ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ສັງຄົມ

ແສງສີຟ້າແມ່ນຄື້ນຂອງພະລັງງານແສງສີຟ້າ ທຳມະຊາດທີ່ສະກັດມາຈາກ ລັງສີ UV ທຳມະຊາດແລະສາມາດ ເບິ່ງໄດ້ດ້ວຍຕາເປົ່າ

ແສງສີຟ້າເປັນອັນຕະລາຍຕໍ່ດວງຕາເຮັດໃຫ້ເກີດ 3 ບັນຫາຕໍ່ສຸຂະພາບດວງຕາຄື: ແສງສີຟ້າ #ແສງUV #ສົ່ງຜົນກະທົບຕໍ່ດວງຕາ

ໂຮມຊຸມນຸມວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດພິທີໂຮມຊຸມນຸມເນື່ອງໃນໂອກາດ ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13 ສິງຫາ 1950 – 13 ສິງຫາ 2024), ໃນວັນທີ 9 ສິງຫາ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າສື່ມວນຊົນວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ…

ຖືເປັນສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງ ຕິດພັນກັບການສ້າງພະລາທິການກັບທີ່.

ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບ ປະຕິວັດມີລະບຽບແຜນທັນສະໄໜ, ບໍ່ວ່າກົມກອງກຳລັງຫຼວງ – ກຳລັງທ້ອງຖີ່ນ ໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງ ຕິດພັນກັບການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ, ໃນນີ້ ເວົ້າສະເພາະ ສູນຝຶກກອງພົນທີ 5 ກໍ່ແມ່ນກົມກອງໜຶ່ງທີ່ມີໜ້າທີ່ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ທັງເປັນບ່ອນຝຶກຝົນຫຼໍ່ຫຼອມ ພະນັກງານ-ນັກຮົບຮຸ່ນສືບທອດໃຫ້ແກ່ກອງທັບ. ສະຫາຍ ພັນໂທ ໜອນຄຳ ພີມມະສອນ ຮອງຫົວໜ້າ ການເມືອງສູນຝຶກ ກອງພົນທີ 5 ໃຫ້ຮູ້ວ່າ: ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ ໃຫ້ທັນກັບສະພາບການ ໃນໄລຍະໃໝ່ ກໍ່ຄື:ໄລຍະແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສ້າງໃຫ້ກຳລັງປະກອບອາວຸດ ກາຍເປັນກອງທັບ…

ຍົກສູງວຽກງານຄຸ້ມຄອງ, ບົວລະບັດຜັດເຊັດພາຫະນະເຕັກນິກ ໃຫ້ມີຄວາມຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ.

ຫ້ອງເຕັກນິກກອງບັນຊາການທະຫານແຂວງ ເຊກອງ ມີພາລະບົດບາດ ໜ້າທີ່ເປັນເສນາທິການ ຮັບປະກັນວຽກງານເສນາເຕັກນິກ, ໃຫ້ກອງບັນຊາການທະຫານ ແຂວງ ເປັນຕົ້ນແມ່ນຮັບປະກັນດ້ານເຕັກນິກ, ການທະຫານ ອາວຸດ – ກະສູນ ແລະ ອຸປະກອນເຕັກນິກຂອງກົມກອງໃຫ້ພຽງພໍຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ, ມີຄວາມປອດໄພໃນເວລານໍາໃຊ້ ແນ່ໃສ່ເຮັດໃຫ້ກົມກອງເຄື່ອນໄຫວເຮັດສຳເລັດໜ້າທີ່ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊຂອງກອງທັບ, ພ້ອມທັງຮັບປະກັນວຽກງານເຕັກນິກໃຫ້ແກ່ການອົບຮົມຫັດແອບ ປັບປຸງກໍ່ສ້າງກໍາລັງໃນແຕ່ລະໄລຍະໃຫ້ມີຜົນສຳເລັດສູງ. ສະຫາຍ ພັນໂທ ຄຳບູ່ ກຸດາວົງ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານ ແຂວງເຊກອງ, ໃຫ້ຮູ້ວ່າ: ໃນໄລຍະຜ່ານມາກໍ່ຄືປັດຈຸບັນ ຄະນະພັກ-ຄະນະບັນຊາ ພວກເຮົາໄດ້ຖືເອົາວຽກງານຄຸ້ມຄອງພາຫະນະເຕັກນິກ ເປັນວຽກງານໜຶ່ງທີ່ສໍາຄັນຢູ່ໃນກໍາລັງປະກອບອາວຸດ ເພື່ອຮັບປະກັນໃຫ້ແກ່ການເຝີກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບຢູ່ໃນກອງທັບໃຫ້ທັນເວລາ, ໃນນີ້ ຄະນະພັກ –…

ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ ແລະ ການຮ່ວມມືດ້ານທະຫານຈີນ ແລະ ລາວ ໃຫ້ໝັ້ນຄົງຍາວນານ.

