ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບກົດລັບ ຄົບຮອບ 70 ປີ.

ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບກົດລັບ ຄົບຮອບ 70 ປີ (12 ເມສາ 1955-12 ເມສາ 2025) ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ມີພະນັກງານປະຕິວັດອາວຸໂສບຳນານ, ບັນດາກົມກອງເຫຼົ່າຮົບ, ແຂກຖືກເຊີນ ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ຄຳເຫຼັກ ວົງດອນໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງເຫຼົ່າຮົບກົດລັບ ຕະຫຼອດໄລຍະ 70 ປີຜ່ານມາ, ເຫຼົ່າຮົບກົດລັບ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 12 ເມສາ 1955, ຢູ່ເຂດທີ່ໝັ້ນຂອງການປະຕິວັດ ເມືອງວຽງໄຊ ແຂວງຫົວພັນ. ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນ ເຫຼົ່າຮົບກົດລັບ ໄດ້ມີທີ່ຕັ້ງ, ພາລະບົດບາດອັນສໍາຄັນພິເສດ, ເຄື່ອນໄຫວປິດລັບ-ມິດງຽບ ແລະ ເປັນເສນາທິການໃນການຮັກສາຄວາມລັບ ໃຫ້ແກ່ທຸກການເຄື່ອນໄຫວ ຂອງການນໍາສູງສຸດຂອງພັກ-ລັດ ແລະ ກອງບັນຊາການທະຫານສູງສຸດ ດ້ວຍການນໍາໃຊ້ເຕັກນິກລະຫັດກົດລັບ, ຕີ-ແປຄໍາສັ່ງຕ່າງໆ ຂອງຂັ້ນເທິງ ທີ່ສົ່ງຜ່ານພາຫະນະສື່ສານ ໄປໃຫ້ຄະນະພັກ-ຄະນະບັນຊາເຂດ, ແຂວງ ແລະ ກົມກອງທະຫານໃນທົ່ວປະເທດ ເພື່ອຊີ້ນໍາບັນຊາກົມກອງເຄື່ອນໄຫວ, ສູ້ຮົບຕີສັດຕູ ມີຄວາມຮັບປະກັນປິດລັບເດັດຂາດ, ຖືກຈິງຄົບຖ້ວນ, ວ່ອງໄວທັນເວລາ ໃນທຸກສະພາວະການ, ສາມາດສະກັດກັ້ນ ແລະ ຕອບຕ້ານກົນອຸບາຍສືບຂ່າວ-ເຈາະລະຫັດຂອງສັດຕູ, ເຮັດໃຫ້ສັດຕູຕົກເຂົ້າໃນທ່າບັງເອີນ, ສ່ວນຝ່າຍເຮົາ ສາມາດຮັກສາທ່າເປັນເຈົ້າການ, ຫຼີກເວັ້ນການສູນເສຍທີ່ບໍ່ສາມາດຄາດເດົາໄດ້. ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກຳລັງຂອງເຫຼົ່າຮົບກົດລັບ ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງອົງອາດກ້າຫານ, ເຄື່ອນໄຫວຢ່າງປິດລັບ-ມິດງຽບ, ຮັບປະກັນປິດລັບ ບັນດາເອກະສານທີ່ເປັນມະຕິ-ຄໍາສັ່ງຊີ້ນຳບັນຊາການສູ້ຮົບ ແລະ ເຂົ້າຮ່ວມຫຼາຍບັ້ນຮົບ-ບັ້ນຕີ ທັງໃຫຍ່ ແລະ ນ້ອຍ, ສ້າງໄດ້ຜົນງານ, ວິລະກຳອັນພົ້ນເດັ່ນ ເຊິ່ງກາຍເປັນແບບຢ່າງ ແລະ ມູນເຊື້ອອັນດີງາມ ໃຫ້ແກ່ພະນັກງານ-ນັກຮົບ ເຫຼົ່າຮົບກົດລັບຮຸ່ນສືບທອດ, ປະກອບສ່ວນຍາດເອົາໄຊຊະນະ ໃນພາລະກິດປົດປ່ອຍປະເທດຊາດຢ່າງສົມບູນ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ເຫຼົ່າຮົບກົດລັບ ໄດ້ສືບຕໍ່ເສີມຂະຫຍາຍບົດບາດ ແລະ ມູນເຊື້ອອັນດີງາມຂອງຕົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນ ປະກອບສ່ວນຮັບໃຊ້ບັ້ນຮົບປົກປັກຮັກສາຊາຍແດນທາງທິດຕາເວັນຕົກ, ທັງບົນສະໜາມຮົບຕໍ່ສູ້ທາງການທະຫານ ແລະ ສະໜາມຮົບການຕໍ່ສູ້ທາງດ້ານການຕ່າງປະເທດ, ເຂົ້າຮ່ວມການເຄື່ອນໄຫວກວາດລ້າງພວກປຸ້ນ ແລະ ກຸ່ມຄົນບໍ່ດີ ປົກປັກຮັກສາເຂດນໍ້າແດນດິນ ແລະ ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ. ຍ້ອນຄວາມຈົງຮັກພັກດີ, ນໍ້າໃຈເສຍສະຫຼະອັນສູງສົ່ງ ຕໍ່ອຸດົມການປະຕິວັດຂອງພັກ ບວກກັບບັນດາຜົນງານການປະກອບສ່ວນ ຂອງພະນັກງານ-ນັກຮົບທົ່ວເຫຼົ່າຮົບກົດລັບ ຕະຫຼອດໄລຍະ 70 ປີຜ່ານມາ, ພັກ-ລັດຖະບານ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕົກລົງຍ້ອງຍໍສັນລະເສີນ ດ້ວຍຮູບການປະດັບຫຼຽນໄຊ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຄື: ບຸກຄົນໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ 1 ສະຫາຍ, ໄດ້ຮັບນາມມະຍົດເປັນນັກຮົບແຂ່ງຂັນ 8 ສະຫາຍ, ກົມກົດລັບ ໄດ້ຮັບຫຼຽນໄຊອິດສະຫຼະ ຊັ້ນ II ຈໍານວນ 7 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 3 ໜ່ວຍ ແລະ ໄດ້ຮັບຫຼຽນໄຊພິລະອາດຫານ ຊັ້ນ II ຈໍານວນ 3 ໜ່ວຍ. ນອກຈາກນີ້, ບັນດາກົມກອງເຫຼົ່າຮົບ ແລະ ພະນັກງານ-ນັກຮົບເຫຼົ່າຮົບວິຊາສະເພາະກົດລັບຫຼາຍສະຫາຍ ກໍໄດ້ຮັບການຍ້ອງຍໍຫຼາຍລະດັບ.

ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວເຫຼົ່າຮົບກົດລັບ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງ ເຂົ້າສູ່ພຶດຕິກຳຕົວຈິງ, ອອກແຮງປັບປຸງກໍ່ສ້າງກຳລັງ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ຕາມທິດກໍ່ສ້າງກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ, ຍົກລະດັບຄວາມສາມາດນໍາພາ-ບັນຊາໃນການກຽມພ້ອມສູ້ຮົບກ້າວສູ່ລະດັບສູງ, ຮັກສາແໜ້ນຄວາມປິດລັບ, ຄວາມປອດໄພຂໍ້ມູນຂ່າວສານໃນທຸກສະພາບການ, ບໍ່ໃຫ້ເກີດຊ່ອງຫວ່າງ, ຂາດຄວາມປອດໄພໃນວຽກງານຮັກສາຄວາມລັບ ຢ່າງເດັດຂາດ, ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີທີ່ມີຄວາມເຂັ້ມແຂງ, ທັນສະໄໝ, ວັດຖຸອຸປະກອນກົດລັບ ຕ້ອງຫັນເປັນທັນສະໄໝ ແລະ ຍົກສູງຄວາມສາມາດໃນການນໍາໃຊ້ເຕັກນິກກົດລັບ, ສືບຕໍ່ກໍ່ສ້າງຖັນແຖວພະນັກງານນໍາພາ, ພະນັກງານວິຊາການກົດລັບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເກັ່ງທາງດ້ານວິຊາການ, ມີໄຫວພິກໃນວິຊາສະເພາະກົດລັບ ແລະ ໄອທີ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາອະທິປະໄຕເທິງເຄືອຂ່າຍແຫ່ງຊາດ ຢ່າງເດັດຂາດ.

ໃນພິທີ ຍັງໄດ້ຮັບຊົມການສະແດງກ້ອນກໍາລັງສວນສະໜາມ ຂອງບັນດາກົມກອງເຫຼົ່າຮົບ ແລະ ຢ້ຽມຊົມການວາງສະແດງອຸປະກອນເຕັກນິກ ຂອງເຫຼົ່າຮົບກົດລັບ ຕື່ມອີກ.

ໂດຍ: ນາງ ໜູແດງ