ຊົນຊັ້ນກຳມະກອນ ເປັນຊົນຊັ້ນທີ່ມີນໍ້າໃຈກ້າຫານຕໍ່ສູ້ຢ່າງເດັດດ່ຽວໜ່ຽວແໜ້ນກວ່າໝູ່ ແລະ ມີມານະຈິດປະຕິວັດສູງສົ່ງສຸດກົກສຸດປາຍ.






ຄືດັ່ງທີ່ຮູ້ນໍາກັນແລ້ວວ່າ: ວັນທີ 1 ພຶດສະພາ ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນໜຶ່ງສໍາລັບຊົນຊັ້ນກຳມະກອນ-ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນລຸກຮື້ຂຶ້ນຕໍ່ຕ້ານການກົດຂີ່ຂູດຮີດເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ ແລະ ໃນສະຖານະການໃໝ່ ບັນດາປະເທດພັດທະນາໃນໂລກຍັງໄດ້ໃຫ້ຄວາມສໍາຄັນຕໍ່ກັບຊົນຊັ້ນກຳມະກອນ, ເພາະຊົນຊັ້ນກຳມະກອນໄດ້ກາຍເປັນກຳລັງແຮງໃນການສ້າງ ແລະ ນໍາໃຊ້ຜົນສຳເລັດເຕັກໂນໂລຊີທັນສະໄໝເຂົ້າສູ່ການຜະລິດ ແລະ ຊົນຊັ້ນກຳມະກອນຍັງເປັນຊົນຊັ້ນທີ່ມີສະຕິຕໍ່ການຈັດຕັ້ງສູງ, ຮູ້ປະສານກົມກ່ຽວລະຫວ່າງຜົນປະໂຫຍດສ່ວນບຸກຄົນ, ລວມໝູ່ ແລະ ຂອງຊາດ.
ສະຫາຍ ພັນໂທ ພອນສະຫວັນ ຫຼວງອາໄພ ຮອງອຳນວຍການໂຮງງານເກີບທັນວາ ໄດ້ໃຫ້ສຳພາດ ວ່າ: ສໍາລັບໂຮງງານເກີບທັນວາກອງທັບ ຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການໂຮງງານເກີບທັນວາ ໄດ້ຍົກສູງພາລະບົດບາດໜ້າທີ່ການເຄື່ອນໄຫວ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ-ຊາວຜູ້ອອກແຮງງານ, ນໍາໃຊ້ຄວາມຮູ້ສະຕິປັນຍາ ແລະ ເຫື່ອແຮງຂອງມະຫາຊົນ ປະກອບສ່ວນເຂົ້າໃນການພາລະກິດພັດທະນາເສດຖະກິດ ສັງຄົມຂອງຊາດ ແລະ ໂຮງງານຢ່າງຕັ້ງໜ້າ ເປັນຕົ້ນຜະລິດເຄື່ອງອຸປະໂພກບໍລິໂພກຮັບໃຊ້ກອງທັບໂດຍກົງ ເຊັນ: ຜະລິດເກີບແພຂຽວນາຍສິບ, ເກີບແພລາຍເຫຼົ່າຮົບ, ຜະລິດບາໂລ, ເສື້ອຊ້ອນໃນ, ເຄື່ອງແພຕະກຸນແຂງ ແລະ ອື່ນໆ ເພື່ອຮັບປະກັນການເບີກຈ່າຍຮັບໃຊ້ໃນຖັນແຖວກອງທັບຕາມແຜນການຂອງຂັ້ນເທິງວາງອອກ, ສ່ວນຮູບການຈັດຕັ້ງການຜະລິດແມ່ນຜະລິດແບບບໍລິຫານ, ຮັບເງິນເດືອນຕາມຊັ້ນ ແລະ ນະໂຍບາຍຕ່າງໆ ຕາມທີ່ກຳນົດ ລວມຂອງກະຊວງປ້ອງກັນປະເທດວາງອອກ, ນອກຈາກການຜະລິດເຄື່ອງຮັບໃຊ້ກອງທັບແລ້ວຍັງໄດ້ຮັບເໝົາເຄື່ອງທາງນອກມາ ຜະລິດ ເພື່ອສ້າງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ພ້ອມທັງຝຶກສີມືແຮງງານຂອງກຳລັງການຜະລິດໃຫ້ມີຄວາມສໍາ ນານຂື້ນຕື່ມ ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ດີຂຶ້ນເທື່ອລະກ້າວ.
