ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາ ຢູ່ສຸສານ ສະຫາຍ ພົນເອກ ຫວໍ້ຫງວຽນຢາບ

ໃນຕອນເຊົ້າວັນທີ 28 ເມສາ 2025, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ຢູ່ສຸສານ ສະຫາຍ ພົນເອກ ຫວໍ້ຫງວຽນຢາບ ທີ່ເມືອງກວາງແຈັກ ແຂວງກວາງບິງ ສສ ຫວຽດນາມ ເນື່ອງໃນໂອກາດເດີນທາງເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອ ເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ແລະ ຈະສືບຕໍ່ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ.

ການເຂົ້າວາງພວງມາລາ ຢູ່ສຸສານ ສະຫາຍ ພົນເອກ ຫວໍ້ຫງວຽນຢາບ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ ຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈເສຍສະຫຼະອັນສູງສົ່ງ, ຈາລຶກຊື່ສຽງ, ແບບຢ່າງອັນປະເສີດເລີດລໍ້າ ຂອງສະຫາຍ ພົນເອກ ຫວໍ້ຫງວຽນຢາບ ທີ່ໄດ້ປະກອບສ່ວນຜົນງານອັນໃຫຍ່ຫຼວງນໍາພາກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຕໍ່ສູ້ຕ້ານກັບສັດຕູຜູ້ຮຸກຮານດ້ວຍຄວາມພິລະອາດຫານ ບໍ່ຍອມຈໍານົນ ພາຍໄຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ເປັນຜູ້ນໍາພາ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍທ້ອນໂຮມປະເທດຊາດຫວຽດນາມ ເປັນໜຶ່ງດຽວ ແລະ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ, ໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ນັ້ນ ຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການຕໍ່ສູ້ປົດປ່ອຍຊາດ ຂອງກອງທັບ ແລະ ປະຊາຊົນລາວ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຜົນງານອັນຍິ່ງໃຫຍ່ ແລະ ຄຸນງາມຄວາມດີ ຂອງສະຫາຍ ພົນເອກ ຫວໍ້ຫງວຽນຢາບ ຈະຍັງຄົງຢູ່ໃນດວງໃຈ ຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຕະຫຼອດກາລະນານ.

ໂດຍ: ນາງ ວິໄລພອນ