ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງພັນໃຫຍ່ 641 ຄົບຮອບ 42 ປີ.

ວັນທີ 24 ມິຖຸນາ 2025, ກອງພັນໃຫຍ່ 641 ໄດ້ຈັດຕັ້ງພິທີ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງພັນໃຫຍ່ 641 ຄົບຮອບ 42 ປີ ( 24 ມິຖຸນາ 1983- 24 ມິຖຸນາ 2025), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາຫອມ ແສງບົວລົມ ວິລະຊົນແຫ່ງຊາດ, ຮອງປະທານສະຫະພັນ ນັກຮົບເກົ່າແຫ່ງຊາດລາວ, ອະດີດ ຫົວໜ້າກົມປ້ອງກັນອາກາດກົມໃຫຍ່ເສນາທິການກອງທັບ ແລະ ອະດີດຫົວໜ້າການເມືອງກອງພັນໃຫຍ່ 641, ມີສະຫາຍ ພັນຕີ ບຸນຖິ່ນ ແສງສະຫວ່າງ ນັກຮົບແຂ່ງຂັນ ອະດີດຫົວໜ້າການເມືອງ ກອງພັນໃຫຍ່ 641, ມີ ຄະນະພັກ-ຄະນະບັນຊາ, ຄະນະ 5 ພະແນກການ, ຄະນະກອງພັນ, ກອງຮ້ອຍເອກະລາດ ຫົວໜ້າ ຂະແໜງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກອງພັນໃຫຍ່ 641 ເຂົ້າຮ່ວມ.

ສະຫາຍ ພັນເອກ ສອນແກ້ວ ຜາລີທອງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ປ້ອງກັນອາກາດ 641 ໄດ້ຍົກໃຫ້ເຫັນມູນເຊື້ອອັນພິລະອາດຫານ ແລະ ຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງກອງພັນໃຫຍ່ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 42 ປີ ຜ່ານມາ: ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງພັນໃຫຍ່ 641 ໄດ້ສືບທອດມູນເຊື້ອແຕ່ໄລຍະການຕໍ່ສູ້ປົດປ່ອຍຊາດນັບແຕ່ປີ 1962 ທີ່ມີຊື່ວ່າ ກອງພັນນ້ອຍ 601 ໄດ້ເຮັດໜ້າທີ່ສູ້ຮົບປະຈຳການຢູ່ເຂດທົ່ງໄຫຫີນ, ພູກູດຈອມເຫຼັກ ແລະ ເຂດຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໄດ້ຍິງຍົນ RF 101 ຕົກຄາທີ່ 01 ລໍາ ດ້ວຍລູກປືນ 37-1ມມ, 04 ລູກ ເປັນລໍາທໍາອິດຢູ່ໃນປະເທດລາວ ແລະ ທົ່ວອິນດູຈີນ ຈາກຜົນງານດັ່ງກ່າວ ພັກ – ລັດຖະບານ ໄດ້ມອບນາມມະຍົດໃຫ້ແກ່ກອງພັນນ້ອຍ 601 (ເປັນກອງພັນນ້ອຍ 601 ວິລະຊົນ), ກອງພັນນ້ອຍ 456 ເຮັດໜ້າທີ່ສູ້ຮົບປ້ອງກັນຜູ້ນຳຢູ່ທົ່ງນາໄກ ເມືອງວຽງໄຊ ແຂວງຫົວພັນ ບັ້ນຮົບທີ່ດຸເດືອດ, ໄດ້ສູ້ຮົບ 03 ມື້ 03 ຄືນ ( ວັນທີ 4 ຫາ ວັນ 6 ເດືອນ ມິຖຸນາ ປີ 1965 ) ຈາກຜົນງານດັ່ງກ່າວ ພັກ-ລັດຖະບານ ໄດ້ມອບນາມມະຍົດໃຫ້ແກ່ ກອງຮ້ອຍ 27 ກອງພັນນ້ອຍ 456 (ເປັນກອງຮ້ອຍ 27 ວິລະຊົນ), ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ( ວັນທີ 3 ມັງກອນ 1977 ) ກອງຮ້ອຍ 04 ກອງພັນນ້ອຍ 601 ໄດ້ເຄື່ອນທັບເຂົ້າບຸກຕີພວກປະຕິການຂວາຈັດ ທີ່ໃຊ້ກຳລັງເກາະຜິດຕາມຊາຍແດນ ແລະ ບຽດຢຶດເກາະ, ດອນ ຕາມແມ່ນໍ້າຂອງທີ່ຂຶ້ນກັບດິນຂອງລາວເຮົາຢ່າງບັງອາດເປີດແປນ ເຊິ່ງກົມກອງສາມາດຍາດໄດ້ໄຊຊະນະຢ່າງຈົບງາມ.

