ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ແສງສີຟ້າແມ່ນຄື້ນຂອງພະລັງງານແສງສີຟ້າ ທຳມະຊາດທີ່ສະກັດມາຈາກ ລັງສີ UV ທຳມະຊາດແລະສາມາດ ເບິ່ງໄດ້ດ້ວຍຕາເປົ່າ

ແສງສີຟ້າເປັນອັນຕະລາຍຕໍ່ດວງຕາເຮັດໃຫ້ເກີດ 3 ບັນຫາຕໍ່ສຸຂະພາບດວງຕາຄື:

  • ຈໍປະສາດຕາເສື່ອມ
    ເກີດຂື້ນຈາກພາວະຈໍຕາບວມ ແລະ ຈຸດພາບຊັດ ຮັບຄື້ນພະລັງງານແສງສີຟ້າຈາກໜ້າຈໍໂດຍກົງ ເຮັດໃຫ້ເກີດຄວາມເສື່ອມສະພາບ ໃນການສົ່ງສັນຍານການເບິ່ງເຫັນໄປຫາສ່ວນເສັ້ນປະສາດຕາ ຈຶ່ງສົ່ງຜົນໃຫ້ເກີດອາການຕາມົວການເບິ່ງເຫັນເສື່ອມສະພາບໄປເລື້ອຍໆ.
  • ອາການຕາລ້າຕາແຫ້ງ
    ເກີດຂຶ້ນຈາກການເບິ່ງຄອມພິວເຕີ້ທີ່ມີລັງສີ UV, ຄື້ນແສງສີຟ້າ ມີຄວາມເຂັ້ມສູງ ຈະສ້າງຜົນຂ້າງຄຽງໃຫ້ເກີດອາການຄັນຕາ ແລະ ຕາແດງຮ່ວມນໍາ.
  • ຜົນກະທົບຕໍ່ການນອນຫລັບ
    ການໄດ້ຮັບຄື້ນພະລັງງານແສງສີຟ້າຫລາຍ ມີຜົນກະທົບຕໍ່ລະບົບການເຮັດວຽກພາຍໃນຮ່າງກາຍ ແຕ່ລະບຸກຄົນປ່ຽນໄປ, ແສງສີຟ້າຈາກໜ້າຈໍຈະເຮັດ ໃຫ້ຕ່ອມໄພນ່ຽນທີ່ຜະລິດຮໍໂມນເມລາໂທນິນ ຈາກສະໝອງໜ້ອຍລົງສ້າງຜົນກະທົບ ໃຫ້ຜູ້ປ່ວຍນອນບໍ່ຫລັບ ຫລື ນອນຫລັບບໍ່ແຈບ.
    .

ແສງສີຟ້າ #ແສງUV #ສົ່ງຜົນກະທົບຕໍ່ດວງຕາ