ເວລາໃດຊາວໜຸ່ມ ກໍເປັນກຳລັງແຮງສໍາຄັນໃນເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ.




ເວລາໃດຊາວໜຸ່ມ ກໍເປັນກຳລັງແຮງສໍາຄັນ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງພັກປະຊາຊົນປະຕິວັດລາວ, ສາມາດສ້າງໄດ້ມູນເຊື້ອອັນສະຫງ່າງາມ, ທີ່ຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບຕະຫຼອດມາ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ຊາວໜຸ່ມ ໄດ້ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສ່ຂອງພັກຢ່າງມີຜົນສໍາເລັດອັນຈົບງາມ, ເຊິ່ງໃນປັດຈຸບັນຊາວໜຸ່ມໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນ ຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກຂອງຊາວໜຸ່ມຢ່າງເຂັ້ມງວດ ເພື່ອແຂ່ງຂັນກັນສ້າງຜົນງານດ້ານຕ່າງໆ ເພື່ອຮັບຕ້ອນວັນສໍາຄັນ ຂອງພັກ, ຂອງຊາດ, ຂອງກອງທັບຢ່າງມີຂະບວນການຟົດຟື້ນກວ້າງຂວາງ.
ສະຫາຍ ພັນໂທ ຂັນຫອມ ສີຫາລາດ ເລຂາໜ່ວຍຊາວໜຸ່ມໂຮງງານສ້ອມແປງລົດ-ເຮຶອກອງທັບ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາຄະນະຊາວໜຸ່ມໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ແນໃສ່ໃຫ້ພະນັກງານສະມາຊິກຊາວໜຸ່ມມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ເດັດດ່ຽວຕໍ່ອຸດົມການຂອງພັກ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະ ເອົາໃຈໃສ່ປະຕິບັດຄໍາສັ່ງຂອງຂັ້ນເທິງ, ພ້ອມທັງຊຸກຍູ້ ແລະ ສຶກສາໃຫ້ສະມາຊິກຊາວໜຸ່ມຮັບຮູ້ເຂົ້າໃຈເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ມູນເຊື້ອຂອງກອງທັບ, ຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ກໍຄືເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວວາງອອກ. ເຊິ່ງປັດຈຸບັນມີສະມາຊິກທັງໝົດ 45 ສະຫາຍ, ຍິງ 11ສະຫາຍ, ໃນນີ້ ອັນພົ້ນເດັ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ສະມາຊິກຊາວໜຸ່ມໄດ້ອອກເຄື່ອນໄຫວຕິດຕາມກວດກາເຂດຊາຍເເດນຕາມແຄມນໍ້າຂອງ ສົມທົບກັບບ້ານໃກ້ຄຽງ ເດືອນລະ 02 ຄັ້ງ, ປ້ອງກັນເວນຍາມເຂດຮັບຜິດຊອບຄ້າຍຄູ 24 