ວັນທີ 1 ສິງຫາປີ 1927, ການນໍາພັກກອມມູນິດຈີນໄດ້ປະຕິບັດການລຸກຮື້ ຂຶ້ນນານຊາງ, ເປັນຂີດໝາຍແຫ່ງການກຳເນີດຂອງກອງທັບປະຊາຊົນໃນຮູບແບບໃໝ່ ເຊິ່ງນໍາພາໂດຍພັກ ກອມມູນິດຈີນຢ່າງເປັນເອະລາດ. ນັບແຕ່ນັ້ນເປັນຕົ້ນມາ, “ວັນທີ 1 ສິງຫາ” ຈິ່ງເປັນວັນທີ່ມີຄວາມສໍາຄັນຂອງກອງທັບປົດປ່ອຍປະຊາຊົນຈີນ. ຕະຫຼອດໄລຍະ 97 ປີທີ່ຜ່ານມາ, ກອງທັບປົດປ່ອຍປະຊາຊົນຈີນທີ່ໄດ້ປະຕິບັດ ຕາມຄໍາສັ່ງຂອງພັກຢ່າງເດັດດ່ຽວ ແລະ ສືບຕໍ່ກໍ່ສ້າງກໍາລັງທະຫານຊັ້ນສູງ, ສ້າງ ຜົນງານໄດ້ຢ່າງໂດດເດັ່ນ ເພື່ອປົດປ່ອຍປະຊາຊົນ ເອກະລາດແຫ່ງຊາດ ແລະ ການ ຟື້ນຟູປະເທດຊາດ, ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງໃນການປົກປັກຮັກສາ ອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດການພັດທະນາປະເທດຊາດ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມສະຫງົບຂອງໂລກ. ສຳລັບ ປະເທດຈີນ ແລະ ປະເທດລາວ…

ສະຫາຍ ໂຕເລີມ ໄດ້ຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ.

ວັນທີ 3 ສິງຫາ ນີ້, ຢູ່ນະຄອນ ຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ໄດ້ຈັດກອງປະຊຸມ ເພື່ອສະເໜີ ແລະ ແຕ່ງຕັ້ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຊຸດທີ XIII, ສະຫາຍ ຟ້າມມິງຈິງ ກໍາມະການກົມການເມືອງ ນາຍົກລັດຖະມົນຕີ ສສ ຫວຽດນາມ ຕາງໜ້າກົມການເມືອງ ເປັນຜູ້ນໍາພາດໍາເນີນກອງປະຊຸມ. ໃນກອງປະຊຸມ, ເຫັນດີເປັນເອກະພາບ ສະເໜີແຕ່ງຕັ້ງ ສະຫາຍ ໂຕເລີມ ກຳມະ ການກົມການເມືອງ ປະທານປະເທດ ຫວຽດນາມ ໃຫ້ດໍາລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII. ພາຍຫຼັງໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ສະຫາຍ…

ຊາວໜຸ່ມຫ້ອງການເມືອງ ທະຫານແຂວງວຽງຈັນສ້າງຂະບວນການອອກແຮງງານລວມ.

ວັນທີ 16 ກໍລະກົດ 2024 ນີ້ ຊາວໜຸ່ມ-ແມ່ຍິງ ຫ້ອງການເມືອງກອງບັນຊາການທະຫານແຂວງວຽງຈັນ, ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມຢູ່ກົມກອງ, ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງການເມືອງ ແລະ ວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ເປັນຕົ້ນແມ່ນ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ ( 20 ກໍລະກົດ 1955-20 ກໍລະກົດ 2024 ) ໃຫ້ມີບັນຍາກາດຟົດຟື້ນ, ກວ້າງຂວາງ ແລະ ມີເນື້ອໃນສຳຄັນ. ການອອກແຮງງານລວມໃນຄັ້ງນີ້ ໄດ້ພ້ອມຕັດຫຍ້າອ້ອມຫ້ອງການ, ສໍານັກງານກອງບັນຊາການ, ອະນາໄມ ໜານດອກໄມ້ ແລະ ສະຖານທີ່ຕ່າງໆ ໃຫ້ມີຄວາມສະອາດຈົບງາມ, ມີຄວາມເປັນລະບຽບຮຽບຮ້ອຍ,…