ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ
Admin

Admin

ຊາວໜຸ່ມ-ແມ່ຍິງ ກອງວິທະຍຸກະຈາຍສຽງກອງທັບ ກັບ ກອງໂທລະພາບກອງທັບ ຈັດກິດຈະກໍາແຂ່ງຂັນກິລາມິດຕະພາບ

ໂດຍປະຕິບັດຕາມເນື້ອໃນຈິດໃຈການແຮກສ່ຽວຂອງສອງອົງການຈັດຕັ້ງມະຫາຊົນໄດ້ເຊັນບົດບັນທຶກຮ່ວມກັນ ດັ່ງນັ້ນໜ່ວຍຊາວໜຸ່ມ-ແມ່ຍິງ ກອງວິທະຍຸກະຈາຍສຽງກອງທັບ ກັບ ກອງໂທລະພາບກອງທັບ ໄດ້ຈັດກິດຈະກໍາແຂ່ງຂັນກິລາບານສົ່ງ ແລະ ກິລາເປຕັງມິດຕະພາບ, ຂຶ້ນໃນວັນທີ 4 ກໍລະກົດ 2025, ໂດຍມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ-ແມ່ຍິງ ຕະຫຼອດຮອດສະມາຊິກຊາວໜຸ່ມ-ແມ່ຍິງທັງ 2 ກອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນຕີ ຄໍາສຸກ ສຸກສະຫວັນ ເລຂາໜ່ວຍຊາວໜຸ່ມ ກອງວິທະຍຸກະຈາຍສຽງກອງທັບ ໄດ້ໃຫ້ສຳພາດວ່າ: ຈຸດປະສົງຂອງການຈັດກິດຈະກໍາໃນຄັ້ງນີ້ ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງໜ່ວຍຊາວໜຸ່ມ-ແມ່ຍິງຂອງສອງກົມກອງໃຫ້ແໜ້ນແຟ້ນກວ່າເກົ່າ, ພ້ອມນີ້ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ແລະ ປະດັບເອ້ໃຫ້ 3 ວັນປະຫວັດສາດຂອງພັກຂອງຊາດໃນປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70…

ການເປັນປະທານອາຊຽນຂອງກອງທັບປະຊາຊົນລາວ ໃນປີ 2024 ຜ່ານມາ ໄດ້ເນັ້ນໃສ່ 4 ບຸລິມະສິດ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ

ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ທີ່ ບາງກອກ, ປະເທດໄທ, ໂດຍການລົງນາມໃນຖະແຫຼງການອາຊຽນ (ຖະແຫຼງການບາງກອກ) ໂດຍ ຜູ້ກໍ່ຕັ້ງຂອງ ອາຊຽນຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ສປປ ລາວ ຂອງພວກເຮົາ ໄດ້ເຂົ້າເປັນສະມາຊິກອາຊຽນໃນວັນທີ 28 ກໍລະກົດ 1995, ສະມາຄົມປະຊາຊາດແຫ່ງອາຊີ ຕາເວັນອອກສຽງໃຕ້ (ASSOCIATION OF SOUTHEAST ASIAN NATIONS ຫຼື ASEAN) ເປັນອົງການຮ່ວມມື ລະຫວ່າງ ປະເທດ…

ກອງປະຊຸມເຜີຍແຜ່ແຜນການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກຳລັງ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກອງປະຊຸມເຜີຍແຜ່ແຜນການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກຳລັງ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 07 ກໍລະກົດ 2025, ໂດຍການເປັນປະທານຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານແຜນການເຄື່ອນໄຫວວຽກງານການເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງຫັດແອບກຳລັງ ເຂົ້າຮ່ວມເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໂດຍອີງຕາມແຜນການ ຂອງກົມອົບຮົມ…

ຮອດເວລາຕ້ອງຊັກແລ້ວ!!

