ຄວາມຈິງແລ້ວ ນ້ຳໝາກໄມ້ ອາດມີນ້ຳຕານສູງທຽບເທົ່ານ້ຳອັດລົມ.

ຫລາຍຄົນເລືອກດື່ມນໍ້າໝາກໄມ້ ເພາະມີລົດຊາດຫວານຊື່ນໃຈ ແລະ ຍັງມີປະໂຫຍດຕໍ່ສຸຂະພາບເຊັ່ນດຽວກັບການກິນໝາກໄມ້ເປັນໜ່ວຍ, ແຕ່ນໍ້າໝາກໄມ້ອາດບໍ່ແມ່ນເຄື່ອງດື່ມສໍາລັບສຸຂະພາບສະເໝີໄປ ເພາະອາດມີນໍ້າຕານຫລາຍ ທຽບເທົ່າກັບນໍ້າອັດລົມ ແລະ ຖ້າດື່ມຫລາຍເກີນໄປກໍອາດຈະເຮັດໃຫ້ເກີດບັນຫາສຸຂະພາບຕາມມາ
.
ພ້ອມນັ້ນ ການເລືອກດື່ມນໍ້າໝາກໄມ້ປັ່ນແບບບໍ່ແຍກກາກໃຍ ຈະເຮັດໃຫ້ຄຸນຄ່າທາງສານອາຫານ ແລະ ມີກາກໃຍຫລາຍກວ່າ, ຍັງເຮັດໃຫ້ຮູ້ສຶກອີ່ມອີກດ້ວຍ ແຕ່ໃນທາງກົງກັນຂ້າມຖ້າແຍກກາກໃຍອອກ ຄັ້ນເອົາແຕ່ນໍ້າ ຈະບໍ່ຊ່ວຍໃຫ້ຮູ້ສຶກອີ່ມ ຈຶ່ງເປັນສາເຫດທີ່ເຮັດໃຫ້ຕ້ອງຮັບປະທານອາຫານຊະນິດອື່ນເຂົ້າໄປພ້ອມໃນແຕ່ລະມື້
.
ນອກຈາກນີ້ຫລັງຈາກຄັ້ນ ຫລື ປັ່ນກໍຄວນດື່ມໃຫ້ໝົດພາຍໃນເທື່ອດຽວ ເພາະຖ້າປະໄວ້ ແບັກທີເຣຍຈະຄ່ອຍໆເພີ່ມຈໍານວນຂຶ້ນ ສົ່ງຜົນໃຫ້ມີອາການທ້ອງໄສ້ປັ່ນປ່ວນ ຫລື ຖອກທ້ອງຕາມມາໄດ້, ຖ້າເປັນນໍ້າໝາກໄມ້ຄັ້ນສົດໃນບັນຈຸພັນຕ່າງໆ ກໍຄວນເລືອກໂຕທີ່ຜ່ານການພາສເຈີໄຣຊມາແລ້ວ
.
ນໍ້າໝາກໄມ້ ມີນໍ້າຕານທຽບເທົ່າກັບນໍ້າອັດລົມ 350 ml ທີ່ໃຫ້ພະລັງງານ 140 cal ແລະ ມີນໍ້າຕານ 40 g , ສ່ວນນໍ້າແອັບເປິ້ນໃນປະລິມານເທົ່າກັນ ທີ່ໃຫ້ພະລັງງານ 165 cal ຈະມີນໍ້າຕານ 39 g ເຊິ່ງການບໍລິໂພກເຄື່ອງດື່ມທີ່ມີນໍ້າຕານໃນປະລິມານຫລາຍ ຈະສົ່ງຜົນໃຫ້ມີລະດັບນໍ້າຕານໃນເລືອດສູງຂຶ້ນຢ່າງໄວ ລວມທັງຜູ້ທີ່ມີສຸຂະພາບດີ ກໍອາດສ່ຽງເກີດພະຍາດເບົາຫວານຊະນິດທີ 2 ແລະ ພະຍາດອ້ວນໄດ້ ສ່ວນຜູ້ປ່ວຍທີ່ເປັນພະຍາດເບົາຫວານ ກໍຄວນຫລີກລ່ຽງການດື່ມນໍ້າໝາກໄມ້ເພື່ອປ້ອງກັນບໍ່ໃຫ້ອາການຮຸນແຮງຂຶ້ນ
.