Skip to content
- ອ່ອນເພຍ, ບໍ່ສົດຊື່ນ, ງ່ວງນອນຕະຫລອດເວລາ.
- ຮ່າງກາຍເກີດການເຜົາຜານຫລາຍຂຶ້ນ ຈຶ່ງເຮັດໃຫ້ມີອາການເຫື່ອອອກງ່າຍ, ໄວຕໍ່ຄວາມຮ້ອນ.
- ເມື່ອຍງ່າຍ, ຫົວໃຈເຕັ້ນໄວ, ໃຈສັ່ນ, ຫົວໃຈເຕັ້ນຜິດຈັງຫວະ.
- ໃນແມ່ຍິງອາດສົ່ງຜົນໃຫ້ເກີດປະຈຳເດືອນຂາດ ຫລື ມາຫລາຍຜິດປົກກະຕິ.
- ນອນບໍ່ຄ່ອຍຫລັບ, ອາການທີ່ຕ່ອມໄທຣອຍເຮັດວຽກຫລາຍເກີນໄປຈະກະຕຸ້ນການເຮັດວຽກຂອງລະບົບປະສາດພາກສ່ວນກາງ ເຮັດໃຫ້ລົບກວນການນອນໄດ້.
- ລຳໄສ້ເຮັດວຽກໜັກຫລາຍຂຶ້ນ, ລຳໄສ້ເຄື່ອນໄຫວຫລາຍກ່ວາປົກກະຕິ ຈຶ່ງຂັບຖ່າຍອາຈົມຫລາຍກ່ວາປົກກະຕິ.
- ກ້າມຊີ້ນອ່ອນແຮງ ໂດຍສະເພາະບໍລິເວນກົກຂາ ແລະ ກົກແຂນ.
ຫາກທ່ານໃດເລີ່ມມີອາການເຫລົ່ານີ້ເກີດຂຶ້ນ ຄວນຮີບໄປໂຮງໝໍເພື່ອຮັບການກວດ ເພາະອາດເປັນສັນຍານເຕືອນຂອງອາການຕ່ອມໄທຣອຍເປັນພິດໄດ້ ໂດຍທ່ານໝໍຈະກວດ ແລະ ບົ່ງມະຕິການປິ່ນປົວໃຫ້ເໝາະສົມກັບຜູ້ປ່ວຍແຕ່ລະຄົນ.