ກົມກວດກາກອງທັບ ສ່ອງແສງວຽກງານກວດກາປະຈຳໄຕມາດ II.



ວັນທີ 24 ມິຖຸນາ 2025 ກົມກວດກາກອງທັບ ໄດ້ຈັດກອງປະຊຸມສ່ອງແສງວຽກງານກວດກາ ປະຈຳໄຕມາດທີ II, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແພງສີ ເສັງວິໄຊ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມກວດກາກອງທັບ, ມີບັນດາຫົວໜ້າພະແນກ, ຫົວໜ້າຂະແໜງ ຈາກບັນດາກົມກອງ ຂອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນເຂດໃຈກາງນະຄອນຫຼວງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ແມ່ນໄດ້ສ່ອງແສງຫຼາຍບັນຫາຄື: ສ່ອງແສງວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ, ນອກນັ້ນຍັງໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນ, ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ພາຍໃນຂອງແຕ່ລະກົມກອງ ພ້ອມດຽວກັນນັ້ນຍັງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານການຕິດຕາມ, ກວດກາ ຢ່າງກົງໄປກົງມາ ເພື່ອເກັບກໍາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວພະນັກງານ-ນັກຮົບ ເພື່ອໃຫ້ໄດ້ຮັບການແກ້ໄຂຢ່າງທ່ວງທັນກັບສະພາບການທີ່ເກີດຂຶ້ນແຕ່ຫົວທີ.
ສະຫາຍ ພັນເອກ ແພງສີ ເສັງວິໄຊ ໄດ້ມີຄຳເຫັນຮຽກຮ້ອງໃຫ້ຄະນະພັກ – ຄະນະບັນຊາ, ພະນັກງານວິຊາສະເພາະທີ່ກ່ຽວຂ້ອງ ຢູ່ບັນດາກົມກອງເຂດໃຈກາງ ເຄື່ອນໄຫວປະຕິບັດໜ້າທີ່ກວດກາໃຫ້ເຂັ້ມງວດ, ຕິດຕາມ, ກໍາສະພາບ, ປະະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນຄວາມຮັບຜິດຊອບໃຫ້ຖືກຕ້ອງຕາມພາລະບົດບາດຂອງຕົນໃຫ້ທັນເວລາ ເພື່ອຊອກວິທີປ້ອງກັນ ແລະ ແກ້ໄຂໃຫ້ທັນເວລາ.
ພາບ-ຂ່າວ ນົກ ບຸນມາເລີດ