ໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ 5 ປີ ຄັ້ງທີ I







ວັນທີ 8 ພຶດສະພາ 2025, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນພາຍໃນ 5 ປີ ຄັ້ງທີ I, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປະລິນຍາເອກ ບຸນທັນ ຈັນທະລີມາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາ ພ້ອມດ້ວຍພະນັກງານຄູອາຈານເຂົ້າຮ່ວມ.
ສະຫາຍ ພັນໂທ ພູວັນ ທິບພະວົງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ 5 ປີ 2021-2025 ແລະ ທິດທາງແຜນການ 2026-2030, ເຊິ່ງໃນ 5 ປີ ຜ່ານມາຄະນະພັກ-ຄະນະອໍານວຍການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດພະນັກງານ-ນັກຮົບ ເປັນສໍາຄັນຖືເອົາວຽກງານສຶກສາອົບຮົມນໍາພາແນວຄິດ ເປັນວຽກງານຕັດສິນ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິຕ່າງໆຂອງຂັ້ນເທິງມາຜັນຂະຫຍາຍຈັດຕັ້ງ ປະຕິບັດໃນກົມກອງໃຫ້ພະນັກງານ-ນັກຮົບ ແຕ່ລະສະຫາຍ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ມີແນວຄິດການເມືອງໜັກແໜ້ນ, ອຸ່ນອ່ຽງທຸນທ່ຽງຕໍ່ໜ້າທີ່ວຽກງານ, ເຮັດສຳເລັດໜ້າທີ່ການເມືອງຂັ້ນເທິງມອບໝາຍໃຫ້, ການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ແມ່ນກໍາມະການປ້ອງກັນໜ່ວຍພັກຢູ່ຄະນະພັກຮາກຖານ, ໜ່ວຍພັກເອກະລາດ ແລະ ໜ່ວຍພັກຂຶ້ນກັບຄະນະພັກຮາກຖານເປັນເສນາທິການໃຫ້ ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໂດຍປະສານສົມທົບນໍາພະແນກປ້ອງກັນພາຍໃນ ຖືເອົາວຽກງານການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ໃຫ້ເປັນຂະບວນການຟົດຟື້ນ ໂດຍຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງນັກຮົບ ແລະ ກົມກອງວັດທະນະທຳ. ຜ່ານການຈັດຕັ້ງປະຕິບັດ ວຽກງານຕົວຈິງຢ່າງມີຈຸດສຸມນັ້ນໄດ້ເຮັດໃຫ້ທົ່ວໂຮງຮຽນທິດສະດີການເມືອງກອງທັບສາມາດຕີລາຄາ ແລະ ຮັບຮອງເປັນກອງ ປອດໃສ ປອດໄພ ປອດຄະດີ ປະເພດ I 5 ປີຕິດຕໍ່ກັນ 2 ກົມກອງ ແລະ ປະເພດ II 5 ປີຕິດຕໍ່ກັນ 8 ກົມກອງ.
ໂອກາດດັ່ງກ່າວ ໄດ້ມອບໃບຢັ້ງຢືນໃຫ້ກອງ 3 ປອດ ປະເພດI 7 ກົມກອງ ແລະ ປະເພດ II 3 ກົມກອງຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພັນເອກ ປະລິນຍາເອກ ບຸນທັນ ຈັນທະລີມາ ໄດ້ມີຄຳຄິດເຫັນໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສຳຄັນ, ຮຽກຮ້ອງໃຫ້ພະນັກງານສະມາ ຊິກພັກ-ນັກຮົບທົ່ວໂຮງຮຽນທິດສະດີການເມືອງກອງທັບ ຕ້ອງເພີ່ມທະວີສຶກສາອົບຮົມການ ເມືອງ-ແນວຄິດ, ກຳແໜ້ນໜ້າທີ່ ການເມືອງຂອງກົມກອງ, ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວຮັບປະກັນ, ມີສະຕິລະວັງຕົວສູງ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ ຕ່າງໆບໍ່ໃຫ້ເກີດຂຶ້ນກັບກົມກອງ, ສືບຕໍ່ຍູ້ແຮງຂະບວນການວຽກງານປ້ອງກັນພາຍໃນໂດຍຖືເອົາ ການກໍ່ສ້າງກອງ 3 ປອດ ຕິດພັນ ກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສືບຕໍ່ປັບ ປຸງລະບົບປ້ອງກັນພາຍໃນຢູ່ກົມກອງ ເພື່ອໃຫ້ຄະນະພັກຄະນະອຳນວຍການ ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ ແລະ ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃຫ້ມີປະສິດຜົນສູງກວ່າເກົ່າ.
ຂ່າວ – ພາບ: ລິຕ້າ.