ມັດລວມ 5 ວິທີປ້ອງກັນສັດມີພິດ‼️

ມັດລວມ 5 ວິທີປ້ອງກັນສັດມີພິດ‼️ ລະດູຝົນທີ່ມາພ້ອມກັບສັດມີພິດນາໆຊະນິດ ເພື່ອຫຼີກລ່ຽງອັນຕະລາຍທີ່ອາດຈະລີ້ຢູ່ໃນເຮືອນ.
ລະດູຝົນຖືວ່າເປັນລະດູທີ່ພົບເຫັນສັດທີ່ມີພິດໄດ້ງ່າຍ ບໍ່ວ່າຈະເປັນ: ງູ, ຂີ້ເຂັບ, ແມງງອດ, ແມງມຸມ ແລະ ອື່ນໆ. ເພື່ອຫຼີກລ່ຽງບໍ່ໃຫ້ເກີດອັນຕະລາຍຕໍ່ໂຕເຮົາ ແລະ ຄົນໃນຄອບຄົວ ມາຮູ້ຈັກ 5 ວິທີປ້ອງກັນສັດມີພິດເຂົ້າເຮືອນໃນຊ່ວງລະດູຝົນມີດັ່ງນີ້:
ຮັກສາຄວາມສະອາດເຮືອນຢູ່ຕະຫຼອດເວລາ
ສັດທີ່ມີພິດສ່ວນຫຼາຍທີ່ເຂົ້າໄປໃນເຮືອນ ຈະເລືອກອາໄສຢູ່ໃນພື້ນທີ່ທີ່ແອອັດ ແລະ ບ່ອນທີ່ມີຄວາມຊຸ່ມ ເຊັ່ນ: ເຮືອນຄົວ, ຫ້ອງນ້ໍາ, ແລະ ມຸມມືດຂອງເຮືອນ. ສະນັ້ນ, ການທຳຄວາມສະອາດເຮືອນເປັນປະຈຳ ຈະຊ່ວຍໃຫ້ເຮືອນມີຄວາມປອດໂປ່ງ ແລະ ບໍ່ມີຄວາມຊຸ່ມຕະຫຼອດ. ເຮັດໃຫ້ສັດມີພິດຫາບ່ອນຢູ່ອາໄສໄດ້ຍາກຂຶ້ນ ແລະ ຍັງຈະຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການລະບາດຂອງພະຍາດໃນລະດູຝົນ.
ອີກຢ່າງໜຶ່ງເວລທີ່ຈະໃສ່ເກີບ ຫຼື ເຄື່ອງນູ່ງຫົ່ມທີ່ປະໄວ້ນອກເຮືອນຄວນທີ່ຈະກວດກາ ຫຼື ຜຶ່ງອອກເບິ່ງວ່າບໍ່ມີຫຍັງທີ່ເປັນອັນຕະລາຍ ເພາະວ່າອາດຈະມີສັດທີ່ມີພິດລີ້ຢູ່ໃນນັ້ນໄດ້ ສະນັ້ນຄວນກວດເບິ່ງຢ່າງລະອຽດເພື່ອຄວາມປອດໄພຂອງຕົນເອງ.
ປິດຊ່ອງວ່າງປະຕູ
ປະຕູສ່ວນຫຼາຍມີຊ່ອງວ່າງເພື່ອເພີ່ມຄວາມສະດວກໃນເວລາເປີດ ແລະ ປິດ, ຢ່າງໃດກໍຕາມມັນຍັງເປັນຊ່ອງທາງທີ່ແມງໄມ້ ແລະ ສັດມີພິດທີ່ຈະເຂົ້າໄປໃນເຮືອນ ສະນັ້ນ, ພະຍາຍາມຫາແນວມາປິດ ຫຼື ຫາໂຟມມາຕິດຮຽບຮ້ອຍ ແລະ ພະຍາຍາມບໍ່ເປີດປະຕູໄວ້ດົນ.
ອານາໄມຮົ້ວສວນ ແລະ ຕົ້ນໄມ້ໃຫ້ບໍ່ໃຫ້ຮົກເຮື້ອ
ສວນ ຫຼື ພື້ນທີ່ປູກຕົ້ນໄມ້ ເປັນອີກບ່ອນໜຶ່ງທີ່ສັດມີພິດມັກເຮັດຮັງໃນຊ່ວງລະດູຝົນ ເພາະມີສະພາບແວດລ້ອມທີ່ເໝາະສົມກັບການດຳລົງຊີວິດ ແລະ ສາມາດລີ້ໄພໄດ້ເປັນຢ່າງດີ. ການທຳຄວາມສະອາດສວນເປັນປະຈຳ ຈະຊ່ວຍຫຼຸດຜ່ອນແຫຼ່ງທີ່ມາຂອງສັດມີພິດ ແລະ ຍັງປັບປຸງພູມສັນຖານຂອງເຮືອນໃຫ້ສວຍງາມ.
ກໍາຈັດຂີ້ເຫຍື້ອ
ສາເຫດໜຶ່ງທີ່ສັດມີພິດມັກອາໄສຢູ່ຕາມເຮືອນຂອງຄົນເຮົາແມ່ນຂີ້ເຫຍື້ອ ແລະ ເສດອາຫານທີ່ສະສົມຢູ່ໃນຖັງຂີ້ເຫຍື້ອ ເຊິ່ງອາດເປັນທັງແຫຼ່ງອາຫານ ແລະ ທີ່ຢູ່ອາໄສ ສະນັ້ນ, ຄວນຮູ້ຈັກການຖິ້ມຂີ້ເຫຍື້ອໃຫ້ຖືກວິທີເຊັ່ນ: ໃຊ້ຖັງທີ່ມີຝາປິດ, ອະນາໄມຖັງເປັນປະຈຳ ແລະ ປິດຖົງກ່ອນຖິ້ມ.
ສ້ອມແປງຮອຍແຕກໃນເຮືອນ
ຮອຍແຕກ ຫຼື ບໍລິເວນມຸມຕ່າງໆທີ່ມີຄວາມເສຍຫາຍ ແມ່ນໜຶ່ງໃນພື້ນທີ່ອັນຕະລາຍທີ່ແມງໄມ້ ແລະ ສັດທີ່ເປັນພິດສາມາດເຂົ້າມາໃນໄດ້ຢ່າງງ່າຍດາຍ. ສະນັ້ນ, ພະຍາຍາມກວດກາຮອຍແຕກໃນເຮືອນ ແລະ ສ້ອມແປງບໍ່ໃຫ້ມີພື້ນທີ່ໃຫ້ສັດມີພິດເຂົ້າມາໄດ້