ສະຫຼຸບຕີລາຄາການເຄື່ອນໄຫວວຽກງານການປັບປຸງລັດຖະທໍາມະນູນ ສະບັບປີ 2025

ໃນວັນທີ 26 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ. ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານການປັບປຸງລັດຖະທໍາມະນູນ ສະບັບປີ 2025, ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງ ປະທານສະພາແຫ່ງຊາດ, ຮອງປະທານ ຜູ້ປະຈຳການ ແລະ ຫົວໜ້າກອງເລຂາ ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແລະ ອະນຸກຳມະການຕ່າງໆ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປັບປຸງລັດຖະທຳມະນູນ ຂອງຄະນະກຳມະການລະດັບຊາດປັບປຸງລັດຖະທໍາມະນູນ ສະບັບປີ 2025, ພາຍຫຼັງ ມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ…