ການສ້າງຕັ້ງ ກອງພັນໃຫຍ່ 641 ເປັນເຫດການ, ການເມືອງທີ່ມີຄວາມໝາຍສໍາຄັນໃນ ປະຫວັດສາດຂອງຊາດ ແລະ ຂອງກອງທັບເຮົາ ທີ່ສະແດງໃຫ້ເຫັນເຖິງ ການເຕີບໃຫຍ່ຂະຫຍາຍຕົວ ຂອງເຫຼົ່າຮົບ ປ້ອງກັນອາກາດ ແມ່ນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງປະເທດຊາດ ເພື່ອສ້າງກອງທັບ ໃຫ້ກາຍເປັນກຳລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ປົກປັກຮັກສາ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ໂດຍໄດ້ຮັບການຊີ້ນໍາຈາກ ພັກ – ລັດ ໂດຍສະເພາະແມ່ນ ຄະນະພັກກະຊວງ ປ້ອງກັນປະເທດ, ຄະນະພັກ ຄະນະບັນຊາ, ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານ ກອງພັນໃຫຍ່ 641 ແຕ່ລະຮຸ້ນ ໄດ້ເສີມຂະຫຍາຍທາດແທ້ ແລະ ຮັກສາມູນເຊື້ອປະຕິວັດ, ພ້ອມກັນສ້າງ ກອງພັນໃຫຍ່ 641 ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສໍາເລັດໜ້າທີ່ ການເມືອງຂອງຕົນດ້ວຍ ຜົນສໍາເລັດສູງສົ່ງເປັນກ້າວໆມາ.

ກອງພັນໃຫຍ່ 641 ຍາດມາໄດ້ ຕະຫຼອດໄລຍະ 42 ປີຜ່ານມາ ຈິ່ງໄດ້ຮັບຫຼຽນໄຊ, ຫຼຽນກາ, ໃບຍ້ອງຍໍ ປະເພດຕ່າງໆ ຈາກລັດຖະບານ ແລະ ກະຊວງປ້ອງກັນປະເທດຄື: ຫຼຽນໄຊທຸກປະເພດ: 1.341 ໜ່ວຍ (ພິລະອາດຫານ ຊັ້ນ I 5 ສະຫາຍ, ແຮງງານ ຊັ້ນ I 2 ສະຫາຍ, ຫຼຽນກາແຮງງານ 512 ໜ່ວຍ ( ລວມໝູ່ 3 ໜ່ວຍ), ຫຼຽນກຽດຕິຄຸນກອງທັບ 40 ສະຫາຍ, ຫຼຽນກາລະນຶກທຸກປະເພດ 737 ໜ່ວຍ (ລວມໝູ່ 2), ໃບຍ້ອງຍໍທຸກປະເພດ 2.990 ໃບ (ລວມໝູ່ 37), ທຸງໄຊ ວິລະຊົນແຫ່ງຊາດ 3 ຜືນ, ທຸງພິລະອາດຫານ 1 ຜືນ, ທຸງໄຊ ເຄື່ອນທີ່ 1 ຜືນ, ທຸງມູນເຊື້ອ 1 ຜືນ, ທຸງປ້ອງກັນນ່ານຟ້າ ດີເດັ່ນ 3 ຜືນ.

ໂດຍ: ຄຳໄຕ ຈັນນະຄອນ.