ຮູ້ບໍ່ວ່າຜ້າເຊັດໂຕທີ່ເຮົາໃຊ້ອາບນໍ້າໃນທຸກໆມື້ ມີແບັກທີເຣຍທີ່ເຮົາບໍ່ສາມາດເບິ່ງເຫັນໄດ້.

ເຮົາຄວນໝັ່ນຊັກຜ້າເຊັດໂຕຢູ່ເລື້ອຍໆ ເນື່ອງຈາກຜ້າເຊັດໂຕທີ່ຜ່ານການໃຊ້ແລ້ວສ່ວນໃຫຍ່ຈະມີການປົນເປື້ອນຂອງແບັກທີເຣຍທີ່ເປັນສາເຫດຂອງພະຍາດຕ່າງໆໄດ້, ນັກຈຸລິນຊີວິທະຍາ ມະຫາວິທະຍາໄລອາລິໂຊນ່າໄດ້ສຶກສາວຽກທີ່ຍັງບໍ່ໄດ້ຕີພິມ ເຊິ່ງພົບວ່າຜ້າເຊັດໂຕໃນຫ້ອງນໍ້າເກືອບ 90% ຖືກປົນເປື້ອນດ້ວຍແບັກທີເຣຍໂຄລິຟອມ (coliform) ເຊິ່ງເປັນສິ່ງມີຊີວິດທີ່ສາມາດກໍ່ໃຫ້ເກີດພະຍາດໃນນໍ້າ
ເປັນຫຍັງຈຶ່ງເປິະເປື້ອນ?
ຜ້າເຊັດໂຕຂອງເຮົາເປັນບ່ອນສະສົມເຊື້ອພະຍາດ ແລະ ແບັກທີເຣຍຕ່າງໆ ຍ້ອນວ່າທຸກເທື່ອທີ່ເຮົາໃຊ້ມັນ ເຮົາຕ້ອງເຊັດຮ່າງກາຍຂອງເຮົາໃຫ້ແຫ້ງ, ເຮັດໃຫ້ເຊື້ອແບັກທີເຣຍທີ່ຕິດນໍາຕົນໂຕເຮົາຕິດໄປກັບຜ້າຂົນໜູ.
ແນວໃດກໍຕາມ ເຖິງມັນຈະເປັນເລື່ອງທີ່ບໍ່ດີ ແຕ່ມັນກໍບໍ່ອັນຕະລາຍເຖິງຂັ້ນຮຸນແຮງ, ຮ່າງກາຍເຮົາສາມາດປັບຕົວໃຫ້ສາມາດຢູ່ໃນສະພາບແວດລ້ອມທີ່ມີຈຸລິນຊີຢູ່ຮອບໂຕຂອງເຮົາ, ດັ່ງນັ້ນ ການໃຊ້ຜ້າເຊັດໂຕຂອງເຮົາເອງ ເຊິ່ງມີແບັກທີເຣຍຢູ່ໃນຕົວເຮົາເອງນັ້ນອາດຈະບໍ່ສົ່ງຜົນເສຍຮ້າຍແຮງ ແນ່ນອນວ່າຖ້າເຮົາໃຊ້ຜ້າເຊັດຕົວຮ່ວມກັບຜູ້ອື່ນອາດຕິດເຊື້ອພະຍາດມາໄດ້ Susan Whittier ຜູ້ອໍານວຍການຈຸລິນຊີວິທະຍາຄີນິດທີ່ New York-Presbyterian ແລະ ສູນການແພດມະຫາວິທະຍາໄລໂຄລົມເບຍບອກໄວ້ວ່າ ໂອກາດທີ່ເຮົາຈະເຈັບເປັນຍ້ອນຜ້າເຊັດໂຕທີ່ໃຊ້ແລ້ວ “ຖ້າມັນແຫ້ງດີຫລັງຈາກການໃຊ້ແລ້ວ ກໍມີໂອກາດໜ້ອຍທີ່ຈະສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້”
ໂອກາດທີ່ຈະສາມາດຕິດເຊື້ອຈາກຄົນອື່ນ ຈາກການໃຊ້ຜ້າເຊັດໂຕຮ່ວມກັນນັ້ນເກີດຂຶ້ນໄດ້ ເມື່ອຮ່າງກາຍຂອງເຮົາມີຮອຍ ຫລື ບາດແຜທີ່ຍັງບໍ່ແຫ້ງດີ ເຊິ່ງໄວຕໍ່ການຕິດເຊື້ອເຂົ້າສູ່ຮ່າງກາຍ
ແນ່ນອນວ່າຜ້າເຊັດມືທີ່ຢູ່ໃນຫ້ອງອັບຈະມີແບັກທີເຣຍສະສົມຢູ່, ແຕ່ວິທີທີ່ດີທີ່ສຸດໃນການຫລຸດຄວາມສ່ຽງຕໍ່ສຸຂະພາບທີ່ອາດເກີດຂຶ້ນແມ່ນ ການທໍາຄງາມສະອາດຜ້າເຊັດເປັນປະຈໍາ ແລະ ເຮັດໃຫ້ຜ້າເຊັດແຫ້ງຢູ່ສະເໝີຫລັງຈາກໃຊ້ງານ.
ອ້າງອີງ https://www.cosmopolitan.com/…/dirty-towels-bacteria/…