ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງບັນຊາການທະຫານແຂວງຜົ້ງສາລີ ຖືສຳຄັນວຽກງານ ປ້ອງກັນຊາດທົ່ວປວງຊົນຮອບດ້ານຂອງພັກ.

ແຂວງຜົ້ງສາລີ ແມ່ນແຂວງໜຶ່ງທີ່ຢູ່ເໜືອສຸດຂອງປະເທດລາວ ມີເນື້ອທີ່ປະມານ 16.270 ກິໂລຕາແມັດ, ມີຊາຍແດນຕິດກັບ 2 ປະເທດຄື: ທິດຕາເວັນອອກຕິດກັບແຂວງດຽນບຽນຟູ ແຫ່ງ ສສ ຫວຽນນາມ ມີເສັ້ນຊາຍແດນຮ່ວມກັນປະມານ 352 ກິໂລແມັດ, ມີຫຼັກໝາຍຊາຍແດນຮ່ວມກັນ 119 ຫຼັກໝາຍ, ທິດຕາເວັນຕົກຕິດກັບມົນທົນຢູນນານ ແຫ່ງ ສປ ຈີນ ມີເສັ້ນຊາຍແດນຮ່ວມກັນຍາວ 323 ກິໂລແມັດ, ມີຫຼັກໝາຍຊາຍແດນ 64 ຫຼັກໝາຍ, ມີຊາຍແດນຕິດກັບແຂວງພາຍໃນຄື: ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ. ແຂວງຜົ້ງສາລີ ແມ່ນແຂວງພູດອຍກວມເຖິງ 99%, ມີພູຜາປ່າດົງທີ່ສະຫຼັບຊັບຊ້ອນ, ພູສູງເຫວເລິກ, ມີຫ້ວຍຮ່ອງ, ແມ່ນໍ້າລໍາເຊຫຼາຍສາຍ, ໃນນີ້ ແມ່ນໍ້າອູທີ່ເປັນແມ່ນໍ້າທີ່ສຳຄັນທີ່ເປັນບ່ອນທຳມາຫາກິນຂອງພໍ່ແມ່ປະຊາຊົນທີ່ອາໃສຢູ່ລຽບຕາມແມ່ນໍ້າ ເປັນຕົ້ນການຜະລິດກະສິກຳປູກຝັງ-ລ້ຽງສັດ, ນອກນັ້ນຍັງເປັນແຫຼ່ງນໍ້າທີ່ຜະລິດກະແສໄຟຟ້າທີ່ມີເຂື່ອນຂະໜາດກາງເຖິງ 04 ແຫ່ງຕື່ມອີກ, ແຂວງຜົ້ງສາລີ ປະກອບມີ 07 ເມືອງຄື: ເມືອງຜົ້ງສາລີ, ເມືອງບຸນເໜືອ, ເມືອງບຸນໃຕ້, ເມືອງຍອດອູ, ເມືອງສຳພັນ, ເມືອງຂວາ ແລະ ເມືອງໃໝ່, ທົ່ວແຂວງມີ 15 ຊົນເຜົ່າ ທີ່ດຳລົງຊີວິດຢູ່ຮ່ວມກັນ, ມີຄວາມສາມັກຄີປອງດອງ ແລະ ພ້ອມກັນສ້າງສາພັດທະນາແຂວງຜົ້ງສາລີໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ ຕາມທິດສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.

ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງ ໄດ້ໃຫ້ຮູ້ວ່າ: ເນື່ອງໃນໂອກາດກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເວົ້້າລວມ, ເວົ້າສະເພາະແມ່ນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ທີ່ຈະມາເຖິງໃນມໍ່ໆນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ແມ່ນກົມກອງໜຶ່ງທີ່ເຮັດໜ້າທີ່ ເປັນກຳລັງຫຼັກແຫຼ່ງຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາອົງການ, ກົມກອງ ໄດ້ເປັນເສນາທິການໃຫ້ແກ່ອົງຄະນະພັກກອງບັນຊາການທະຫານແຂວງ, ກໍຄືປະຊາຊົນບັນດາເຜົ່າໃນທົ່ວແຂວງ ໃນການເຄື່ອນໄຫວເຮັດໜ້າທີ່ປົກປັກຮັກສາເຂດນ້ຳແດນດິນ ແລະ ຮັກສາທິດໜື່ງຂອງປະເທດໄວ້ໄດ້ຢ່າງໝັ້ນຄົງ, ຕັ້ງໜ້າປັບປຸງກໍສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍພາຍໃຕ້ການຊີ້ນຳໂດຍກົງຮອບດ້ານຈາກຄະນະນຳກະຊວງປ້ອງກັນປະເທດ ກໍຄືຄະນະກຳມະການ ປກຊ-ປກສ ແຂວງ, ໃນແຕ່ລະໄລຍະໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນແລກປ່ຽນລາຍງານສະພາບພາຍໃນແຂວງ, ປະຈໍາເດືອນ, ປະຈຳໄຕມາດ 4 ແຂວງພາກເໜືອ, 1 ກອງພົນເປັນປົກກະຕິ ເພື່ອສະຫຼຸບລາຍງານສະພາບໃຫ້ກັນ ແລະ ກັນໄດ້ຮັບຮູ້ ພ້ອມທັງລາຍງານສະພາບປະກົດການຍໍ້ທໍ້ໃນຂອບເຂດກົມກອງຮັບຜິດຊອບ ເພື່ອພ້ອມກັນຄົ້ນຄວ້າແກ້ໄຂ້ໃຫ້ຖືກຕ້ອງສອດຄ່ອງ, ທັນເວລາ, ເພື່ອຮັບປະກັນໃຫ້ສະພາບມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.