ຊົ່ວໂມງ, ວຽກງານວິຊາສະເພາະໄດ້ປະກອບສ່ວນເຮັດອູ່ສ້ອມແປງທັນສະໄໝຕາມແຜນຂອງຂັ້ນເທິງ, ສ້າງປ້ອມຍາມໃໝ່, ສ້າງເສັ້ນທາງເຂົ້າຄ້າຍ, ສ້ອມແປງລົດໃຫ້ຂັ້ນເທິງ ປັກຈຸບັນມີ 11 ຄັນ, ສ້ອມແປງສໍາເລັດ 07 ຄັນ, ບົວລະບັດເຮືອ 03 ລໍາ, ເຮືອກູ້ໄພ 05 ລໍາ, ເຮືອບັນທຸຂະໜາດນໍ້າໜັກ 60 ໂຕນ 02 ລໍາ, ນອກນີ້ ສະມາຊິກບາງສະຫາຍ, ຂະແໜງງານ ແລະ ພະນັກງານສະມາຊິກຊາວໜຸ່ມໄດ້ປະກອບສ່ວນສ້າງລາຍຮັບເຂົ້າຄັງລວມ ຂອງກົມກອງ ເປັນຕົ້ນແມ່ນການບໍລິການສ້ອມແປງເຮັດສີລົດ, ເຮັດໂຕະ, ຕັ່ງ, ຕຽງ, ບານປະຕູ, ປ່ອງຢ້ຽມ, ຕູ້ໃສ່ເຄື່ອງ ຫາລາຍໄດ້ຈາກພາຍນອກຈຳນວນໜຶ່ງເຂົ້າກົມກອງ, ດ້ານການຮັບປະກັນແກ້ໄຂຊີວິດການເປັນຢູ່ ໄດ້ປຸກລະດົມຊຸກຍູ້ໃຫ້ສະມາຊິກ ປູກຝັງລ້ຽງ – ສັດ ຢ່າງຕໍ່ເນື່ອງ, ຄຽງຄູ່ກັນນີ້, ສະມາຊິກຊາວໜຸ່ມຍັງໄດ້ເອົາໃຈໃສ່ເຂົ້າຮ່ວມວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊິ່ງປັດຈຸບັນມີເງິນກອງທຶນທັງໝົດ 28.516.000 ກີບ, ຜ່ານການເຄື່ອນໄຫວວຽກງານໃນໄລຍະຜ່ານມາສາມາດຄັດເລືອກໄດ້ຊາວໜຸ່ມ 4 ບຸກ ປະເພດ I: 26 ສະຫາຍ, ຍິງ 8 ສະຫາຍ, ປະເພດ II: 17 ສະຫາຍ, ຍິງ 03 ສະຫາຍ ແລະ ໜ່ວຍຊາວໜຸ່ມ 4 ບຸກ 05 ສະໄໝຕິດຕໍ່ກັນ.
ສະຫາຍ ພັນໂທ ຂັນຫອມ ສີຫາລາດ ໄດ້ໃຫ້ຮູ້ຕື່ມອີກວ່າ: ສຳລັບທິດທາງໃນຕໍ່ໜ້າຈະສືບຕໍ່ເພີ່ມທະວີວຽກງານໂຄສະນາການເມືອງແນວຄິດເຮັດໃຫ້ຊາວໜຸ່ມ-ໄວໜຸ່ມເປັນພົນລະເມືອງດີ, ເປັນຜູ້ສືບທອດທີ່ດີຂອງກອງທັບ, ມີແບບແຜນດໍາລົງຊີວິດທີ່ປອດໃສ, ພ້ອມກັນປັບປຸງການຈັດຕັ້ງຊາວໜຸ່ມໃຫ້ມີຄວາມໜັກແໜ້ນສ່ອດຄອງກັບແຕ່ລະໄລຍະ ຈຸດພິເສດຂອງກົມກອງ, ຍົກສູງສີມືແຮງງານ, ສ້າງວຽກເຮັດງານທໍາທີ່ແນ່ນອນ, ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 4 ບຸກ ໂດຍຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງກອງປອດໃສ, ປອດໄພ, ປອດຄະດີ ແລະ ສ້າງນັກຮົບ ແລະ ກອງວັດທະນະທໍາໃຫ້ບັນລຸຕາມຄາດໝາຍ, ຊຸກຍູ້ຂະບວນການຕ່າງໆໃຫ້ມີບັນຍາກາດຟົດຟື້ນດ້ວຍຫຼາຍຮູບການເພື່ອປູກຈິດສຳນຶກໃຫ້ຊາວໜຸ່ມມີອຸດົມການປະຕິວັດຢ່າງໜັກແໜ້ນ ເພື່ອເປັນກຳລັງແຮງປະກອບສ່ວນເຂົ້າໃນການພັດທະນາປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ.
ໂດຍ: ສຸກສາຄອນ





ดูข้อมูลเชิงลึกและโฆษณา
ความรู้สึกทั้งหมด
4949