ຄຽງຄູ່ກັນນີ້, ຄະນະພັກ-ຄະນະອຳນວຍການໂຮງງານເກີບທັນວາ ຍັງເຮັດໜ້າທີ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ແລະ ຖືເອົາວຽກງານດັ່ງກ່າວເປັນວຽກງານໃຈກາງສໍາຄັນທີ່ຢູ່ໃນກົມກອງ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປະຕິບັດທີ່ກຳ ນົດກົດລະບຽບຂອງກອງທັບກໍຄືຂອງກົມກອງວາງອອກຢ່າງເຂັ້ມງວດ ແລະ ປະຕິບັດນະໂຍບາຍຍ້ອງຍໍ, ເລື່ອນຊັ້ນ ຕໍ່ຜູ້ທີ່ມີຜົນງານຕາມຂໍ້ກຳນົດຂອງກະຊວງປ້ອງກັນປະເທດວາງອອກ, ພ້ອມທັງຊຸກຍູ້ປຸກລະດົມບັນດາອົງການຈັດຕັ້ງມະຫາຊົນໃຫ້ເປັນກຳລັງແຮງເຄື່ອນໄຫວຕາມພາ ລະບົດບາດຂອງຕົນ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.
ສະຫາຍ ພັນໂທ ນາງ ວຽງສະຫວັນ ກຽງປະຊາ ຮອງພະແນກຜະລິດ ໂຮງງານເກີບທັນວາ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍຄະນະພະແນກຜະລິດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ອ້າຍເອື້ອຍນ້ອງຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ບຸກບຶກຫ້າວຫັ້ນສູ້ຊົນເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ ກໍຄືໜ້າທີ່ການຜະລິດໃຫ້ໄດ້ຕາມຄາດໝາຍຂອງຂັ້ນເທີງວາງອອກ ແລະ ມາຮອດປັດຈຸບັນນີ້, ເຫັນວ່າອ້າຍເອື້ອຍນ້ອງຢູ່ໃນພະແນກຜະລິດມີການພັດທະນາສີມືດີຂື້ນກວ່າເກົ່າ ສາມາດຫຍິບຜະລິດຕະພັນໄດ້ຫຼາຍຢ່າງ ເພື່ອຮັບໃຊ້ໃຫ້ແກ່ກອງທັບ ແລະ ຜະລິດໃຫ້ໄດ້ຕາມແຜນການຂອງຄະນະພັກ-ຄະນະອຳນວຍການວາງອອກດ້ວຍປະສິດທິຜົນສູງ.
ເນື່ອງໃນໂອກາດວັນກຳມະກອນສາກົນ ຄົບຮອບ 139 ປີ ສະຫາຍ ພັນໂທ ພອນສະຫວັນ ຫຼວງອາໄພ ຮອງອຳນວຍການໂຮງງານເກີບທັນວາ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ, ສະມາຊິກກຳມະກອນຊາວຜູ້ ອອກແຮງງານທົ່ວໂຮງງານເກີບທັນວາ ອວຍພອນໄຊອັນປະເສີດໃຫ້ບັນດາທ່ານການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານ ຕະຫຼອດຮອດຊົນຊັ້ນກຳມະກອນ ຈົ່ງມີແຕ່ສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ-ຄອບຄົວ ແລະ ສືບຕໍ່ໃຫ້ການຊີ້ນໍາ-ນໍາພາກົມກອງທົ່ວກອງທັບ ເວົ້າລວມ, ເວົ້າສະເພາະກໍແມ່ນໂຮງງານເກີບທັນວາໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ ເຕີບໃຫຍ່ຂະຫຍາຍຕົວກ້າວຂື້ນໄປຢ່າງບໍ່ຢຸດຢັ້ງ.
ໂດຍ: ບິກໄຊ ສົມພູ