ມາເບິ່ງໄລຍະເວລາທີ່ຄວນອະນາໄມເຄື່ອງໃຊ້:.ເຄື່ອງຂອງບາງຢ່າງ ທີ່ເຮົາໃຊ້ຢູ່ທຸກມື້ນີ້ ຍິ່ງເຮົາໃຊ້ເປັນປະຈໍາ ຍິ່ງຕ້ອງອະນາໄມເລື້ອຍໆ ເພາະຍິ່ງປະໄວ້ດົນ ຍິ່ງສົກກະປົກ ແລະ ຍິ່ງມີແບັກທີເຣຍຫລາຍອີກເຊັ່ນ: ຜ້າປູບ່ອນນອນ, ຜ້າຫົ່ມ… ໂດຍສະເພາະຜ້າເຊັດໂຕ ຍິ່ງຕ້ອງອະນາໄມເລື້ອຍໆ.ເພາະແບັກທີເຣຍອາດສົ່ງຜົນເສຍຕໍ່ສຸຂະພາບ ຫລາຍໄປກວ່ານັ້ນຍັງກໍ່ໃຫ້ເກີດສິວ ແລະ ພະຍາດຜິວໜັງພ້ອມ ເພື່ອສຸຂະອະນາໄມທີ່ດີ ເຮົາຄວນທໍາຄວາມສະອາດເປັນປະຈໍາ.ດັ່ງນັ້ນ, ເຮົາເລີຍເອົາອາຍຸສິ່ງຂອງທີ່ເຮົາຄວນອະນາໄມເປັນປະຈໍາ ມາໃຫ້ເຮົາໄດ້ປະຕິບັດກັນດັ່ງນີ້:

ກິນໝາກໄມ້ຫລັງກິນເຂົ້າ ເປັນສິ່ງທີ່ບໍ່ສົມຄວນ ເພາະຈະສົ່ງຜົນກະທົບຕໍ່ສຸຂະພາບຫລາຍກວ່າທີ່ທ່ານຄິດ.

ການກິນໝາກໄມ້ ເປັນສ່ວນໜຶ່ງຂອງການເບິ່ງແຍງສຸຂະພາບທີ່ດີ ແຕ່ຫລາຍຄົນອາດຍັງບໍ່ຮູ້ວ່າການກິນໝາກໄມ້ທີ່ໃຫ້ໄດ້ປະໂຫຍດສູງສຸດນັ້ນມີເຄັດລັບຢູ່ໃດ, ການກິນໝາກໄມ້ຕາມໃຈມັກນັ້ນອາດບໍ່ແມ່ນທາງເລືອກທີ່ດີ ເຖິ່ງແມ່ນວ່າໝາກໄມ້ຈະມີປະໂຫຍດຫລາຍຕໍ່ຮ່າງກາຍ ແລະ ຫລາຍຄົນລຶ້ງເຄີຍກັບການກິນໝາກໄມ້ຫລັງອາຫານ, ການກິນໝາກໄມ້ໃຫ້ຖືກວິທີຈະຊ່ວຍໃຫ້ຮ່າງກາຍໄດ້ຮັບສານອາຫານຢ່າງເຕັມທີ່ ແລະ ມີປະສິດທິພາບຫລາຍຂຶ້ນ. ເຫດຜົນທີ່ບໍ່ຄວນກິນໝາກໄມ້ຫລັງອາຫານ

ຮູ້ບໍ່ວ່າຜ້າເຊັດໂຕທີ່ເຮົາໃຊ້ອາບນໍ້າໃນທຸກໆມື້ ມີແບັກທີເຣຍທີ່ເຮົາບໍ່ສາມາດເບິ່ງເຫັນໄດ້.