ເຖິງຢ່າງໃດກໍຕາມ ປັດຈຸບັນ, ບັນດາອິດທິກຳລັງປໍລະປັກຍັງສືບຕໍ່ປະຕິບັດກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິດ້ວຍຫຼາຍຮູບການ, ຕໍ່ກັບບັນຫາດັ່ງກ່າວພາຍໃຕ້ການນຳພາອັນສະຫຼາດສ່ອງໃສ່ຂອງພັກ ເຊິ່ງເວລາໃດກໍຖືເອົາວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ເປັນບູລິມະສິດແຖວໜ້າຕິດພັນກັບວຽກງານ 03 ສ້າງຂອງພັກ ໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນກຸ່ມບ້ານພັດທະນາ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານເມືອງພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ ຕາມທິດ 3 ສ້າງ ໂດຍສຸ່ມໃສ່ສ້າງບ້ານພັດທະນາ, ບ້ານປ້ອງກັນຊາດເຂັ້ມແຂງ ຕິດພັນກັບການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ, ກຸ່ມບ້ານພັດທະນາຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ໂດຍຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ການພັດທະນາເສດຖະກິດ, ວັດທະນະທຳສັງຄົມເປັນໃຈກາງ; ຜ່ານມາສາມາດເປີດຊຸດອົບຮົມຫັດແອບ ການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 03 ກຸ່ມບ້ານຄື: ກຸ່ມບ້ານປ່າລັນ ເມືອງໃໝ່, ກຸ່ມບ້ານນ້ຳລີ ເມືອງສຳພັນ ແລະ ກຸ່ມບ້ານລອງນາຍເກົ່າ ເມືອງບຸນໃຕ້, ເພື່ອສ້າງໃຫ້ອົງການຈັດຕັ້ງຂັ້ນບ້ານ, ກຳລັງກອງຫຼອນ, ປກສ ບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ກາຍເປັນໜ້າທີ່ທົ່ວປວງຊົນ, ໃນນີ້ມີບ້ານທີ່ໄດ້ຮັບໃບຢັ້ງຢືນເປັນບ້ານປ້ອງກັນຊາດເຂັ້ມແຂງ 188 ບ້ານ, ຄອບຄົວປ້ອງກັນຊາດ 20.465 ຄອບຄົວໃນທົ່ວແຂວງ, ຄຽງຄູ່ກັນນັ້ນໄດ້ເອົາໃຈໃສ່ປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກຳລັງ ປກສ ແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເປັນເຈົ້າການໃນການເຮັດໜ້າທີ່ຮັກສາຄວາມປອດໄພໃຫ້ແກ້ການນຳພັກ-ລັດແຂວງ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມຂັ້ນຕ່າງໆ, ວັນບຸນສຳຄັນຂອງພັກຂອງຊາດ, ຂອງກອງທັບ ແລະ ງານບຸນປະເພນີຂອງທ້ອງຖິ່ນ ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%. ຍ້ອນຄວາມເອົາໃຈໃສຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ທັງໄດ້ລົງໃກ້ຊິດຕິດແທດ ຂະບວນການວຽກງານຕົວຈິງຢູ່ບັນດາກົມກອງໃນທົ່ວທະຫານແຂວງ ສະນັ້ນຈຶ່ງເຫັນໄດ້ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງຊຸກຍູ້ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ກົມກອງຮາກຖານເຮັດໃຫ້ເຂົາເຈົ້າມີກຳລັງໃຈ ແລະ ຫ້າວຫັ້ນປະຕິບັດໜ້າທີ່ຂອງຕົນຢ່າງເຕັມສ່ວນ, ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດສິດໜ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບ ເປັນເສນາທິການຊ່ວຍຄະນະກຳມະການ ປກຊ-ປກສ ແຂວງ ໃນການຊີ້ນຳກໍາລັງປະກອບອາວຸດ ເພື່ອກຳແໜ້ນຕິດຕາມສະພາບ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ຕິດຕາມກວດກາ, ປຸກລະດົມການຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ແລະ ປະຕິບັດສ່ອງແສງລາຍງານສະພາບປະຈຳອາທິດ, ປະຈຳເດືອນ ແລະ ປະຈຳປີ ໃຫ້ປະທານຄະນະກຳມະການ ປກຊ-ປກສ ແຂວງ ຢ່າງເປັນປົກກະຕິ, ສະເພາະກອງບັນຊາການທະຫານແຂວງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກໍໄດ້ເປັນໃຈກາງ, ເປັນຫຼັກແຫຼ່ງໃນການຊີ້ນຳການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ມີຄວາມຮັບຜິດຊອບສູງຮັບປະກັນການເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໃນແຕ່ລະໄລຍະໂດຍໄດ້ແບ່ງຄວາມຮັບຜິດຊອບໃຫ້ຄະນະພັກຜູ້ໜຶ່ງຮັບຜິດຊອບ 1-3 ກົມກອງລົງໄປຕິດຕາມ ແລະ ໃກ້ຊິດຕິດແທດ. ພ້ອມກັນນັ້ນຄະນະພັກ-ຄະນະບັນຊາໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໂດຍການນຳເອົາແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ບັນດາມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງມາຈັດຕັ້ງເຜີຍແຜ່, ເຊື່ອມຊຶມຕິດພັນກັບການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ, ກໍ່ສ້າງກົມກອງນັກຮົບວັດທະນະທຳ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ, ໃນໄລຍະ ທີ່ຜ່ານມາມີໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຈຳນວນ 46 ໜ່ວຍພັກ, ກົມກອງ 3 ປອດປະເພດໜຶ່ງ 26 ກົມກອງ, ປະເພດສອງ 08 ກົມກອງ, ໜ່ວຍຊາວໜຸ່ມ 4 ບຸກ 27 ໜ່ວຍ, ໜ່ວຍແມ່ຍິງ 10 ໜ່ວຍ , 6 ຈຸ, ແມ່ຍິງ 03 ດີ 225 ຄົນ, ພ້ອມກັນນັ້ນຍັງໄດ້ສ້າງຂະບວນການດ້ານຕ່າງໆ ເພື່ອເປັນການຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆຂອງພັກຂອງຊາດຂອງກອງທັບຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ.

