ສຳເລັດກອງປະຊຸມສາມັນ ຄັ້ງທີ 35 ລະຫວ່າງກອງພົນທີ 5 ກອງບັນຊາການທະຫານ 4 ແຂວງພາກໃຕ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ກັບ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ





ກອງປະຊຸມສາມັນ ຄັ້ງທີ 35 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 9 ພຶດສະພາ 2025, ທີ່ນະຄອນດາໜັງ ສສ ຫວຽດນາມ ໂດຍແມ່ນກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມເປັນເຈົ້າພາບ, ຝ່າຍຫວຽດນາມ ນຳໂດຍສະຫາຍ ພົນຈັດຕະວາ ເລ ງັອກ ຮາຍ ຜູ້ບັນຊາການ ຫົວໜ້າການທະຫານເຂດ 5 ກອງທັບ ປະຊາຊົນຫວຽດນາມ ພ້ອມຄະນະ, ຝ່າຍລາວນຳໂດຍສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5 ພ້ອມຄະນະ, ມີຄະນະນຳ ຈາກກອງບັນຊາການທະຫານ 4 ແຂວງພາກໃຕ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ພະນັກງານ ຫ້ອງການກົມໃຫຍ່ເສນາທິການກອງທັບ, ກົມພົວພັນຕ່າງປະເທດ ກອງທັບປະຊາຊົນລາວ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມທັງສອງຝ່າຍໄດ້ຊົມ ສາລະຄະດີ ການພົວພັນ ຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ກອງພົນທີ 5 ກອງບັນຊາການທະຫານ 4 ແຂວງພາກໃຕ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ກັບ ກອງບັນຊາການທະຫານເຂດ 5 ເຊິ່ງເນື້ອໃນ ແມ່ນໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນຮ່ວມມືກັນ ເປັນຕົ້ນແມ່ນການຊ່ວຍເຫຼືອຊອກຄົ້ນອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວໃນປາງສົງຄາມ , ການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງຂອງບັນດາກົມກອງຢູ່ກອງພົນທີ 5 ກອງບັນຊາການທະຫານ 4 ແຂວງພາກໃຕ້ ,ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ການຊ່ວຍເຫຼືອປະຊາຊົນກວດພະຍາດ-ຈ່າຍຢາໂດຍບໍ່ເສຍຄ່າ , ອວຍພອນເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດວັນບຸນປີໃໝ່ປະຈຳຊາດ ໃນແຕ່ລະປີ, ພ້ອມນັ້ນ, ໃນກອງປະຊຸມທັງສອງຝ່າຍກໍໄດ້ທົບທວນຄືນ ຜ່ານການຈັດຕັ້ງປະຕິບັດ ເນື້ອໃນ ການຮ່ວມມືກັນໃນປີ 2024 ເປັນຕົ້ນແມ່ນ: ການພົວພັນ ແລກປ່ຽນສະພາບການດ້ານຕ່າງໆ ໂດຍສະເພາະບັນດາກຳລັງຮັບຜິດຊອບຢູ່ຂອບເຂດຊາຍແດນ ແມ່ນໄດ້ເກັບກຳສະພາບ ແລະ ແກ້ໄຂບັນຫາ ທີ່ເກີດຂຶ້ນ ທີ່ກ່ຽວພັນກັບຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມຂອບເຂດຊາຍແດນ ຕາມແນວທາງຂອງສອງພັກ-ລັດ ແລະ ສອງກະຊວງປ້ອງກັນປະເທດວາງອອກ ຈາກນັ້ນທັງສອງຝ່າຍຍັງໄດ້ປະສານສົມທົບ ຊີ້ນຳໃຫ້ບັນດາກົມກອງທີ່ຂຶ້ນກັບກົມກອງຕົນ ເພີ່ມທະວີພົວພັນຮ່ວມມືກັນໃນແຕ່ລະຂັ້ນ ພ້ອມທັງ ສຶກສາອົບຮົມໃຫ້ ປະຊາຊົນ ຂອບເຂດຊາຍແດນໃຫ້ເຄົາລົບກົດໝາຍຂອງສອງຊາດໃຫ້ເຂັ້ມງວດ ເພື່ອສ້າງໃຫ້ເສັ້ນຊາຍແດນ ຂອງສອງຊາດກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການພົວພັນຮ່ວມມືຮອບດ້ານ, ເອົາໃຈໃສ່ແລກປ່ຽນສະພາບບັນດາຂໍ້ມູນຂ່າວສານ ໃຫ້ກັນໃນແຕ່ລະຂັ້ນ ຈາກນັ້ນທັງສອງຝ່າຍກໍຍັງໄດ້ລົງນາມ ເຊັນບົດບັນທຶກ ສືບຕໍ່ພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຊຸມປີຕໍ່ໜ້າ ເປັນຕົ້ນ ແມ່ນປຸກລະດົມ , ສຶກສາອົບຮົມ ຍົກສູງຕໍ່ຄວາມຮັບຮູ້ເຂົ້າໃຈຂອງພະນັກງານ – ນັກຮົບ, ປະຊາຊົນ ແລະ ອະນຸຊົນ ທັງສອງປະເທດ ໃຫ້ຮັກສາຄວາມສາມັກຄີ ພິເສດ ການຮ່ວມມືຮອບດ້ານ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງປະເທດໃຫ້ເພີ່ມພູນຄູນສ້າງໃຫ້ນັບມື້ ໄດ້ຮັບການພັດທະນາຍິ່ງໆຂຶ້ນ , ສຶບຕໍ່ພົວພັນຮ່ວມມືແລກປ່ຽນຂ່າວສານສະພາບການເຊິ່ງກັນ ແລະ ກັນ.
ພາບຂ່າວ: ແສງອາທິດ ສີດາໄລ