ເຮົາຄວນໝັ່ນຊັກຜ້າເຊັດໂຕຢູ່ເລື້ອຍໆ ເນື່ອງຈາກຜ້າເຊັດໂຕທີ່ຜ່ານການໃຊ້ແລ້ວສ່ວນໃຫຍ່ຈະມີການປົນເປື້ອນຂອງແບັກທີເຣຍທີ່ເປັນສາເຫດຂອງພະຍາດຕ່າງໆໄດ້, ນັກຈຸລິນຊີວິທະຍາ ມະຫາວິທະຍາໄລອາລິໂຊນ່າໄດ້ສຶກສາວຽກທີ່ຍັງບໍ່ໄດ້ຕີພິມ ເຊິ່ງພົບວ່າຜ້າເຊັດໂຕໃນຫ້ອງນໍ້າເກືອບ 90% ຖືກປົນເປື້ອນດ້ວຍແບັກທີເຣຍໂຄລິຟອມ (coliform) ເຊິ່ງເປັນສິ່ງມີຊີວິດທີ່ສາມາດກໍ່ໃຫ້ເກີດພະຍາດໃນນໍ້າ ເປັນຫຍັງຈຶ່ງເປິະເປື້ອນ?ຜ້າເຊັດໂຕຂອງເຮົາເປັນບ່ອນສະສົມເຊື້ອພະຍາດ ແລະ ແບັກທີເຣຍຕ່າງໆ ຍ້ອນວ່າທຸກເທື່ອທີ່ເຮົາໃຊ້ມັນ ເຮົາຕ້ອງເຊັດຮ່າງກາຍຂອງເຮົາໃຫ້ແຫ້ງ, ເຮັດໃຫ້ເຊື້ອແບັກທີເຣຍທີ່ຕິດນໍາຕົນໂຕເຮົາຕິດໄປກັບຜ້າຂົນໜູ.ແນວໃດກໍຕາມ ເຖິງມັນຈະເປັນເລື່ອງທີ່ບໍ່ດີ ແຕ່ມັນກໍບໍ່ອັນຕະລາຍເຖິງຂັ້ນຮຸນແຮງ, ຮ່າງກາຍເຮົາສາມາດປັບຕົວໃຫ້ສາມາດຢູ່ໃນສະພາບແວດລ້ອມທີ່ມີຈຸລິນຊີຢູ່ຮອບໂຕຂອງເຮົາ, ດັ່ງນັ້ນ ການໃຊ້ຜ້າເຊັດໂຕຂອງເຮົາເອງ ເຊິ່ງມີແບັກທີເຣຍຢູ່ໃນຕົວເຮົາເອງນັ້ນອາດຈະບໍ່ສົ່ງຜົນເສຍຮ້າຍແຮງ ແນ່ນອນວ່າຖ້າເຮົາໃຊ້ຜ້າເຊັດຕົວຮ່ວມກັບຜູ້ອື່ນອາດຕິດເຊື້ອພະຍາດມາໄດ້ Susan Whittier ຜູ້ອໍານວຍການຈຸລິນຊີວິທະຍາຄີນິດທີ່ New York-Presbyterian ແລະ ສູນການແພດມະຫາວິທະຍາໄລໂຄລົມເບຍບອກໄວ້ວ່າ ໂອກາດທີ່ເຮົາຈະເຈັບເປັນຍ້ອນຜ້າເຊັດໂຕທີ່ໃຊ້ແລ້ວ “ຖ້າມັນແຫ້ງດີຫລັງຈາກການໃຊ້ແລ້ວ ກໍມີໂອກາດໜ້ອຍທີ່ຈະສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້” ໂອກາດທີ່ຈະສາມາດຕິດເຊື້ອຈາກຄົນອື່ນ ຈາກການໃຊ້ຜ້າເຊັດໂຕຮ່ວມກັນນັ້ນເກີດຂຶ້ນໄດ້ ເມື່ອຮ່າງກາຍຂອງເຮົາມີຮອຍ ຫລື ບາດແຜທີ່ຍັງບໍ່ແຫ້ງດີ ເຊິ່ງໄວຕໍ່ການຕິດເຊື້ອເຂົ້າສູ່ຮ່າງກາຍ ແນ່ນອນວ່າຜ້າເຊັດມືທີ່ຢູ່ໃນຫ້ອງອັບຈະມີແບັກທີເຣຍສະສົມຢູ່, ແຕ່ວິທີທີ່ດີທີ່ສຸດໃນການຫລຸດຄວາມສ່ຽງຕໍ່ສຸຂະພາບທີ່ອາດເກີດຂຶ້ນແມ່ນ…

ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈໍາ 6 ເດືອນທ້າຍປີ 2025, ໄດ້ປິດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 2 ກໍລະກົດ 2025, ພາຍຫຼັງທີໄດ້ດຳເນີນມາເປັນເວລາ 1 ວັນເຄິ່ງ, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການຄະນະບໍລິຫານງານສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ. ພາຍຫຼັງທີ ສະຫາຍ ພົນຕີ ວົງສອນ ອິນປານພິມ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ…

ປະກາດແຕ່ງຕັ້ງ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການ ປກຊ-ປກສ ຂັ້ນແຂວງສະຫວັນນະເຂດ.

