ຜົນສໍາເລັດໃນການຈັດຕັ້ງປະຕິບັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ເເລະ ທິດທາງແຜນການເທື່ອທີ 10 ຂອງສະພາເເຫ່ງຊາດຊຸດທີ IX.



ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາເເຫ່ງຊາດ,
ທ່ານ ນາງ ອໍາໄພວັນ ລ້ອມບຸນເເພງ ເລຂາທິການສະພາເເຫ່ງຊາດ ຕາງໜ້າຄະນະປະຈໍາສະພາເເຫ່ງຊາດ ໄດ້ຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ເເຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ເເລະ ທິດທາງແຜນການເທື່ອທີ 10 ຂອງສະພາເເຫ່ງຊາດຊຸດທີ IX ວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດໃນການປະຕິບັດວຽກງານສ້າງ ແລະ ປັບປຸງກົດໝາຍ ໄດ້ຮັບຜົນສຳເລັດຫຼາຍດ້ານເປັນຕົ້ນເເມ່ນ ສໍາເລັດການປັບປຸງ, ຮຽບຮຽງກົດໝາຍ 10 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝ ສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ໄດ້ນໍາສະເໜີປະທານປະເທດ ອອກລັດຖະດຳລັດປະກາດໃຊ້ ຢ່າງເປັນທາງການ 8 ສະບັບ, ສໍາເລັດການປັບປຸງ, ຮຽບຮຽງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2025 ແລະ ກົດ ໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ທີ່ໄດ້ ຮັບຮອງ ຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ໄດ້ນໍາສະເໜີປະທານປະເທດ ອອກລັດຖະດຳລັດປະກາດໃຊ້ຢ່າງເປັນທາງການ; ສໍາເລັດການປັບປຸງ, ຮຽບຮຽງເນື້ອໃນຮ່າງກົດໝາຍ 3 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ທີ່ໄດ້ຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອໃຫ້ ສອດຄ່ອງກັບເນື້ອໃນລັດຖະທຳມະນູນສະບັບປັບປຸງ; ໄດ້ກະກຽມຄວາມພ້ອມຮອບດ້ານຂອງບັນດາຮ່າງກົດໝາຍ 10 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ ກວດກາເນື້ອໃນຂອງຮ່າງກົດໝາຍ ຢູ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສຳມະນາລະດົມຄວາມຄິດເຫັນຢູ່ເປົ້າໝາຍຕ່າງໆ ແລະ ກອງປະຊຸມຍົກສູງຄຸນະພາບດ້ານເນື້ອໃນ. ນອກນັ້ນ, ຍັງໄດ້ມີການພິຈາລະນາຮັບຮອງເອົາການປັບປຸງເນື້ອໃນບາງມາດຕາຂອງກົດໝາຍ, ເອົາໃຈໃສ່ຈັດຕັ້ງປະຕິບັດການໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດຄວາມຮັບຜິດຊອບຂອງສະພາແຫ່ງຊາດ ໃຫ້ສະພາປະຊາຊົນຂັ້ນແຂວງ, ບັນດາກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ 5 ຄັ້ງ, ຊຶ່ງມີຜູ້ເຂົ້າຮ່ວມ 446 ຄົນ, ຍິງ 120 ຄົນ. ນອກນັ້ນ, ຍັງໄດ້ປະສານ ສົມທົບກັບລັດຖະບານ ໃນການສະຫຼຸບຜົນການຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ ເພື່ອນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ສໍາເລັດການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດວັດທະນະທໍາ-ສັງຄົມ 4 ສະບັບ ຄື: ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍການສຶກສາ ແລະ ກົດໝາຍວ່າດ້ວຍສີມືແຮງງານ, ນອກນີ້ ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດດ້ານບັນຫາສໍາຄັນພື້ນຖານຂອງປະເທດ, ພ້ອມທັງ ຕິດຕາມກວດກາ,ຊຸກຍູ້ ເກັບກໍາຂໍ້ມູນຕ່າງໆ ເເຕ່ສູນກາງ ເເລະ ທ້ອງຖີ່ນ ເເລະ ເຄື່ອນໄຫວຊີ້ນຳຄະນະປະຈຳເຂດເລືອກຕັ້ງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ປະສານສົມທົບກັບສະພາປະຊາຊົນເເຕ່ລະຂັ້ນຂອງຕົນໃຫ້ໄດ້ຮັບຜົນສໍາເລັດ.
ທ່ານ ນາງ ອໍາໄພວັນ ລ້ອມບຸນເເພງ ຍັງໃຫ້ຮູ້ຕື່ມອີກວ່າເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານແຕ່ນີ້ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ບັນລຸຕາມຄາດໝາຍທີ່ວາງໄວ້, ຄະນະປະຈຳສະພາແຫ່ງຊາດ ກຳນົດແຜນວຽກຈຸດສຸມແຕ່ລະດ້ານຄື: ເພີ່ມທະວີການນໍາພາຈັດຕັ້ງການໂຄສະນາເຜີຍແຜ່, ການຜັນຂະຫຍາຍເນື້ອໃນຂອງລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ໃຫ້ເປັນອັດລະອຽດ ໃນກົດໝາຍທີ່ກ່ຽວຂ້ອງໂດຍສະເພາະເນື້ອໃນກ່ຽວກັບການປັບປຸງ ອົງການປົກຄອງທ້ອງຖິ່ນ, ການສ້າງຕາແສງ ແລະ ອື່ນໆ; ສືບຕໍ່ປັບປຸງ ແລະ ຮຽບຮຽງບັນດາກົດໝາຍ 10 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝ ສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອສະເໜີປະທານປະເທດ ພິຈາລະນາປະກາດໃຊ້ ຕາມກົດໝາຍ ກຳນົດ, ປະສານສົມທົບ ແລະ ຊຸກຍູ້ບັນດາກະຊວງ-ອົງການທີ່ມີຄວາມຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ເພີ່ມທະວີຄວາມເປັນເຈົ້າການຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ ໄປພ້ອມກັບການສ້າງນິຕິກຳໃຕ້ກົດໝາຍ ເພື່ອໃຫ້ ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ໄປຕາມກົດໝາຍວ່າດ້ວຍການສ້າງນິຕິກຳ, ຮັບປະກັນຄຸນະພາບ ແລະ ທັນເວລາ; ຕິດຕາມ ແລະ ຊຸກຍູ້ໃຫ້ລັດຖະບານ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຜ່ານມາ (2021-2025) ແລະ ກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະ 5 ປີຕໍ່ໜ້າ (2026-2030), ນອກຈາກນີ້ຍັງຈະສືບຕໍ່ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງການປະເມີນຜົນກົດໝາຍ, ການທາບທາມ ຮ່າງກົດໝາຍ ແລະ ນໍາເອົາກົດໝາຍທີ່ປະກາດໃຊ້ແລ້ວ ລົງໂຄສະນາເຜີຍແຜ່ໃຫ້ເປົ້າໝາຍຕ່າງໆຢ່າງກວ້າງຂວາງ, ທົ່ວເຖິງ ແລະ ທັນເວລາ ໂດຍສະເພາະຂົງເຂດວຽກງານທີ່ມີຄວາມຈຳເປັນ; ຕິດພັນກັບການໂຄສະນາເຜີຍແຜ່ກົດໝາຍຫັນໄປສູ່ທັນສະໄໝຜ່ານສື່ສັງຄົມອອນລາຍ, ຜ່ານສື່ມວນຊົນ ແລະ ລົງໃນເວັບໄຊ້ ຂອງສະພາແຫ່ງຊາດ ໃຫ້ຄົບຖ້ວນ ແລະ ວ່ອງໄວ ເພື່ອສະໜອງຂໍ້ມູນໃຫ້ສັງຄົມ ໄດ້ຮັບຮູ້ຢ່າງກວ້າງຂວາງ; ຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍລັດຖະທໍາມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ການໃຫ້ ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ມີຄຸນນະພາບ; ຊີ້ນໍາກົງຈັກເສນາທິການຂອງສະພາແຫ່ງຊາດ ແລະ ຄະນະປະຈໍາສະພາແຫ່ງຊາດ ໃນການຫັນບາງມາດຕາ ຂອງກົດໝາຍ ທີ່ໄດ້ກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ອອກນິຕິກຳໃຕ້ກົດໝາຍ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບຈຸດປະສົງຂອງບັນດາມາດຕາກົດໝາຍທີ່ກຳນົດໄວ້.
ໂດຍ: ສຸກສາຄອນ-ໄພນາລິນ