ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງພັນໃຫຍ່ 661 ທາບທາມບຸກຄະລາກອນຜູ້ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດສະໄໝທີ VI ຮອບທີ I

ວັນທີ 22 ພຶດສະພາ 2025, ກອງພັນໃຫຍ່ 661 ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຜູ້ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດສະໄໝທີ VI ຮອບທີ I. ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ ຕາງໜ້າຈາກກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນາບັນຊາ, ບັນດາຄະນະພັກຮາກຖານ, ໜ່ວຍພັກ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ 661 ເຂົ້າຮ່ວມ.

ສະຫາຍ ພັນໂທ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດສະໄໝທີ VI ຮອບທີ I ຕ້ອງເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ-ສິນທຳປະຕິວັດ, ມີຄວາມຮູ້-ຄວາມສາມາດ, ກຳແໜ້ນທິດສະດີມາກ-ເລນິນ, ຮູ້ເຮັດວຽກງານພັກ-ພະນັກງານ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ໂປ່ງໃສຂາວສະອາດຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕຂອງພັກຢ່າງເຂັ້ມງວດ ແລະ ມີສຸຂະພາບແຂງແຮງດີ ສາມາດປະຕິບັດໜ້າທີ່ໄດ້ເປັນຢ່າງດີ.

ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມຫຼາຍບັນຫາທີ່ສຳຄັນ ເພື່ອເຮັດໃຫ້ການຄັດເລືອກບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດຄັ້ງນີ້ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກ ແລະ ສຳເລັດຕາມຈຸດປະສົງ-ຄາດໝາຍ ບັນດາສະຫາຍຄະນະພັກ-ຄະນະບັນຊາ ຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ເຂົ້າໃນການເລືອກເຟັ້ນ, ໄຈ້ແຍກ, ໃຫ້ລະອຽດຖີ່ຖ້ວນບຸກຄົນທີ່ຈະເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງນີ້ ຕ້ອງເບິ່ງທັດສະນະຄວາມຮູ້, ຄວາມສາມາດ ນໍາພາ-ບັນຊາ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຢຶດໝັ້ນອຸດົມການສັງຄົມນິຍົມ ແລະ ຖືກກັບໂຄງປະກອບການກໍ່ສ້າງພະນັກງານ 3 ຮຸ່ນ 3 ປະເພດ ທີ່ພັກ-ລັດໄດ້ກຳນົດໄວ້.

ຈາກນັ້ນ, ບັນດາສະຫາຍສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດເອົາບຸກລະກອນອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງປ້ອງກັນປະເທດສະໄໝທີ VI ຮອບທີ I ສຳເລັດຕາມຈຸດປະສົງ ຄາດໝາຍທີ່ວາງໄວ້.

ພາບ-ຂ່າວ ນົກ ບຸນມາເລີດ