ແກ້ໄຂໂດຍດ່ວນ ເພື່ອເຮັດໃຫ້ການບໍລິການສຸຂະພາບມີການພັດທະນາ, ສະເໜີໃຫ້ພັກ-ລັດເຮົາແກ້ໄຂບັນຫາພັດທະນາເສດຖະກິດ ຄວບຄູ່ກັບພັດທະນາສັງຄົມ ໄດ້ຮັບການພັດທະນາໄປໃນທາງທີ່ດີຂຶ້ນ.
ໂດຍ: ສຸກສາຄອນ-ໄພນາລິນ.