ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ຢ້ຽມຢາມ ພະນັກງານ-ນັກຮົບ ທີ່ກຳລັງປີ່ນປົວເບີ່ງແຍງສຸຂະພາບຢູ່ໂຮງໝໍສູນກາງ 103 ກອງທັບ.




ວັນທີ 7 ພຶດສະພາ 2025, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ນໍາໂດຍສະຫາຍ ພົນຈັດຕະວາ ສີ ທະວີໄຊ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ໃຫ້ກຳລັງໃຈພະນັກງານ-ນັກຮົບທີ່ຖືກບາດເຈັບ ແລະ ເຈັບປ່ວຍ ກຳລັງປີ່ນປົວເບີ່ງແຍງສຸຂະພາບຢູ່ໂຮງໝໍສູນກາງ 103 ກອງທັບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ສະແດງຄວາມເປັນຫ່ວງເປັນໃຍຕໍ່ກັບພະນັກງານ-ນັກຮົບ ທີ່ກຳລັງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ເຂດຫ່າງໄກສອກຫຼີ້ກທຸລະກັນດານດ້ວຍຄວາມອົງອາດກ້າຫານ ແລະ ຜ່ານຜ່ານອຸປະສັກຫຍຸ້ງຍາກນນາໆ ປະການ ເພື່ອຄວາມສະຫງົບສຸກຂອງປະເທດຊາດ ກໍຄືຂອງປະຊາຊົນລາວບັນດາເຜົ່າ. ພ້ອມນີ້, ສະຫາຍຍັງໄດ້ຝາກຄວາມຢື່ຢາມຖາມຂ່າວເຖີງພະນັກງານ-ນັກຮົບ ທຸກສະຫາຍທີ່ກຳລັງປະຕິບັດໜ້າທີ່ ເພື່ອປົກປັກຮັກສາເຂດນໍ້າແດນດິນຂອງປະເທດຊາດ ຈົ່ງມີສະຕິລະວັງຕົວໃຫ້ສູງໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບຢູ່ຂອບເຂດບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ ແລະ ອວຍພອນໃຫ້ພະນັກງານນັກຮົບທີ່ກຳລັງປິ່ນປົວໃຫ້ສະຫາຍດີກັບມາມີສຸຂະພາບແຂງແຮງເພື່ອ ພ້ອມກັນສືບຕໍ່ເຮັດໜ້າທີ່-ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.