ປະກາດແຕ່ງຕັ້ງ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການ ປກຊ-ປກສ ຂັ້ນແຂວງສະຫວັນນະເຂດ.





ໃນວັນທີ 30 ມິຖຸນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງປະທານ, ຜູ້ປະຈຳການ ແລະ ກຳມະການ, ຄະນະກຳມະການ ປກຊ-ປກສ ຂັ້ນແຂວງ. ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ມີ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານປກຊ-ປກສ ແຂວງສະຫວັນນະເຂດ. ພ້ອມຄະນະ ແລະ ແຂກຖືກເຊີນ, ຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຜ່ານບົດລາຍງານການ ເຄື່ອນໄຫວກ່ຽວກັບວຽກງານ ປກຊ-ກປສ ແຂວງໃນໄລຍະຜ່ານມາ ໂດຍຫຍໍ້.
ຈາກນັ້ນສະຫາຍ ພົນຈັດຕະວາ ທຸມມາ ພົມມະທໍາ ຮອງຫົວໜ້າ ຫ້ອງການ ຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ຜ່ານຂໍ້ຕົກລົງ ເລກທີ 486/ຄລສພ ວ່າດ້ວຍການແຕ່ງຕັ້ງຮອງປະທານ, ຜູ້ປະຈຳການ ແລະ ຄະນະກຳມະການ, ກຳມະການ ປກຊ-ປກສ ຂັ້ນແຂວງສະຫວັນນະເຂດ. ໃນນີ້ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ເປັນຮອງປະທານ, ທັງເປັນຜູ້ປະຈຳການ ແລະ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ເປັນກຳມະການ ປກຊ-ປກສ ຂັ້ນແຂວງສະຫວັນນະເຂດ.
ໂອກາດດັ່ງກ່າວ, ສະຫາຍ ປະທານ ໄດ້ໂອ້ລົມເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້, ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ເຮັດວຽກເປັນໝູ່ຄະນະ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ສຸມໃສ່ນຳພາປະຕິບັດວຽກງານ ປກຊ-ປກສ ພາຍໃນແຂວງ ແລະ ຂອບເຂດຊາຍແດນຢ່າງເຂັ້ມງວດ ຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ, ຈັດຕັ້ງເອົາພະນັກງານລົງກໍ່ສ້າງຮາກຖານການເມືອງແນວຄິດປະຊາຊົນເປັນປະຈຳ ເພື່ອຕ້ານປະກົດການຫຍໍ້ທໍ້ພາຍໃນ ແລະ ຂອບເຂດຊາຍແດນ ໃຫ້ມີຄວາມສະຫງົບ.
ຂ່າວ-ພາບ: ຄໍາໃສ