ວຽກງານອົບຮົມຫັດແອບ, ປັບປຸງລະບຽບແບບແຜນ ແລະ ຝຶກຝົນກຳລັງແຮງກາຍໄດ້ເອົາໃຈໃສ່ຊີ້ນຳບັນດາກົມກອງໃນການສ້າງແຜນອົບຮົມ-ຫັດແອບປະຈຳໄຕມາດເປັນປົກກະຕິ ເພື່ອເປັນການທົບທວນບັນດາບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງ ໂດຍສະເພາະແມ່ນບັນດາທ່າຈັງຫວະສິນລະປະຍຸດ, ຍຸດທະວິທີຕ່າງໆ ໃຫ້ມີຄວາມຄ່ອງແຄ່ວ,ຊຳນິຊຳນານ ຮັບປະກັນໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ໃນຂອບເຂດກົມກອງຮັບຜິດຊອບ ເປັນຕົ້ນແມ່ນເຂດຊາຍແດນເຊື່ອມຈອດລະຫວ່າງຊາດໃຫ້ມີສັນຕິພາບ, ມິດຕະພາບ, ການຮ່ວມມືແລກປ່ຽນສະພາບການຕ່າງໆ ເພື່ອຮັບປະກັນເຮັດໃຫ້ພາຍໃນແຂວງມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະຊາຊົນບັນດາເຜົ່າມີຄວາມສະດວກໃນການທຳມາຫາກິນ ແລະ ພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ,

ວຽກງານພົວພັນຮ່ວມມື ໄດ້ປະສານສົມທົບແໜ້ນກັບບັນດາກົມກອງ, ກອງບັນຊາການທະຫານແຂວງພາກເໜືອ ແລະ ກອງພົນ 03 ໃນການແລກປ່ຽນສະພາບການຕ່າງໆທີ່ເກີດຂຶ້ນເປັນປົກກະຕິຕາມການຊີ້ນຳຂອງກະຊວງປ້ອງກັນປະເທດ ແລະ ພົວພັນຮ່ວມມືກັບສາກົນ, ເພື່ອນມິດຍຸດທະສາດ ເປັນຕົ້ນແມ່ນການພົວພັນຮ່ວມມືແບບພິເສດຂອງສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ ພິເສດແມ່ນກອງບັນຊາການທະຫານແຂວງຜົ້ງສາລີ ໃນການເຄື່ອໄຫວແຮກສ່ຽວກັບ ກອງບັນຊາການທະຫານແຂວງດຽນບຽນ, ແຂວງຕວຽນກວາງ ກອງບັນຊາການທະຫານເຂດ 02 ແຫ່ງ ສສ ຫວຽດນາມ, ເພື່ອປະກອບສ່ວນເພີ່ມທະວີມູນເຊື້ອສາມັກຄີພີເສດໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ ແລະ ສປ ຈີນ ກໍແມ່ນຄູ່ຮ່ວມສະຕາກຳໃນການພົວພັນຮ່ວມມືສອງຝ່າຍ ໃນການແລກປ່ຽນສະພາບການຕ່າງໆ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຫຼາຍດ້ານ, ມີການພົບປະແລກປ່ຽນຖອດຖອນບົດຮຽນວຽກງານປ້ອງກັນຊາດ ເຮັດໃຫ້ສະພາບຊາຍແດນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.

ຂຽນໂດຍ: ຮ້ອຍຕີ ທອງສຸກ ຈັນຖະໜອມ