ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານ ຕິດພັນກັບການພັດທະນາສີມືແຮງງານໃຫ້ນັບມື້ດີຂຶ້ນ.





ໜ່ວຍຮາກຖານກໍາມະບານໂຮງງານສ້ອມແປງລົດ-ເຮືອເປັນໜ່ວຍເອກະລາດເຮັດວຽກລັດບໍລິຫານ ເຊິ່ງຕະຫຼອດໄລຍະຜ່ານມາຄະນະກຳມະບານ ໄດ້ເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ສ້ອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເພື່ອແລກປ່ຽນບົດຮຽນກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອປັບປຸງທັດສະນະຄະຕິ ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ກົດໝາຍກໍາມະບານ ເເລະ ເອກະສານຕ່າງໆທີ່ສະເເດງເຖິງມູນເຊື້ອຂອງກອງທັບ ມາສຶກສາອົບຮົມໃຫ້ສະມາຊິກກໍາມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານ ເຮັດສຳເລັດໜ້າທີ່ຕາມການມອບໝາຍ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ,
ສະຫາຍ ພັນໂທ ວົງເເສງ ເເພງມະນີ ຮອງອໍານວຍການໂຮງງານ, ຫົວໜ້າພະແນກສ້ອມເເປງ ປະທານກໍາມະບານໂຮງງານສ້ອມເເປງລົດ-ເຮືອກອງທັບ ໄດ້ໃຫ້ຮູ້ວ່າ: ຄະນະໜ່ວຍຮາກຖານກໍາມະບານໂຮງງານສ້ອມແປງລົດ-ເຮືອ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານໂດຍ ຕິດພັນກັບການພັດທະນາສີມືແຮງງານໃຫ້ນັບມື້ດີຂຶ້ນ, ເອົາໃຈໃສ່ນໍາພາ-ຊີ້ນໍາຂະບວນການປະຕິບັດແຜນການຄາດໝາຍສູ້ຊົນຂອງບັນດາກົມກອງສໍາເລັດຕາມແຜນການໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງກອງ 3 ປອດ ແລະ ການສ້າງນັກຮົບ ແລະ ກົມກອງວັດທະນະທໍາ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ.
ອັນພົ້ນເດັ່ນດ້ານວິຊາສະເພາະໄດ້ປະຕິບັດຕາມທິດທາງຂອງກົມວິຊາສະເພາະວາງອອກ ເຊິ່ງຕະຫຼອດໄລຍະ 1 ປີຜ່ານມາໂຮງງານໄດ້ສ້ອມແປງຟື້ນຟູພາຫະນະລົດຮັບໃຊ້ກອງທັບທຸກປະເພດ 14 ຄັນ, ສ້ອມແປງສໍາເລັດ 107 ຄັນ, ສ້ອມແປງເບົາ 03 ຄັນ, ສ້ອມແປງໜັກ 04 ຄັນ, ສືບຕໍ່ຊ້ອມແປງຈຳນວນ 07 ຄັນ, ຄິດເປັນມູນຄ່າວັດຖຸ 180.000.000 ກີບ, ຄິດເປັນມູນຄ່າແຮງງານ 58.500.000 ກີບ, ບົວລະບັດປົກປັກຮັກສາເຮືອຈໍານວນ 03 ລໍາ ເຮືອຂະໜາດດບັນຈຸ 120 ໂຕນ 02 ລໍາ, ເຮືອນ້ອຍກູ້ໄພບັນຈຸ 22 ໂຕນ 01 ລໍາ ເພື່ອກຽມພ້ອມຕ້ານໄພນໍ້າຖ້ວມ ຊ່ວຍເຫຼືອປະຊາຊົນເຂດໃກ້ຄຽງ ເຊີ່ງປັດຈຸບັນເຮືອທັງ 03 ລໍາແມ່ນໃຊ້ງານໄດ້ 100%, ຄຽງຄູ່ກັນນີ້ ວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ເລີ່ມສ້າງຕັ້ງຂຶ້ນປີ 2003 ຈົນເຖິງປັດຈຸບັນ ມີເງິນກອງທຶນທັງໝົດ 168.425.000 ກີບ, ດ້ານການຮັບປະກັນແກ້ໄຂຊີວິດການເປັນຢູ່ ໄດ້ປຸກລະດົມຊຸກຍູ້ໃຫ້ສະມາຊິກ ປູກຝັງລ້ຽງສັດ ຕາມລະດູການຢ່າງຕໍ່ເນື່ອງ ໃນນີ້ ບຸກຄົນ, ຂະແໜງການ ແລະ ກົມກອງລວມໝູ່ ພະນັກງານສະມາຊິກກໍາມະບານໄດ້ປະກອບສ່ວນສ້າງລາຍຮັບເຂົ້າຄັງລວມ ຂອງກົມກອງ ເປັນຕົ້ນແມ່ນການບໍລິການສ້ອມແປງເຮັດສີລົດ, ເຮັດໂຕະ, ຕັ່ງ ແລະ ຫາລາຍໄດ້ຈາກພາຍນອກຈຳນວນໜຶ່ງ ສາມາດສ້າງລາຍຮັບທັງໝົດ 57.400.000 ກີບ. ຈາກຜົນສໍາເລັດຫຼາຍດ້ານໃນໄລຍະ 1 ປີຜ່ານມາ ໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າ 5 ສະໄໝຕິດຕໍ່ກັນ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ສະໄໝ, ໃບຍ້ອງຍໍກອງ 3 ປອດ 5 ສະໄໝ.
ເນື່ອງໃນໂອກາດວັນກໍາມະກອນສາກົນ ຄົບຮອບ 139 ປີ, ສະຫາຍ ພັນໂທ ວົງເເສງ ເເພງມະນີ ໄດ້ສະແດງຄວາມຮູ້ສຶກຕໍ່ຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກຳມະກອນ ເວົ້າສະເພາະ ຊົນຊັ້ນກຳມະກອນລາວ, ເຊິ່ງຊົນຊັ້ນກໍາມະກອນໄດ້ປະກອບສ່ວນສໍາຄັນໃນການສ້າງສາພັດທະນາປະເທດຊາດເຮັດໃຫ້ປະເທດຊາດ ມີຄວາມຈະເລີນສີວິໄລ ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້ກໍາມະກອນຜູ້ອອກແຮງງານ ຈົ່ງພ້ອມກັນເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕຂອງພວກເຮົາໄວ້ໃຫ້ຍືນຍົງຕະຫລອດໄປ ແລະ ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບ ເຂັ້ມແຂງ ມີພາລະນາໄມສົມບູນ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານ ສືບຕໍ່ຊີ້ນໍາ-ນໍາພາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ,ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.
ໂດຍ: ສຸກສາຄອນ.