ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ

ວັນທີ 30 ມິຖຸນາ 2025, ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ປະດັບທຽບຊັ້ນນັກຮຽນທີ່ຈົບຈາກສາຍລັດ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ ຕະຫຼອດຮອດນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃໝ່ເຂົ້າຮ່ວມ.

ສະຫາຍ ພັນເອກ ອຳພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນັກຮຽນທີ່ຈົບຈາກສາຍລັດ ໃຫ້ນາຍທະຫານ ທົ່ວກົມໃຫຍ່ການເມືອງກອງທັບລວມທັງໝົດ 192 ສະຫາຍ ໃນນີ້ ເລື່ອນຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີ 29 ສະຫາຍ, ເລື່ອນທຽບຊັ້ນພັນຕີ 35 ສະຫາຍ ແລະ ກົມໃຫຍ່ການເມືອງກອງທັບຕົກລົງ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ 3 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ 27 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ 1 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ 5 ສະຫາຍ ແລະ ປະດັບທຽບຊັ້ນໃຫ້ນັກຮຽນທີ່ຈົບວິຊາສະເພາະຈາກສາຍລັດ ປະດັບທຽບຮ້ອຍໂທ 85 ສະຫາຍ, ປະດັບທຽບຮ້ອຍຕີ 3 ສະຫາຍ.

ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ໃນຄັ້ງນີ້ ພ້ອມທັງເນັ້ນໜັກ ໃຫ້ສືບຕໍ່ຄົ້ນຄວ້າເຊື່ອມຊຶມຢ່າງເລິກເຊິ່ງ ແນວທາງນະໂຍບາຍຂອງພັກ-ລັດ, ໜ້າທີ່ການເມືອງຂອງກົມກອງ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ເພື່ອໝູນໃຊ້ເຂົ້າໃນວຽກງານຕົວຈິງ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ, ສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງໃນທຸກດ້ານ ໂດຍສະເພາະທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ໃຫ້ເຂັ້ມງວດ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ ແລະ ພ້ອມກັນເຮັດສຳເລັດ ໜ້າທີ່ການເມືອງ ຕາມການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້.

ພາບ- ຂ່າວ ນົກ ບຸນມາເລີດ