ໃນວັນທີ 30 ມິຖຸນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການ ປກຊ-ປກສ ຂັ້ນແຂວງ. ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານປກຊ-ປກສ ແຂວງສະຫວັນນະເຂດ. ພ້ອມຄະນະ ແລະ ແຂກຖືກເຊີນ, ຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ສຸກສະໝອນ…

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈໍາ 6 ເດືອນທ້າຍປີ 2025 ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2025, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການຄະນະບໍລິຫານງານສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ IX ສະໄໝທີ V ປະຈຳ…

ຢ່າຟ້າວຖິ້ມ! ເປືອກໝາກນາວ ເອົາມາເຮັດນໍ້າຢາປັບຜ້ານຸ້ມໄດ້!!!

ໝາກນາວຖືເປັນເຄື່ອງປຸງທີ່ມີປະໂຫຍດ ເພາະນໍາມາໃຊ້ໄດ້ຫລາກຫລາຍ ຊ່ວຍປຸງແຕ່ງໃຫ້ອາຫານມີລົດຊາດດີຂຶ້ນ ແລະ ເປືອກໝາກນາວຍັງສາມາດນໍາມາໃຊ້ປະໂຫຍດໄດ້ອີກຫລາຍຢ່າງ, ມື້ນີ້ພວກເຮົາເລີຍຢາມາແນະນໍາວິທີການເຮັດນໍ້າຢາປັບຜ້ານຸ້ມຈາກເປືອກໝາກນາວ, ເຊິ່ງມີສ່ວນປະກອບພຽງແຕ່ 2 ຢ່າງເຊັ່ນ: ເປືອກໝາກນາວ ແລະ ນໍ້າສົ້ມສາຍຊູວິທີເຮັດ: ເອົາເປືອກໝາກນາວທີ່ເຫລືອຈາກການເຮັດອາຫານ ມາໃສ່ໃນຂວດແກ້ວ ຫລື ກະປຸກ, ຈາກນັ້ນເທນໍ້າສົ້ມສາຍຊູໃສ່ຈົນຖ້ວມ, ແລ້ວອັດຝາ ປະໄວ້ 5-7 ມື້ ຈາກນັ້ນເອົາໄປຕອງແລ້ວນໍາໄປໃຊ້ໄດ້ເລີຍ.ວິທີໃຊ້: ທຸກເທື່ອທີ່ຊັກເຄື່ອງ ແມ່ນໃຊ້ຕາມປະລິມານໍ້າຢາປັບຜ້ານຸ້ມຕາມປົກກະຕິ.ສູດນີ້ເໝາະກັບຜູ້ທີ່ແພ້ນໍ້າຢາປັບຜ້ານຸ້ມໂດຍສະເພາະ ເພາະບໍ່ມີສ່ວນປະກອບຂອງສານນໍ້າຫອມ ແຕ່ຈະມີກ່ອນຫອມອ່ອນໆຂອງເປືອກໝາກນາວ.ນອກຈາກນໍາມາໃຊ້ແທນນໍ້າຢາປັບຜ້ານຸ້ມແລ້ວ ຍັງສາມາດໃຊ້ເປັນນໍ້າຢາຖູພື້ນໄດ້ອີກດ້ວຍ ໂດຍໃຊ້ນໍ້າຈາກເປືອກໝາກນາວໝັກ 1 ສ່ວນ, ນໍ້າລ້າ 10 ສ່ວນ.ຂໍ້ຄວນລະວັງ: ຄວນເກັບມ້ຽນນໍ້າຢາປັບຜ້ານຸ້ມໄວ້ໃນຕູ້ເຢັນ ຈະສາມາດຢູ່ໄດ້ດົນປະມານ 30-40 ມື້. ນໍ້າຢາປັບຜ້ານຸ້ມ #ໝາກນາວ #ນໍ້າສົ້ມສາຍຊູ

ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ

ວັນທີ 30 ມິຖຸນາ 2025, ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ປະດັບທຽບຊັ້ນນັກຮຽນທີ່ຈົບຈາກສາຍລັດ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ ຕະຫຼອດຮອດນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ພັນເອກ ອຳພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນັກຮຽນທີ່ຈົບຈາກສາຍລັດ ໃຫ້ນາຍທະຫານ ທົ່ວກົມໃຫຍ່ການເມືອງກອງທັບລວມທັງໝົດ 192 ສະຫາຍ ໃນນີ້…

ຜົນສໍາເລັດໃນການຈັດຕັ້ງປະຕິບັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ເເລະ ທິດທາງແຜນການເທື່ອທີ 10 ຂອງສະພາເເຫ່ງຊາດຊຸດທີ IX.

