ຖືເອົາເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບວຽກງານການຜະລິດ.







ໜ່ວຍຊາວໜຸ່ມບໍລິສັດຮ່ວມທຸລະກິດຕ່ຳແຜ່ນ ແລະ ຍ້ອມສີລາວ-ຫວຽດນາມ ແມ່ນໜ່ວຍຊາວໜຸ່ມຮາກຖານໜື່ງທີ່ຢູ່ພາຍໃຕ້ການນຳພາຊີ້ນຳຂອງພະແນກຊາວໜຸ່ມ ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ແລະ ນໍາພາ-ບັນຊາໂດຍກົງຢ່າງຮອບດ້ານ ຂອງຄະນະພັກ-ຄະນະບັນຊາ ບໍລິສັດຮ່ວມທຸລະກິດຕ່ຳແຜ່ນ ແລະ ຍ້ອມສີ ລາວ- ຫວຽດນາມ ເປັນອົງການຈັດຕັ້ງມະຫາຊົນໜຶ່ງທີ່ເປັນກໍາລັງແຮງສໍາຄັນ ໃຫ້ແກ່ຄະນະພັກ-ຄະນະບັນຊາກົມກອງ ໃນການເຄື່ອນໄຫວຕາມສິດ ແລະ ໜ້າທີ່ທຽບເທົ່າກັບອົງການຈັດຕັ້ງມະຫາຊົນອື່ນໆ, ເຊີ່ງໃນໄລຍະຜ່ານມາ ໜ່ວຍຊາວໜຸ່ມ ບໍລິສັດຕໍ່າແຜ່ນ ແລະ ຍ້ອມສີ ລາວ-ຫວຽດນາມ ໄດ້ເອົາໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ ເຂົ້າໃນການເຄື່ອນໄຫວວຽກງານການຈັດຕັ້ງຂອງກົມກອງ ກໍຄື ຂອງບໍລິສັດ ໂດຍສະເພາະແມ່ນວຽກງານການຜະລິດແຜ່ນແພ ສະໜອງໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຕາມແຜນການຢ່າງມີຜົນສຳເລັດ.
ສະຫາຍ ຮ້ອຍເອກ ພອນໄຊ ພຸດທະວົງ ເລຂາໜ່ວຍຊາວໜຸ່ມ ບໍລິສັດຮ່ວມທຸລະກິດ ຕ່ຳແຜ່ນ ແລະ ຍ້ອມສີ ລາວ-ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະໜ່ວຍ ໄດ້ເຄື່ອນໄຫວຕາມສິດ, ພາລະບົດບາດຂອງຕົນໄດ້ຮັບ ການເອົາໃຈໃສ່ຊີ້ນຳ ຈາກຄະນະພັກ-ຄະນະບັນຊາ ຂອງກົມກອງ ກໍຄື ຂອງບໍລິສັດ ເຮັດໃຫ້ແບບແຜນວິທີການເຮັດວຽກ ໄດ້ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ມີຄວາມສາມັກຄີ ພາຍໃນໜ່ວຍຊາວໜຸ່ມ ເປັນຕົ້ນແມ່ນ ສະມາຊິກກັບຊາວໜຸ່ມກຳມະກອນ, ວິຊາການຫວຽດນາມ ທີ່ເຮັດວຽກຢູ່ພາຍໃນໂຮງງານເພື່ອຮັກສາມູນເຊື້ອຄວາມສາມັກຄີລະຫວ່າງສອງຊາດ ລາວ-ຫວຽດນາມ, ພ້ອມນັ້ນ ຮ່ໍາຮຽນເອົາເຕັກນິກວິຊາການ ນຳວິຊາການຫວຽດນາມ ເຮັດໃຫ້ສະມາຊິກຊາວໜຸ່ມມີຄວາມຮູ້, ຄວາມສາມາດ ແລະ ມີແນວຄິດອຸ່ນອ່ຽນ ທຸ່ນທ່ຽງ ພ້ອມກັນປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສຳເລັດ, ສົມກັບເປັນກໍາລັງແຮງນໍາໜ້າໃນທຸກວຽກງານ ເປັນຕົ້ນແມ່ນ ວຽກງານການຜະລິດແຜ່ນແພ ສະໜອງເຄື່ອງນຸ່ງຫົ່ມ ໃຫ້ແກ່ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທັນຕາມແຜນການແຕ່ລະປີ ສາມາດຮັບປະກັນດ້ານປະລິມານ ແລະ ຄຸນນະພາບ.
ຜ່ານການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ໂດຍຕິດພັນກັບການສ້າງກອງປອດໃສ, ປອດໄພ, ປອດຄະດີ, ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການສ້າງນັກຮົບ-ກອງວັດທະນະທຳ, ເຊິ່ງໃນຊຸມປີຜ່ານມາ, ໜ່ວຍຊາວໜຸ່ມ ບໍລິສັດຮ່ວມທຸລະກິດ ຕ່ຳແຜ່ນ ແລະ ຍ້ອມສີ ລາວ-ຫວຽດນາມ ໄດ້ຮັບນາມມະຍົດ ເປັນໜ່ວຍຊາວໜຸ່ມ 4 ບຸກ 5 ສະໄໝ, ສະມາຊິກຊາວໜຸ່ມພາຍໃນໜ່ວຍ ໄດ້ຮັບນາມມະຍົດ 4 ບຸກ 15 ສະຫາຍ, ແຂງ 1 ສະຫາຍ, ໄດ້ຮັບການຍ້ອງຍໍຜົນງານເນື່ອງ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ມີຫຼຽນໄຊ ແຮງງານຊັ້ນ II 3 ສະຫາຍ, ຫຼຽນໄຊແຮງງານຊັ້ນ III 4 ສະຫາຍ, ໃບຍ້ອງຍໍຂັ້ນ ລັດຖະບານ ແລະ ກະຊວງປ້ອງກັນປະເທດ 6 ສະຫາຍ.
ສະຫາຍ ຮ້ອຍເອກ ພອນໄຊ ພຸດທະວົງ ໃຫ້ຮູ້ຕື່ມວ່າ: ທິດທາງແຜນການໃນຕໍ່ໜ້າ ໜ່ວຍຊາວໜຸ່ມ ບໍລິສັດຮ່ວມທຸລະກິດຕ່ຳແຜ່ນ ແລະ ຍ້ອມສີລາວ-ຫວຽດນາມ ຈະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມເປັນກົກ, ເປັນວຽກງານໜື່ງທີ່ສຳຄັນ ແລະ ເປັນວຽກງານແຖວໜ້າ ສອດຫ້ອຍເຂົ້າກັບທຸກຂະບວນການວຽກງານເມືອງຂອງກົມກອງ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມທຸກສະຫາຍໄດ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງ ພັກ, ເຄົາລົບລະບຽບກົດໝາຍ, ປະຕິບັດທຸກມະຕິ ຄໍາສັ່ງ ແລະ ຂໍ້ກໍານົດກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຈັດຕັ້ງນຳພາເຄື່ອນໄຫວເຮັດວຽກງານຂະບວນການດ້ານຕ່າງໆ ໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ການເມືອງຂອງກົມກອງ, ກໍຄືວຽກງານການຜະລິດດ້ານຕ່າງໆ ໃຫ້ໄດ້ປະລິມານ, ມີຄຸນນະພາບທີ່ດີ.
ໂດຍ: ນົກ ບຸນມາເລີດ