ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ວັນທີ 1 ພຶດສະພາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ

ວັນທີ 1 ພຶດສະພາ ເປັນວັນກຳມະກອນສາກົນ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ເປັນວັນທີ່ກຳມະກອນໃນທົ່ວໂລກໄດ້ລຸກຮື້ຂຶ້ນ ໃນທ່າມກາງສະພາບແວດລ້ອມທີ່ຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂື້ນໃນທ້າຍສັດຕະວັດ ທີ XVIII ຫາຕົ້ນສັດຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາໄດ້ສຳເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດປະຈຳວັນນັບມື້ສູງຂຶ້ນ ແລະ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ ຈຳນວນກຳມະກອນກໍມີການເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັບການຂະຫຍາຍຕົວຂອງການຜະລິດ. ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ໄດ້ຮັບຄ່າແຮງງານໜ້ອຍ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ, ເຮັດໃຫ້ຊີວິດການເປັນຢູ່ທຸກຍາກລໍາບາກ, ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂື້ນເລື້ອຍໆ. ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1.764 ເພາະປະເທດອັງກິດໃນເວລານັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກວ່າໝູ່. ໃນເດືອນ ພະຈິກ ປີ 1884 ຢູ່ເມືອງຫຼວງ ຊິກາໂກ ເປັນຈຸດໃຈກາງອຸດສາຫະກຳຂອງປະເທດອາເມລິກາ ຂະບວນກຳມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ, ຮຽກຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ, ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ. ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມລິກາ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ. ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝັ່ຣງ) , ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ, ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີຮົບ, ອາເມລິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ ແມ່ນ ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ລັດເຊຍໂດຍໂຄ້ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ”, ນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ”ເນື່ອງໃນໂອກາດວັນກຳມະກອນສາກົນ ທີ 1 ພຶດສະພາ ທີ່ຈະໄດ້ໜູນວຽນມາບັນຈົບຄົບຮອບໃນແຕ່ລະປີສູນກາງສະຫະພັນກໍາມະບານລາວກໍຄືສະຫະພັນກໍາມະບານແຕ່ລະຂັ້ນຈະໄດ້ຈັດຕັ້ງການສະເຫຼີມສະຫຼອງເພື່ອລະນຶກເຖິງມູນເຊື້ອ ປະຫວັດຄວາມເປັນມາ, ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຄວາມສາມັກຄີຂອງຊາວກຳມະກອນ ພາກພື້ນ ແລະ ສາກົນເພື່ອແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງກໍາມະກອນ ແລະ ຜູ້ອອກແຮງງານ