ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກໍາມະບານກອງທັບຖືສໍາຄັນໃນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນກັບໜ້າທີ່ການເມືອງຂອງກົມກອງ.

ຫ້ອງການກໍາມະບານກອງທັບ ແມ່ນອົງການຈັດຕັ້ງມະຫາຊົນ ທີ່ເຮັດວຽກພາຄີເປັນເສນາທິການໃຫ້ແກ່ຄະນະພັກ ກະຊວງປ້ອງກັນປະເທດກໍຄືກົມໃຫຍ່ການເມືອງກອງທັບ, ຊຶ່ງມີຖານະທຽບເທົ່າກັບບັນດາກົມນ້ອຍທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ, ໄດ້ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ ຂອງຕົນຕາມການມອບໝາຍ ຂອງຄະນະພັກກະຊວງປ້ອງກັນປະເທດ. ປັດຈຸບັນກຳມະບານກອງທັບມີກຳມະບານ ຮາກຖານທັງໝົດ 12 ສະຫະພັນກໍາມະບານ, ມີ 20 ກໍາມະບານຮາກຖານເອກະລາດ ແລະ 58 ກໍາມະບານຮາກຖານທີ່ຂຶ້ນກັບສະຫະພັນກໍາມະບານຮາກຖານໃນກອງທັບ, ມີ ກຳມະກອນທັງໝົດ 4.519 ສະຫາຍ, ຍິງ 1.529 ສະຫາຍ, ມີສະມາຊິກກຳມະບານທັງໝົດ 3.372 ສະຫາຍ, ຍິງ 1.529 ສະຫາຍ, ຂະຫຍາຍໃໝ່ 567 ສະຫາຍ, ຍິງ 258 ສະຫາຍ, ພະນັກງານກໍາມະບານອາຊີບມີ 18 ສະຫາຍ, ຍິງ 08 ສະຫາຍ, ພະນັກງານກໍາມະບານເຄິ່ງອາຊີບມີ 263 ສະຫາຍ, ຍິງ 42 ສະຫາຍ, ສະມາຊິກພັກເຂົ້າຮ່ວມມີ 1.665 ສະຫາຍ, ສະຫະພັນແມ່ຍິງ 1529 ສະຫາຍ, ສະມາຊິກຊາວໜຸ່ມ 2040 ສະຫາຍ.

ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ກໍາມະການຄະນະບໍລິຫານງານສູນກາງກໍາມະບານລາວ, ຫົວໜ້າຫ້ອງການກໍາມະບານກອງທັບ ໄດ້ໃຫ້ຮູ້ວ່າ: ຫ້ອງການກໍາມະບານກອງທັບ ແລະ ອົງການຈັດຕັ້ງກໍາມະບານທຸກຂັ້ນ ໃນທົ່ວກອງທັບ ໄດ້ເປັນເຈົ້າການ ແລະ ຕັ້ງໜ້າປະຕິບັດບົດບາດຂອງຕົນເອງ ໃນການນໍາພາ ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃນກອງທັບ ໃນການສຶກສາອົບຮົມການເມືອງແນວຄິດ, ກໍ່ສ້າງຊົນຊັ້ນກຳມະກອນ, ສະມາຊິກກຳມະບານໃຫ້ມີສະຕິຊົນຊັ້ນ, ມີຄວາມຕື່ນຕົວທາງດ້ານການເມືອງ ແລະ ມີລະບຽບວິໄນ ກາຍເປັນກໍາລັງແຮງຂອງພັກ ແລະ ຂອງຊາດ. ເຊິ່ງຫ້ອງການກຳມະບານກອງທັບ ແລະ ກຳມະບານຮາກຖານ ໄດ້ຊຸກຍູ້ສະມາຊິກກຳມະບານຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກໍາມະບານລາວວາງອອກ ແລະ ຂະບວນການປະຕິບັດແຜນການຄາດໝາຍສູ້ຊົນຂອງກົມກອງໃຫ້ສໍາເລັດຕາມແຜນການຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ແລະ ການສ້າງນັກຮົບວັດທະນະທໍາ-ກົມກອງວັດທະນະທໍາ ປິ່ນອ້ອມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປຸກລະດົມສະມາຊິກຂອງຕົນປະຕິບັດສິດ ແລະ ພັນທະຂອງ ສະມາຊິກກຳມະບານ, ພັນທະຂອງພົນລະເມືອງລາວ ທີ່ໄດ້ກຳນົດໃນລັດຖະທຳມະນູນ ແລະ ກົດລະບຽບຂອງສະຫະພັນກໍາມະບານລາວ, ພະນັກກງານ, ສະມາຊິກກໍາມະບານໄດ້ເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນດ້ວຍຫຼາຍວິທີ, ເປັນຕົ້ນແມ່ນ ໄປຍົກລະດັບທິດສະດີການເມືອງການປົກຄອງ, ຍົກລະດັບວຽກງານວິຊາສະເພາະ, ສຶກສາຮໍ່າຮຽນຕໍ່ຊັ້ນສູງ. ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຕາມການມອບໝາຍຂອງການຈັດຕັ້ງ ຫຼື ຮຽນດ້ວຍທຶນຂອງຕົນເອງ, ນອກຈາກນີ້ກໍໄດ້ຊອກຮູ້ຮໍ່າຮຽນເອກະສານ, ນໍາໝູ່ເພື່ອນຮ່ວມງານຜູ້ທີ່ມີປະສົບການ ເພື່ອພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ທາງດ້ານທິດສະດີການເມືອງ, ວິຊາສະເພາະ ແລະ ການນໍາໃຊ້ເຕັກໂນໂລຊີທີທັນສະໄໝໃນປັດຈຸບັນ. ພ້ອມນັ້ນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການເຄື່ອນໄຫວປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ກຳມະກອນ ແລະ ຜູ້ອອກແຮງງານ, ຄຽງຄູ່ກັບການພັດທະນາສີມືແຮງງານ, ເຂົ້າຮ່ວມຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ກ່ຽວກັບການປັບປຸງກົດລະບຽບກົມກອງ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການອອກແຮງງານທີ່ພົວພັນເຖິງ ສິດ ແລະ ຜົນປະໂຫຍດ ຂອງກຳມະກອນ-ຜູ້ອອກແຮງງານ, ເອົາໃຈໃສ່ປະຕິບັດວຽກງານຕາມວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງສາມາດເຮັດສໍາເລັດໜ້າທີ່ການເມືອງຕາມການມອບໝາຍ

ຜ່ານການປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວປະຈຳປີ 2024 ຜ່ານມາ ສາມາດສະຫຼຸບໄດ້ ສະມາຊິກກຳມະບານ 5 ເປັນເຈົ້າຈຳນວນ 2.732 ສະຫາຍ, ຍິງ 876 ສະຫາຍ, ມີສະຫະພັນກຳມະບານ 5 ເປັນເຈົ້າ ຈຳນວນ 12 ສະຫະພັນ, ກຳມະບານຮາກຖານ 5 ເປັນເຈົ້າ 76 ກໍາມະບານຮາກຖານ, ພ້ອມດຽວກັນນີ້ພະນັກງານ ແລະ ສະມາຊິກກໍາມະບານຢູ່ແຕ່ລະຂັ້ນຍັງໄດ້ຮັບການຍ້ອງຍໍຈາກຄະນະພັກຂັ້ນເທິງຢ່າງສົມກຽດ. ການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າເປັນການປຸກລະດົມໃຫ້ພະນັກງານ, ສະມາຊິກກຳມະບານມີຄວາມຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃນທຸກດ້ານ, ເອົາໃຈໃສ່ປະຕິບັດໜຶ່ງທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ, ປະກອບສ່ວນເຂົ້າຮ່ວມເຄື່ອນໄຫວວຽກງານລວມ ຂອງພັກ-ລັດ ເປັນຢ່າງດີ, ທັງສ້າງໄດ້ພະນັກງານສະມາຊິກກຳມະບານໃຫ້ມີຄວາມຫ້າວຫັນ, ມີຜົນງານດີເດັ່ນ ສ້າງຄວາມເຊື່ອໝັ້ນໃຫ້ການຈັດຕັ້ງ ໃນການມອບໝາຍໜ້າທີ່, ຄວາມຮັບຜິດຊອບວຽກງານນັບມື້ສູງຂຶ້ນ.

ໂດຍ: ເຊໂປນ ມະໂນກຸນ