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາເເຫ່ງຊາດ, ທ່ານ ນາງ ອໍາໄພວັນ ລ້ອມບຸນເເພງ ເລຂາທິການສະພາເເຫ່ງຊາດ ຕາງໜ້າຄະນະປະຈໍາສະພາເເຫ່ງຊາດ ໄດ້ຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ເເຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ເເລະ ທິດທາງແຜນການເທື່ອທີ 10 ຂອງສະພາເເຫ່ງຊາດຊຸດທີ IX ວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດໃນການປະຕິບັດວຽກງານສ້າງ ແລະ ປັບປຸງກົດໝາຍ ໄດ້ຮັບຜົນສຳເລັດຫຼາຍດ້ານເປັນຕົ້ນເເມ່ນ ສໍາເລັດການປັບປຸງ, ຮຽບຮຽງກົດໝາຍ…

ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງພັນໃຫຍ່ 641 ຄົບຮອບ 42 ປີ.

ວັນທີ 24 ມິຖຸນາ 2025, ກອງພັນໃຫຍ່ 641 ໄດ້ຈັດຕັ້ງພິທີ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງພັນໃຫຍ່ 641 ຄົບຮອບ 42 ປີ ( 24 ມິຖຸນາ 1983- 24 ມິຖຸນາ 2025), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາຫອມ ແສງບົວລົມ ວິລະຊົນແຫ່ງຊາດ, ຮອງປະທານສະຫະພັນ ນັກຮົບເກົ່າແຫ່ງຊາດລາວ, ອະດີດ ຫົວໜ້າກົມປ້ອງກັນອາກາດກົມໃຫຍ່ເສນາທິການກອງທັບ ແລະ ອະດີດຫົວໜ້າການເມືອງກອງພັນໃຫຍ່ 641, ມີສະຫາຍ ພັນຕີ ບຸນຖິ່ນ ແສງສະຫວ່າງ ນັກຮົບແຂ່ງຂັນ ອະດີດຫົວໜ້າການເມືອງ ກອງພັນໃຫຍ່…

ກົມກວດກາກອງທັບ ສ່ອງແສງວຽກງານກວດກາປະຈຳໄຕມາດ II.

ວັນທີ 24 ມິຖຸນາ 2025 ກົມກວດກາກອງທັບ ໄດ້ຈັດກອງປະຊຸມສ່ອງແສງວຽກງານກວດກາ ປະຈຳໄຕມາດທີ II, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແພງສີ ເສັງວິໄຊ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມກວດກາກອງທັບ, ມີບັນດາຫົວໜ້າພະແນກ, ຫົວໜ້າຂະແໜງ ຈາກບັນດາກົມກອງ ຂອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນເຂດໃຈກາງນະຄອນຫຼວງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ແມ່ນໄດ້ສ່ອງແສງຫຼາຍບັນຫາຄື: ສ່ອງແສງວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ, ນອກນັ້ນຍັງໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນ, ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ພາຍໃນຂອງແຕ່ລະກົມກອງ ພ້ອມດຽວກັນນັ້ນຍັງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານການຕິດຕາມ, ກວດກາ ຢ່າງກົງໄປກົງມາ ເພື່ອເກັບກໍາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວພະນັກງານ-ນັກຮົບ ເພື່ອໃຫ້ໄດ້ຮັບການແກ້ໄຂຢ່າງທ່ວງທັນກັບສະພາບການທີ່ເກີດຂຶ້ນແຕ່ຫົວທີ.…

ລາຍງານຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ( 2026-2030 ) ຂອງສະພາແຫ່ງຊາດຊຸດທີ X

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 25 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ຜ່ານບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ( 2026-2030 ) ຂອງສະພາແຫ່ງຊາດຊຸດທີ X ໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນໃນການກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງ ແຜນການສ້າງ ແລະ ປັບປຸງກົດໝາຍ…