ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ເປີດຊ້ອມຮົບ ບັນຊາ-ເສນາ 2 ຂັ້ນຝ່າຍດຽວ ເທິງແຜນທີ່.

ພິທີເປີດຊ້ອມຮົບ ບັນຊາ-ເສນາ 2 ຂັ້ນຝ່າຍດຽວ ເທິງແຜນທີ່ ປະຈຳສົກຮຽນ 2024-2025 ຂອງວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ, ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຫົວໜ້າຄະນະຊີ້ນຳຊ້ອມຮົບ, ມີຄະນະຮັບຜິດຊອບຊີ້ນຳຊ້ອມຮົບ, ບັນດາສະຫາຍຕາງໜ້າກົມໃຫຍ່, ກົມ, ກອງພັນໃຫຍ່, ກອງບັນຊາການພ້ອມດ້ວຍພະນັກງານ-ນັບຮົບເຂົ້າຮ່ວມ.

ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄຳເຫັນໃນພິທີວ່າ: ຈຸດປະສົງ ແລະ ຄາດໝາຍການຊ້ອມຮົບໃນຄັ້ງນີ້ ເພື່ອເປັນການຮັກສາສະຖຽນລະພາບທາງດ້ານການເມືອງໄວ້ຢ່າງໝັ້ນຄົງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ, ຍູ້ແຮງການພັດທະນາເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ທັງເປັນການກວດກາ, ຕີລາຄາໃນການຈັດຕັ້ງປະຕິບັດວຽກງານຊີ້ນໍາ, ນໍາພາ, ບັນຊາ ໃນການກະກຽມປະຕິບັດກຽມພ້ອມສູ້ຮົບ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈກ່ຽວກັບວຽກເສນາທິການ, ທັງເປັນການທົດສອບຄວາມມານະຈິດອົດທົນ ຜ່ານຜ່າຂອງພະນັກງານ-ນັກຮົບ ໃຫ້ຮູ້ຈັກໝູນໃຊ້ທິດສະດີຫຼັກການ, ສິນລະປະຍຸດ-ຍຸດທະວິທີ, ຍຸດທະບັ້ນຮົບສູ້ຮົບໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່, ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍທຸກພາກສ່ວນ ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາໃຈໃສ່ໃນການຝຶກຊ້ອມໃຫ້ມີຜົນສໍາເລັດຕາມແຜນການ, ສາມາດໄດ້ທຸກກໍລະນີ ແລະ ຈຸດຄົງຄ້າງໃຫ້ຂາດຕົວ, ບັນດາແກ້ໄຂໜໍ່ແໜງກໍ່ໃຫ້ເກີດຄວາມບໍ່ສະຫງົບພາຍໃນ ຖືເອົາບັ້ນຝຶກຊ້ອມຮົບໃນຄັ້ງນີ້ເປັນບັ້ນທົດສອບໜຶ່ງທີ່ໜັກໜວງ ແລະ ມີກຽດ; ເອົາໃຈໃສ່ຍົກສູງນ້ຳໃຈຄວາມເປັນເຈົ້າການ ໃນການຮັບຜິດຊອບໜ້າທີ່ຂອງຕົນ, ປະຕິບັດຂໍ້ກຳນົດກົດລະບຽບ, ບາດກ້າວການເຄື່ອນໄຫວຊ້ອມຮົບຢ່າງເຂັ້ມງວດ ພ້ອມກັນເຮັດສຳເລັດໜ້າທີ່ ແລະ ຮັບປະກັນຕາມຄາດໝາຍທີ່ວາງໄວ້. ເຊິ່ງໃນການຊ້ອມຮົບ ບັນຊາ-ເສນາ 2 ຂັ້ນຝ່າຍດຽວ ເທິງແຜນທີ່ ຈະໄດ້ດໍາເນີນເປັນເວລາ 5 ວັນ, ນັບຕັ້ງແຕ່ 12-16 ພຶດສະພາ ຈຶ່ງສໍາເລັດ.

ຂ່າວ-ພາບ: ຄຳອ້າຍ ທອງວັນ