ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ລາຍງານຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ( 2026-2030 ) ຂອງສະພາແຫ່ງຊາດຊຸດທີ X

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 25 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ

ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ຜ່ານບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ( 2026-2030 ) ຂອງສະພາແຫ່ງຊາດຊຸດທີ X ໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນໃນການກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X ( 2026-2030 ) ເປັນການກຳນົດໜ້າວຽກກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດຂອງສະພາແຫ່ງຊາດ ເພື່ອປະກອບສ່ວນສ້າງລັດແຫ່ງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ, ເຮັດໃຫ້ວຽກງານສ້າງ ແລະ ປັບປຸງກົດໝາຍ ແທດເໝາະກັບສະພາບການ ແລະ ຄວາມສາມາດຕົວຈິງຂອງສະພາແຫ່ງຊາດ ຊຸດທີ X; ເພື່ອຮັບປະກັນໃຫ້ການກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຄະນະປະຈຳສະພາແຫ່ງຊາດ ໄດ້ອອກຄໍາແນະນໍາຂອງຄະນະ ປະຈຳສະພາແຫ່ງຊາດ ກ່ຽວກັບການຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະ 2026-2030 ສະບັບເລກທີ 03/ ຄປຈ, ລົງວັນທີ 05 ມັງກອນ 2024, ຄະນະເລຂາທິການສະພາແຫ່ງຊາດ ໄດ້ອອກແຈ້ງການ ສະບັບເລກທີ 399/ຄລສ.ກໝ, ລົງວັນທີ 16 ທັນວາ 2025 ຫາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອສະເໜີລັດຖະບານ ແລະ ສະບັບເລກທີ 62/ຄລສ. ກໝ, ລົງວັນທີ 21 ມີນາ 2025 ຫາ ອົງການທີ່ກ່ຽວຂ້ອງ ສະເໜີແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2026-2030 ຕໍ່ຄະນະປະຈາສະພາແຫ່ງຊາດ; ການຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍໃນ 5 ປີ ຕໍ່ໜ້າ ຕ້ອງຮັບປະກັນຄວາມສອດຄ່ອງກັບມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໂຄງການການເມືອງ ຄັ້ງທີ III ຂອງພັກ ກໍຄືລັດຖະທຳມະນູນ ສະບັບປັບປຸງ ປີ 2025. ສະນັ້ນ, ກຳມາທິການກົດໝາຍ ຈຶ່ງໄດ້ປະສານສົມທົບກັບບັນດາກໍາມາທິການຂອງສະພາແຫ່ງຊາດ, ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຕ່ຫົວທີເພື່ອສັງລວມການສະເໜີແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ຊຸດທີ X ໃນແຕ່ປີ (2026-2030) ຕາມໜັງສືສະເໜີຂອງພາກສ່ວນຕ່າງໆ ເພື່ອສັງລວມເຂົ້າເປັນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X, ຜ່ານການຄົ້ນຄວ້າ, ສັງລວມໜັງສືສະເໜີ ແລະ ການຢັ້ງຢືນຄວາມກຽມພ້ອມຂອງບັນດາອົງການທີ່ມີສິດສະເໜີສ້າງ ແລະ ປັບປຸງກົດໝາຍນັ້ນ ມີກົດໝາຍຈໍານວນ 78 ສະບັບ, ສ້າງໃໝ່ 19 ສະບັບ, ປັບປຸງ 59 ສະບັບ ຊຶ່ງແບ່ງໃສ່ແຕ່ ລະຂົງເຂດ ດັ່ງນີ້:

ກົດໝາຍໃນຂົງເຂດການປົກຄອງ ແລະ ຍຸຕິທຳ ມີ 9 ສະບັບ, ສ້າງໃໝ່ 4 ສະບັບ, ປັບປຸງ 5 ສະບັບ; ກົດໝາຍໃນຂົງເຂດເສດຖະກິດ ມີ 44 ສະບັບ, ສ້າງໃໝ່ 11 ສະບັບ, ປັບປຸງ 33 ສະບັບ; ກົດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ມີ 20 ສະບັບ, ສ້າງໃໝ່ 3 ສະບັບ, ປັບປຸງ 17 ສະບັບ; ກົດໝາຍໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີ 5 ສະບັບ, ສ້າງໃໝ່ 1 ສະບັບ, ປັບປຸງ 4 ສະບັບ; ກົດໝາຍໃນຂົງເຂດການຕ່າງປະເທດ ແມ່ນຍັງບໍ່ມີຂໍ້ມູນ.

ທ່ານ ຄໍາແພງ ວິລະພັນ ໃຫ້ຮູ້ມາດຕະການຈັດຕັ້ງປະຕິບັດວ່າ: ຄະນະປະຈຳສະພາແຫ່ງຊາດ ຊີ້ນຳກຳມາທິການກົດໝາຍ ເປັນເຈົ້າການປະສານສົມທົບກັບບັນດາກຳມາທິການ ຂອງສະພາແຫ່ງຊາດ, ກະຊວງ, ອົງການ ທີ່ຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ, ກະຊວງຍຸຕິທຳ, ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ດ້ວຍການຈັດເປັນແຜນການລະອຽດ, ຄົບຖ້ວນ ແລະ ສາມາດບັນລຸຕາມແຜນການທີ່ວາງໄວ້; ມອບໃຫ້ລັດຖະບານ ຊີ້ນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ໃຫ້ເປັນເຈົ້າການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງເຂັ້ມງວດ ທັນຕາມກຳນົດເວລາ, ຫຼີກລ່ຽງການກໍານົດເຂົ້າແຜນການສ້າງ ແລະ ປັບປຸງກົດໝາຍແລ້ວ ບໍ່ສາມາດຈັດຕັ້ງ ປະຕິບັດໄດ້ ແລ້ວຂໍເລື່ອນ; ຄະນະປະຈຳສະພາແຫ່ງຊາດ ຊີ້ນຳບັນດາອົງການທີ່ບໍ່ຂຶ້ນກັບກົງຈັກຂອງລັດຖະບານ ລວມທັງການຈັດຕັ້ງຂອງ ສະພາແຫ່ງຊາດ ໃຫ້ເປັນເຈົ້າການເອົາໃຈໃສ່ສ້າງ ແລະ ປັບປຸງກົດໝາຍ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ຮັບປະກັນຄຸນນະພາບ, ປະສິດທິພາບ ແລະ ສຳເລັດທັນຕາມທີ່ຕົນເອງສະເໜີ.

ຂ່າວ: ສຸກສາຄອນ-ໄພນາລິນ.