ຜັກໝາກໄມ້ #ຫລຸດນໍ້າໜັກ

ເຊື່ອວ່າຫລາຍໆທ່ານຢາກມີຮູບຮ່າງງາມສົມສ່ວນ ແລະ ບໍ່ເສຍສຸຂະພາບ, ຢາກຈ່ອຍໃນເວລາອັນສັ້ນ ເຊິ່ງກໍມີວິທີຊ່ວຍຫລຸດນຳ້ໜັກຫລວງຫລາຍແຕກຕ່າງກັນໄປ, ແຕ່ກໍມີຄວາມເຊື່ອວ່າຫາກອົດອາຫານ ແລ້ວດື່ມແຕ່ນຳ້ຜັກ-ນຳ້ໝາກໄມ້ກໍຈະຊ່ວຍຫລຸດນຳ້ໜັກໄດ້ຢ່າງມີປະສິດທິພາບເຊັ່ນກັນ ເຊິ່ງຄວາມຈິງກ່ຽວກັບເລື່ອງນີ້ຈະເປັນແນວໃດນັ້ນ ມື້ນີ້ພວກເຮົາມີຄຳຕອບມານຳສະເໜີ
.
ການອົດອາຫານ ແລ້ວດື່ມແຕ່ນຳ້ຜັກ-ນຳ້ໝາກໄມ້ນັ້ນບໍ່ສາມາດຮັບຮອງຜົນວ່າທ່ານຈະຫລຸດນຳ້ໜັກໄດ້ສະເໝີໄປ ຫາກເປັນນຳ້ຜັກ-ນຳ້ໝາກໄມ້ທີ່ປຸງແຕ່ງລົດຊາດດ້ວຍນຳ້ຕານ ກໍຈະເຮັດໃຫ້ນຳ້ໜັກຕົວຂອງທ່ານເພີ່ມຂຶ້ນໄດ້ ຫລື ການດື່ມພຽງນຳ້ຜັກ-ນຳ້ໝາກໄມ້ແທນຄາບເຂົ້າປົກກະຕິ ອາດສາມາດເຮັດໃຫ້ນຳ້ໜັກຕົວຫລຸດລົງໄດ້ໄວ ແຕ່ສິ່ງທີ່ສູນເສຍໄປແມ່ນກ້າມຊີ້ນ ແລະ ກະດູກ
.
ການດື່ມສະເພາະແຕ່ນຳ້ຜັກ-ນຳ້ໝາກໄມ້ນັ້ນ ນອກຈາກຈະເຮັດໃຫ້ບໍ່ໄດ້ຮັບສານອາຫານທີ່ຢູ່ໃນເປືອກ ແລະ ຊີ້ນໝາກໄມ້ແລ້ວ ອາດຈະຍັງເຮັດໃຫ້ຫິວງ່າຍຂຶ້ນນຳ ເພາະບໍ່ໄດ້ກິນເສັ້ນໄຍອາຫານເຂົ້າໄປ. ແນວໃດກໍຕາມ, ການຫລຸດນຳ້ໜັກທີ່ໄດ້ຜົນດີທີ່ສຸດກໍແມ່ນການເລືອກກິນອາຫານທີ່ເນັ້ນຜັກ, ໝາກໄມ້, ຊີ້ນສັດບໍ່ຕິດໄຂມັນ, ທັນຍາພືດ ແລະ ໝັ່ນດື່ມນຳ້ມື້ລະ 8 ຈອກ ໃຫ້ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ເພາະນຳ້ຈະຊ່ວຍໃນການເຮັດໜ້າທີ່ຂອງລະບົບຕ່າງໆ ແລະ ຍັງຊ່ວຍໄລ່ສານພິດໃນຮ່າງກາຍໄດ້ນຳອີກ
.