ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຄະນະປະຈຳສະພາເເຫ່ງຊາດ ສະເໜີຫຼາຍບັນຫາ ໃຫ້ລັດຖະບານເອົາໃຈໃສ່ແກ້ໄຂ.

ຕາມວາລະການປະກອບຄຳເຫັນຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດ ທີ IX ວັນທີ 09 ມິຖຸນາ 2024, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພາຍຫຼັງທີ່ໄດ້ຮັບຟັງບົດລາຍງານຂອງລັດຖະບານ ທ່ານ ສົມມາດ ພົນເສນາ ຮອງປະທານສະພາເເຫ່ງຊາດ ຕາງໜ້າຄະນະປະຈໍາສະພາເເຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນ ຕົ້ນປີ 2025 ຕິດພັນ ກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ເຊິ່ງທ່ານໄດ້ກ່າວວ່າ: ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງ ແລະ ບັນດາສາເຫດ ຕາມບົດລາຍງານຂອງລັດຖະບານ, ຜ່ານການຕິດຕາມກວດກາ ສະພາແຫ່ງຊາດ ເຫັນວ່າ ບາງຄາດໝາຍ ມີຄວາມຄືບໜ້າໜ້ອຍ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸໄດ້ຕາມມະຕິສະພາແຫ່ງຊາດ, ການເກັບກຳ ຂໍ້ມູນຕົວເລກສະຖິຕິ ແລະ ການຄົ້ນຄວ້າວິໄຈ ເພື່ອຮັບໃຊ້ການປະເມີນ ການຈັດຕັ້ງປະຕິບັດ ບັນດາ ຄາດໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ຍັງມີຂໍ້ຈໍາກັດ ແລະ ບໍ່ທັນຈະແຈ້ງເທົ່າທີ່ຄວນ, ມອບໃຫ້ລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໃນໄລຍະ 6 ເດືອນທ້າຍປີ ໃຫ້ມີຜົນສໍາເລັດຕາມຄາດໝາຍດັ່ງນີ້: ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບ ບັນດາ ຫຼັກການ, ຄາດໝາຍ ແລະ ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ຍັງບໍ່ທັນເຫັນໄດ້ ຜົນງານອັນພົ້ນເດັ່ນ, ການປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ເສບຕິດ ຍັງບໍ່ທັນເຂັ້ມງວດ, ເດັດຂາດ, ຍັງມີສະພາບການລັກລອບຄ້າຂາຍຢາເສບຕິດ, ການເສບຕິດ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ຍ້ອນຕິດພັນກັບບັນຫາຢາເສບຕິດ; ອັດຕາການເຕີບໂຕຂອງເສດຖະກິດມະຫາພາກ ຂະຫຍາຍຕົວ 4.5%, ແຕ່ ການພັດທະນາ ເສດຖະກິດ- ສັງຄົມ ໃນໄລຍະປະຈຸບັນ ຍັງບໍ່ທັນໄປຕາມທິດ ສີຂຽວ ແລະ ຍືນຍົງ, ເຖີງແມ່ນວ່າເສດຖະກິດ ມີການເຕີບໂຕ, ແຕ່ຍັງອາໄສຂະແໜງການຂຸດຄົ້ນຊັບພະຍາກອນທຳມະຊາດຂາຍວັດຖຸດິບເປັນຫຼັກ, ເຮັດໃຫ້ສິ່ງແວດລ້ອມທຳມະຊາດຖືກທໍາລາຍຢ່າງໜັກໜ່ວງ, ສ້າງຜົນກະທົບຮ້າຍແຮງດ້ານສັງຄົມ ເຮັດໃຫ້ປະຊາຊົນຍັງມີຫາງສຽງຈົ່ມວ່າຫຼາຍ, ເງື່ອນໄຂການທຳມາຫາກິນຂອງປະຊາຊົນ ໄດ້ຮັບຜົນກະທົບບໍ່ໜ້ອຍ; ການປະຕິບັດນະໂຍບາຍ ແລະ ມາດຕະການຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ຍັງບໍ່ທັນແຂງແຮງ ແລະ ບໍ່ທັນດຶງດູດໄດ້ ໂຄງການລົງທຶນຂະໜາດໃຫຍ່ ທີ່ມີປະສິດທິຜົນສູງ, ໂຄງການສໍາປະທານຕ່າງໆທີ່ໄດ້ຮັບອະນຸຍາດໄປແລ້ວ ຍັງຊັກຊ້າແກ່ຍາວ, ຕໍ່ອາຍຸໂຄງການຫຼາຍເທື່ອ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະ ໂຄງການພັດທະນາແຮ່ທາດ; ການຂຸດຄົ້ນແຮ່ທາດໄດ້ຫຼາຍ, ມີການສົ່ງອອກ ແຕ່ການເກັບລາຍຮັບເຂົ້າລັດ ຍັງບໍ່ທັນໄດ້ດີ ມີການຮົ່ວໄຫຼ ຫຼາຍ, ມູນຄ່າຄັງສໍາຮອງຍັງບໍ່ທັນເພີ່ມຂຶ້ນ, ຍັງມີການຍົກເວັ້ນ ຄ່າຊັບພະຍາກອນທຳມະຊາດ, ພາສີສົ່ງອອກ, ອາກອນກຳໄລ, ການຖອກມອບພັນທະ ເຂົ້າງົບປະມານ ກໍຍັງຊັກຊ້າ ແລະ ບໍ່ທັນໄດ້ ຄົບຖ້ວນ;

ການປະຕິບັດນະໂຍບາຍ ຕໍ່ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ເປັນສິນຄ້າ ຂອງຂະແໜງກະສິກຳຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ສາມາດຕອບສະໜອງ ຕໍ່ກັບຄວາມຕ້ອງການ ຕົວຈິງ, ໂດຍສະເພາະ ການສົ່ງເສີມດ້ານ ທຶນຮອນ, ແນວພັນ, ຝຸ່ນ, ປຸ໋ຍ ຊຶ່ງຍັງມີການນໍາເຂົ້າ ຈໍານວນຫຼາຍ; ການສຸມທຶນພັດທະນາ ແລະ ປົກປັກຮັກສາຊົນລະປະທານ ຍັງບໍ່ທັນເຮັດໄດ້ດີ ເທົ່າທີ່ຄວນ;

ທ່ານ ສົມມາດ ພົນເສນາ ກ່າວຕື່ມອີກວ່າ ສະພາບພື້ນຖານໂຄງລ່າງຊຸດໂຊມ ການບູລະນະສ້ອມແປງເສັ້ນທາງ ມີຄວາມຄືບໜ້າຊ້າ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການ ຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ພາຫະນະຍັງບັນທຸກນໍ້າໜັກເກີນ ມາດຕະຖານຂອງເສັ້ນທາງ, ການບຳລຸງຮັກສາ ບໍ່ໄປຕາມລະບຽບການ, ການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງເສັ້ນທາງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນ ລະອຽດຈະແຈ້ງ; ການປະຕິບັດແຜນງົບປະມານແຫ່ງລັດ ເຫັນວ່າ ມີຄວາມຄືບໜ້າຊ້າ ທຽບໃສ່ຖານລາຍຮັບ GDP ໄດ້ 9,89%, ການຈັດເກັບລາຍຮັບຍັງບໍ່ທັນຄົບຖ້ວນ, ການຂຸດຄົ້ນແຫຼ່ງລາຍຮັບໃໝ່ ຍັງບໍ່ທັນມີ ຄວາມຫຼາກຫຼາຍ, ການຫັນເປັນທັນສະໄໝ ໃນການຈັດເກັບລາຍຮັບ ແລະ ການເກັບອາກອນທີ່ດິນ ຜ່ານລະບົບທະນາຄານ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນລວມສູນ, ບໍ່ທັນສ້າງຄວາມສະດວກ ໃຫ້ແກ່ປະຊາຊົນ. ການປະຕິບັດແຜນລາຍຈ່າຍ ຍັງມີຄວາມຄືບໜ້າຊ້າ (ໄດ້ 31%), ການຈັດສັນງົບປະມານໃຫ້ ບ້ວງກອງທຶນທາງໃສ່ບັນຊີໂຄງການ ຍັງບໍ່ທັນສໍາເລັດ, ການແກ້ໄຂບັນຫາໜີ້ສິນ ໂຄງການລົງທຶນຂອງລັດທີ່ສໍາເລັດ 100% ແຕ່ຍັງຄ້າງຊຳລະມາດົນ ຍັງຄືບໜ້າໜ້ອຍ; ການປະຕິບັດບາງຄາດໝາຍດ້ານເງິນຕາ ຍັງມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາເງິນເຟີ້, ເງິນກີບອ່ອນຄ່າ ທຽບໃສ່ສະກຸນເງິນຕ່າງປະເທດ ຍັງບໍ່ມີສະຖຽນລະພາບ, ການຄ້າຕ່າງປະເທດເກີນດູນ ແຕ່ຄັງແຮ່ສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະ ການປ່ອຍສິນເຊື່ອຍັງປະຕິບັດໄດ້ໜ້ອຍ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຈຳເປັນ ໃນການທໍາການຜະລິດ ໂດຍສະເພາະ ການສະໜອງທຶນໃຫ້ແກ່ຜູ້ປະກອບການ MSMEs ຊຶ່ງບໍ່ທັນກ້ວາງຂວາງ ແລະ ທົ່ວເຖິງ; ການປະຕິບັດຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມຍັງບໍ່ທັນໄດ້ຕາມມະຕິສະພາ ແຫ່ງຊາດ, ເຖິງວ່າການປະຕິບັດຫຼາຍຄາດໝາຍມີຄວາມຄືບໜ້າ ແລະ ທ່າອ່ຽງທີ່ດີ, ແຕ່ກໍເຫັນວ່າ ຍັງມີຫຼາຍດ້ານ ທີ່ມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາຂາດແຄນຄູ ອານຸບານ ແລະ ຊັ້ນປະຖົມ, ການລາອອກຂອງຄູ ຫຼື ຄູອາສາສະໝັກ ຢູ່ເຂດຊົນນະບົດ, ການປະລະການຮຽນຊັ້ນມັດທະຍົມ; ຄຸນນະພາບ ການບໍລິການປິ່ນປົວ, ລະບົບປະກັນສຸຂະພາບຍັງບໍ່ທັນຄ່ອງຕົວທາງດ້ານການເງິນ, ລະບົບການບໍລິການ ຝາກທ້ອງ ແລະ ການເກີດ ລູກ ທີ່ ມີ ແພດຊ່ວຍ, ການຂາດແຄນແພດ, ການສັກວັກຊິນກັນພະຍາດ ບໍ່ສາມາດລົງເຄື່ອນໄຫວໄດ້ຕາມແຜນການ, ເຄື່ອງມື, ອຸປະກອນການແພດ ແລະ ຢາປິ່ນປົວພະຍາດ ບໍ່ພຽງພໍ, ວຽກງານ ອສບ (ອາສາສະໝັກສາທາລະນະສຸກຂັ້ນບ້ານ) ມີແຕ່ຜູ້ອາຍຸສູງ, ການສ້າງກອງທຶນ ຄຸ້ມຄອງໄພພິບັດ ແລະ ການໂຮມກັນຂອງ ອົງການປະກັນສັງຄົມ ແລະ ຫ້ອງການປະກັນສຸຂະພາບຍັງບໍ່ທັນໄດ້ ຈັດຕັ້ງປະຕິບັດ; ການບູລະນະ, ປົກປັກຮັກສາ, ພັດທະນາພື້ນຖານໂຄງລ່າງ, ການປົກປັກ ຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວ ໃນແຕ່ລະທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີ, ປະກົດການຫຍໍ້ທໍ້ດ້ານ ສັງຄົມ ຍັງມີແຜ່ຫຼາຍ ເປັນຕົ້ນ ການໃຊ້ຢາສູບໄຟຟ້າ, ຄໍລາເຈນທີ່ປະສົມສານ ອັນຕະລາຍຕໍ່ສຸຂະພາບ, ການແຜ່ເຊື້ອພະຍາດ ເອດສ໌ໄອວີ-ເອດສ໌, ບັນຫາການຄຸ້ມຄອງຮ້ານບັນເທີງ ແລະ ອື່ນໆ.