ກິນໝາກໄມ້ຫລັງກິນເຂົ້າ ເປັນສິ່ງທີ່ບໍ່ສົມຄວນ ເພາະຈະສົ່ງຜົນກະທົບຕໍ່ສຸຂະພາບຫລາຍກວ່າທີ່ທ່ານຄິດ.

ການກິນໝາກໄມ້ ເປັນສ່ວນໜຶ່ງຂອງການເບິ່ງແຍງສຸຂະພາບທີ່ດີ ແຕ່ຫລາຍຄົນອາດຍັງບໍ່ຮູ້ວ່າການກິນໝາກໄມ້ທີ່ໃຫ້ໄດ້ປະໂຫຍດສູງສຸດນັ້ນມີເຄັດລັບຢູ່ໃດ, ການກິນໝາກໄມ້ຕາມໃຈມັກນັ້ນອາດບໍ່ແມ່ນທາງເລືອກທີ່ດີ ເຖິ່ງແມ່ນວ່າໝາກໄມ້ຈະມີປະໂຫຍດຫລາຍຕໍ່ຮ່າງກາຍ ແລະ ຫລາຍຄົນລຶ້ງເຄີຍກັບການກິນໝາກໄມ້ຫລັງອາຫານ, ການກິນໝາກໄມ້ໃຫ້ຖືກວິທີຈະຊ່ວຍໃຫ້ຮ່າງກາຍໄດ້ຮັບສານອາຫານຢ່າງເຕັມທີ່ ແລະ ມີປະສິດທິພາບຫລາຍຂຶ້ນ.
ເຫດຜົນທີ່ບໍ່ຄວນກິນໝາກໄມ້ຫລັງອາຫານ
- ອາຫານ ແລະ ໝາກໄມ້ ປະສົມກັນໃນກະເພາະ: ເມື່ອເຮົາກິນອາຫານແລ້ວຕາມຫລັງດ້ວຍ ໝາກໄມ້, ໝາກໄມ້ຈະບໍ່ສາມາດຜ່ານໄປຮອດລຳໄສ້ນ້ອຍເພື່ອຍ່ອຍໄດ້ທັນທີ ເນື່ອງຈາກວ່າອາຫານທີ່ເຮົາກິນເຂົ້າໄປກ່ອນໜ້ານັ້ນຍັງຢູ່ໃນກະເພາະ ແລະ ກຳລັງລໍຖ້າການຍ່ອຍ ເຊິ່ງຂະບວນການຍ່ອຍອາຫານນີ້ແມ່ນໃຊ້ເວລາດົນ.
- ເກີດການໝັກໃນກະເພາະ: ການທີ່ອາຫານ ແລະ ໝາກໄມ້ປົນກັນຢູ່ໃນກະເພາະເປັນເວລາດົນຈະເຮັດໃຫ້ເກີດຂະບວນການໝັກ ເຊິ່ງຈະເຮັດໃຫ້ເກີດກົດໃນກະເພາະອາຫານ.
- ອາການບໍ່ສະບາຍຕົວ: ການເກີດກົດໃນກະເພາະອາຫານຈາກການໝັກ ຈະເຮັດໃຫ້ເຮົາຮູ້ສຶກແໜ້ນທ້ອງ, ຈຸກທ້ອງ ແລະ ອາດມີອາການຕົດດຸ.
- ໄດ້ຮັບສານອາຫານບໍ່ເຕັມທີ່: ກິນໝາກໄມ້ຫລັງອາຫານຈະເຮັດໃຫ້ໄດ້ຮັບສານອາຫານບໍ່ເຕັມທີ່ ເນື່ອງຈາກໝາກໄມ້ຍ່ອຍຜ່ານກະເພາະໄປສູ່ລຳໄສ້ໄວກວ່າອາຫານອື່ນໆ.
ເປັນຫຍັງຕ້ອງກິນໝາກໄມ້ຕອນທ້ອງວ່າງ? - ດູດຊຶມສານອາຫານໄດ້ດີທີ່ສຸດ: ການກິນໝາກໄມ້ຕອນທ້ອງວ່າງຈະເຮັດໃຫ້ຮ່າງກາຍດູດຊຶມວິຕາມິນ, ແຮ່ທາດ ແລະ ໃຍອາຫານຈາກໝາກໄມ້ໄດ້ຢ່າງເຕັມທີ່.
- ຊ່ວຍລະບົບຂັບຖ່າຍ: ໃຍອາຫານໃນໝາກໄມ້ຈະຊ່ວຍກະຕຸ້ນການເຮັດວຽກຂອງລໍາໄສ້ ເຮັດໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີຂຶ້ນ.
- ໃຫ້ພະລັງງານ: ໝາກໄມ້ເປັນແຫລ່ງພະລັງງານທີ່ດີຊ່ວຍໃຫ້ຮ່າງກາຍສົດຊື່ນ.
- ເໝາະສໍາຫລັບຜູ້ທີ່ຄວບຄຸມນໍ້າໜັກ: ໝາກໄມ້ມີປະລິມານແຄຣໍລີ່ຕໍ່າ ແຕ່ໃຫ້ໃຍອາຫານສູງຊ່ວຍໃຫ້ຮູ້ສຶກອີ່ມດົນເໝາະສຳຫລັບຜູ່ທີ່ຕ້ອງການຄວບຄຸມນ້ຳໜັກ
ເວລາທີ່ດີທີ່ສຸດໃນການກິນໝາກໄມ້ - ຕອນເຊົ້າ: ເປັນໄລຍະເວລາທີ່ຮ່າງກາຍພ້ອມທີ່ຈະດູດຊຶມສານອາຫານຈາກໝາກໄມ້ໄດ້ດີທີ່ສຸດ
- ຕອນແລງ: ການກິນໝາກໄມ້ເປັນອາຫານວ່າງຈະຊ່ວຍໃຫ້ລະດັບນໍ້າຕານໃນເລືອດຢູ່ຄົງທີ່.