ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ການຊັກຖາມຂອງ ສສຊ ກ່ຽວກັບການຄຸ້ມຄອງບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຢູ່ ສປປ ລາວ



ຕາມວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຂອງວັນທີ 10 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ.
ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ການຊັກຖາມຂອງ ສສຊ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງ ທຫລ ສະບັບເລກທີ 288/ທຫລ, ລົງວັນທີ 3 ເມສາ 2025 ວ່າດ້ວຍການຄຸ້ມຄອງບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຢູ່ ສປປ ລາວ ເຫັນວ່າສັງຄົມໃຫ້ຄວາມສົນໃຈ, ຕິດຕາມ ແລະ ມີຄໍາສະເໜີເປັນຈໍານວນຫຼາຍ
ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການສ້າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດ ສະບັບເລກທີ 155/ທຫລ, ລົງວັນທີ 19 ກຸມພາ 2025 ຖືກສ້າງຂຶ້ນເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ລົງວັນທີ 07 ກໍລະກົດ 2022 ໂດຍສະເພາະ ມາດຕາ 08 ວ່າດ້ວຍການຄອບຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ແລະ ມາດຕາ 09 ວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃນໄລຍະຜ່ານມາ ກ່ອນປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ທຫລ ກໍໄດ້ມີລະບຽບຄຸ້ມຄອງບັນຊີເງິນຝາກເປັນເງິນຕາຕ່າງປະເທດດ ກໍຄື ຂໍ້ຕົກລົງສະບັບເລກທີ 454/ທຫລ, ລົງວັນທີ 30 ພຶດສະພາ 2019 ວ່າດ້ວຍການເປີດບັນຊີເງິນຝາກ, ການໂອນເງິນ ແລະ ການນໍາເງິນສົດ ເຂົ້າ-ອອກ ສປປ ລາວ ຊຶ່ງໄດ້ກຳນົດຫຼັກການທົ່ວໄປໃນການເປີດບັນຊີເງິນຝາກ-ບໍ່ມີການຈໍາແນກເງິນກີບ ຫຼື ເງິນຕາຕ່າງປະເທດສ່ວນຂໍ້ຕົກລົງ 155/ທຫລ ແມ່ນກຳນົດຫຼັກການສະເພາະສໍາລັບການເປີດບັນຊີ ແລະ ການນໍາໃຊ້ບັນຊີເງິນຝາກເປັນເງິນຕາຕ່າງປະເທດ.
ສຳລັບຂໍ້ຕົກລົງເລກທີ 155 ກໍດີ 288 ແມ່ນການຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ໃນປີ 2022 ໃຫ້ຈະແຈ້ງ ໂດຍອີງໃສ່ຈຸດພິເສດຂອງສັງຄົມລາວ ທີ່ມີຄວາມຊິນເຄີຍນໍາໃຊ້ຫຼາຍສະກຸນ ເງິນຕາມາຫຼາຍກວ່າ 05 ທົດສະວັດ, ເປັນປະເທດທີ່ມີນະໂຍບາຍເປີດທາງດ້ານການຄ້າ ແລະ ມີການນໍາເຂົ້າຢ່າງຫຼວງຫຼາຍ, ທຫລ ຂໍ້ຕົກລົງດັ່ງກ່າວຖືເປັນບ່ອນອີງໃຫ້ທະນາຄານທຸລະກິດ ໃນການຈັດຕັ້ງປະຕິບັດ ທັງເປັນການຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນລາວທີ່ມີເງິນຕາຕ່າງປະເທດຖືຄອງ ໃຫ້ສາມາດຖືຄອງສອດຄ່ອງກັບ ມາດຕາ 08 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ທີ່ລະບຸວ່າ: “ຜູ້ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດຄອບຄອງເງິນຕາຕ່າງປະເທດ ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການເປີດບັນຊີເງິນຝາກໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ ແລະ ຖືຄອງເປັນເງິນສົດ ຕາມລະບຽບການ” ເວົ້າລວມ, ເວົ້າສະເພາະ ຈຸດປະສົງ ແມ່ນເພື່ອຈຳກັດການຖືຄອງເງິນຕາຕ່າງປະເທດ ເປັນເງິນສົດ ແລະ ນໍາໃຊ້ເງິນສົດເປັນເງິນຕາຕ່າງປະເທດນັ້ນຊຳລະຄ່າສິນຄ້າ ແລະ ບໍລິການ ຢູ່ພາຍໃນປະເທດ. ເນື່ອງຈາກວ່າ: ການຖືຄອງເງິນຕາຕ່າງປະເທດ ເປັນເງິນສົດ ແລະ ນໍາໃຊ້ເງິນທົ່ວໄປ ພາຍໃນປະເທດ ມີຄວາມສ່ຽງທາງດ້ານການເງິນປອມ, ປຸ້ນຈີ້-ຂີ້ລັກ, ອັກຄີໄພ ຫຼື ເຫດສຸດວິໄສຕ່າງໆຕໍ່ຜູ້ຖືຄອງ, ທັງສ້າງຄວາມຫຍຸ້ງຍາກໃນການຄຸ້ມຄອງເງິນຕາຕ່າງປະເທດອີກດ້ວຍ.
