Skip to content
- ໂປຣຕິນຈາກສັດ ຈຳພວກຊີ້ນສັດ, ນົມ, ໄຂ່, ຜະລິດຕະພັນຈາກສັດ ໃນຮູບແບບໂປຣຕິນສົມບູນ ເຊິ່ງມີກົດອະມິໂນທີ່ຮ່າງກາຍຕ້ອງການໃນການຟື້ນຟູຄວາມເສື່ອມສະພາບ.
- ໂປຣຕິນຈາກພືດ ສ່ວນຫລາຍຢູ່ໃນຮູບແບບໂປຣຕິນບໍ່ສົມບູນ ເຊິ່ງຈະມີກົດອະມິໂນທີ່ຈຳເປັນບໍ່ຄົບທຸກຕົວ ເຖິງວ່າພືດບາງຊະນິດ ເຊັ່ນ: ຖົ່ວເຫລືອງຈະມີກົດອະມິໂນທີ່ຈຳເປັນຄົບທຸກຕົວ, ແຕ່ກົດອະມິໂນບາງຊະນິດມີປະລິມານໜ້ອຍເກີນກ່ວາຄວາມຕ້ອງການຂອງຮ່າງກາຍ. ດັ່ງນັ້ນ, ສຳລັບຜູ້ທີ່ງົດການກິນຊີ້ນສັດ ຈຶ່ງຄວນກິນຖົ່ວ, ທັນຍາພືດ, ຜັກ ແລະ ໝາກໄມ້ໃຫ້ຫລາກຫລາຍ ແລະ ພຽງພໍເພື່ອທົດແທນໂປຣຕິນຈາກສັດ.
- ປະໂຫຍດຂອງໂປຣຕິນທີ່ທ່ານອາດຍັງບໍ່ຮູ້ ມີດັ່ງນີ້ :
- ໂປຣຕິນຊ່ວຍຫລຸດນຳ້ໜັກ : ອາຫານທີ່ມີໂປຣຕິນຫລາຍຈະເຮັດໃຫ້ຮູ້ສຶກອີ່ມຢ່າງໄວວາ ຈຶ່ງເຮັດໃຫ້ກິນອາຫານໄດ້ໃນປະລິມານທີ່ຫລຸດລົງ ແລະ ໃນໄລຍະຍາວນຳ້ໜັກຕົວຈະຄ່ອຍໆຫລຸດລົງຄືກັນ.
- ໂປຣຕິນສ້າງພູມຕ້ານທານ : ເພາະໂປຣຕິນຈາກພືດບາງຊະນິດມີສ່ວນສຳຄັນທີ່ຈະຊ່ວຍເພີ່ມກລູຕາໄທໂອນໃຫ້ແກ່ຮ່າງກາຍ ປຽບດັ່ງເພີ່ມສານອະນຸມູນອິດສະລະ ຈຶ່ງເຮັດໃຫ້ຮ່າງກາຍແຂງແຮງຂຶ້ນ.
- ໂປຣຕິນກັບຜົມ ແລະ ເລັບ : ຜູ້ທີ່ຂາດໂປຣຕິນມັກພົບບັນຫາເສັ້ນຜົມແຫ້ງ ຫລື ນານຍາວ ແລະ ຍັງມີຈຸດສີຂາວເທິງເລັບ ເກີດຈາກເຄຣາຕິນໃນຮ່າງກາຍເຮັດວຽກໄດ້ບໍ່ເປັນປົກກະຕິ ເພາະການເຮັດວຽກຂອງເຄຣາຕິນມີໂປຣຕິນເປັນສ່ວນປະກອບ.
- ໂປຣຕິນເສີມສ້າງກ້າມຊີ້ນ : ການກິນໂປຣຕິນຢ່າງສະໝໍ່າສະເໝີ ຊ່ວຍເພີ່ມສະມັດຕະພາບຂອງກ້າມຊີ້ນ ຫາກເຮັດຮ່ວມກັບການອອກກຳລັງກາຍຢ່າງຕໍ່ເນື່ອງໃນໄລຍະເວລາທີ່ພຽງພໍ.
- ໂປຣຕິນກັບແຊນສືບພັນ : ໂປຣຕິນນອກຈາກເປັນສານທີ່ຊ່ວຍໃນການຟື້ນຟູພາກສ່ວນທີ່ເສື່ອມສະພາບແລ້ວ ຍັງຊ່ວຍໃນການຜະລິດອະສຸຈິ ແລະ ຫລຸດຄວາມສ່ຽງເປັນໝັນໃນທ່ານຊາຍ, ຊ່ວຍຄວບຄຸມຮໍໂມນເພດຍິງໃຫ້ເປັນປົກກະຕິ.
- ໂປຣຕິນກັບອະໄວຍະວະຕ່າງໆ : ໂປຣຕິນຊ່ວຍຄວບຄຸມການເຮັດວຽກຂອງອະໄວຍະວະຕ່າງໆພາຍໃນຮ່າງກາຍໃຫ້ເຮັດວຽກໄດ້ເປັນປົກກະຕິ ຍັງຊ່ວຍຮັກສາຄວາມດຸ່ນດ່ຽງຂອງປະລິມານນຳ້ຕານໃນເລືອດ, ປິ່ນປົວເນື້ອເຍື່ອ, ຟື້ນຟູແຊນຕ່າງໆ, ຮັກສາລະດັບປະລິມານນຳ້ໃນແຊນ ແລະ ຫລອດເລືອດໃຫ້ຢູ່ໃນລະດັບທີ່ພໍດີ ແລະ ຍັງຮັກສາຄວາມດຸ່ນດ່ຽງຂອງຄ່າກົດດ່າງພາຍໃນຮ່າງກາຍຕື່ມອີກ.