ສະນັ້ນ, ຂໍ້ຕົກລົງ ສະບັບເລກທີ 155/ທຫລ ທີ່ຖືກສ້າງຂຶ້ນນັ້ນ ຈຶ່ງໄດ້ກຳນົດຫຼັກການຕົ້ນຕໍໃນການເປີດບັນຊີເງິນຝາກ ແລະ ສາມາດນໍາໃຊ້ເງິນໃນບັນຊີດັ່ງກ່າວ ເພື່ອຊຳລະຄ່າສິນຄ້າ, ບໍລິການ, ໜີ້ສິນ ຢູ່ພາຍໃນປະເທດ ດ້ວຍການໂອນລະຫວ່າງບັນຊີໃຫ້ສະດວກ ຄ່ອງຕົວ ແລະ ຈະມີການເສຍຄ່າທໍານຽມຈຳນວນໜຶ່ງ, ການເກັບຄ່າທໍານຽນ ໃນການໂອນເງິນຕາຕ່າງປະເທດລະຫວ່າງບັນຊີເງິນຝາກຢູ່ພາຍໃນ ສປປ ລາວ ນັ້ນ, ກໍເພື່ອແນ່ໃສ່ຖົມຊຸມຄ່າໃຊ້ຈ່າຍຂອງທະນາຄານທຸລະກິດໃນການບໍລິຫານເງິນສົດ ເປັນເງິນຕາຕ່າງປະເທດ ເປັນຕົ້ນ: ການຄັດໄຈ້, ການນໍາເງິນສົດທີ່ເປັນເງິນຕາຕ່າງປະເທດ ສົ່ງອອກ-ນໍາເຂົ້າ ກັບສະຖາບັນການເງິນຢູ່ຕ່າງປະເທດ ຊຶ່ງມີຄ່າໃຊ້ຈ່າຍເຊັ່ນ: ຄ່າຂົນສົ່ງ, ຄ່າປະກັນໄພ ແລະ ອື່ນໆ ປັດຈຸບັນ ລັດຖະບານ ໄດ້ໃຫ້ໂຈະການຈັດຕັ້ງປະຕິບັດກ່ອນ ເພື່ອໃຫ້ທະນາຄານທຸລະກິດ ປັບປຸງລະບົບໄອທີຂອງແຕ່ລະ ທທກ, ລະບົບໂອນເງິນ ທທກ ຜ່ານ LapNet ແລະ ສ້າງຄວາມຮັບຮູ້ຄວາມເຂົ້າໃຈໃຫ້ສັງຄົມກ່ອນ. ດັ່ງນັ້ນ ທຫລ ໄດ້ລົງກວດກາຄວາມພ້ອມດ້ານລະບົບການໃຫ້ບໍລິການທຸກຊ່ອງທາງຂອງທຸກທະນາຄານທຸລະກິດ ເພື່ອລາຍງານ ລັດຖະບານຄືນຕາມຂັ້ນຕອນ. ນອກຈາກນີ້, ກໍຈະສົມທົບກັບສະມາຄົມທະນາຄານລາວ ແລະ ທະນາຄານທຸລະກິດ ປັບປຸງເນື້ອໃນ ຂໍ້ຕົກລົງ ສະບັບເລກທີ 155/ທຫລ ແລະ 288/ທຫລ ຕື່ມໃຫ້ແທດເໝາະສອດຄ່ອງກວ່າເກົ່າ ແລະ ໂຄສະນາເຜີຍແຜ່ຈຸດປະສົງ ເນື້ອໃນ ໃຫ້ປະຊາຊົນ ສັງຄົມ ມີຄວາມເຂົ້າໃຈ ແລະ ຄວາມພ້ອມ ທັງສອດຄ່ອງກັບການເຄື່ອນໄຫວທຸລະກຳຂອງການເງິນຂອງປະເທດອື່ນ.
ໂດຍ: ສຸກສາຄອນ+ໄພນາລິນ