ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 22 ພຶດສະພາ 2025, ຫ້ອງການຊາວໜຸ່ມກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ຫົວໜ້າຫ້ອງການຊາວໜຸ່ມກອງທັບ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ (ຜູ້ໃໝ່), ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະປະຈໍາພັກກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາກົມ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງຫ້ອງການຊາວໜຸ່ມກອງທັບເຂົ້າຮ່ວມ.

ສະຫາຍ ພັນເອກ ສຸດໃຈ ມະຫາວົງ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນຕະຫຼອດໄລຍະ 5 ປີ ຜ່ານມາ ຫ້ອງການຊາວໜຸ່ມກອງທັບ ແມ່ນຫົວໜ່ວຍການຈັດຕັ້ງໜຶ່ງທຽບເທົ່າກົມນ້ອຍ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ພາຍໃຕ້ການນໍາພາໂດຍກົງ ຮອບດ້ານຈາກຄະນະພັກກະຊວງປ້ອງກັນປະເທດ ແລະ ການຊີ້ນໍາ, ຄຸ້ມຄອງຈາກກົມໃຫຍ່ການເມືອງກອງທັບ, ຫ້ອງການຊາວໜຸ່ມກອງທັບ ປະກອບມີຄະນະຫ້ອງການ 3 ສະຫາຍ, ມີ 3 ພະແນກ, ຈໍານວນພົນ 20 ສະຫາຍ, ຍິງ 4 ສະຫາຍ, ມີ 1 ໜ່ວຍພັກ, ສະມາຊິກພັກສົມບູນ 14 ສະຫາຍ, ບໍ່ມີ ສະມາຊິກພັກສໍາຮອງ, ມີພາລະບົດບາດເປັນເສນາທິການດ້ານວຽກງານຊາວໜຸ່ມໃຫ້ຄະນະພັກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ, ການຈັດຕັ້ງຊາວໜຸ່ມຢູ່ກົມກອງຮາກຖານທີ່ມີສາຍຕັ້ງຂຶ້ນກັບຫ້ອງການຊາວໜຸ່ມໂດຍກົງມີ 24 ພະແນກ, 18 ຂະແໜງ ແລະ 1 ໜ່ວຍຊາວໜຸ່ມເອກະລາດ, ມີຈຳນວນສະມາຊິກຊາວໜຸ່ມທັງໝົດ 42,804 ສະຫາຍ, ຍິງ 7,971 ສະຫາຍ, ການນໍາພາ-ຊີ້ນໍາກົມກອງ ແລະ ຮາກຖານຊາວໜຸ່ມກອງທັບ ສາມາດສ້າງໄດ້ຜົນງານດັ່ງນີ້: ໜ່ວຍພັກຫ້ອງການຊາວໜຸ່ມກອງທັບ ສາມາດຮັກສາໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ສະໄໝຕິດຕໍ່ກັນ, ເປັນກົມກອງປອດໃສ, ປອດໄພ, ປອດຄະດີ ປະເພດ 1 ໄດ້ 12 ສະໄຫມຕິດຕໍ່ກັນ, ນໍາພາດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ສຳເລັດ ແລະ ນໍາພາຜູ້ແທນຊາວໜຸ່ມກອງທັບ ໄປຮ່ວມກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ສໍາເລັດຕາມລະດັບຄາດໝາຍ ແລະ ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຕ່າງໆຂອງຊາວໜຸ່ມແຕ່ລະຂັ້ນມີຜົນສໍາເລັດດີ, ຫ້ອງການຊາວໜຸ່ມ ໄດ້ຮັບຫຼຽນໄຊອິດສະຫຼະ ຈຳນວນ 1 ໜ່ວຍ, ຫຼຽນກາລະນຶກ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຈຳນວນ 1 ໜ່ວຍ, ພະນັກງານຫ້ອງການຊາວໜຸ່ມໄດ້ຮັບຫຼຽນໄຊອິດສະຫຼະ 13 ໜ່ວຍ, ຫຼຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ 15 ໜ່ວຍ, ໄດ້ຮັບຫຼຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຈຳນວນ 8 ໜ່ວຍ ໃຫ້ການນໍາກະຊວງປ້ອງກັນປະເທດ ແລະ ອະດີດການນໍາຫ້ອງການຊາວໜຸ່ມກອງທັບ ຈໍານວນ 8 ໜ່ວຍ ແລະ ໄດ້ຮັບຫຼຽນຊາວໜຸ່ມຕະລຸມບອນ ຈໍານວນ 66 ໜ່ວຍ ໃຫ້ການນໍາ ກະຊວງປ້ອງກັນປະເທດ, ອະດີດການນໍາຫ້ອງການຊາວໜຸ່ມກອງທັບ, ຄະນະຫ້ອງການຊາວໜຸ່ມ, ຄະນະພະແນກຂອງຫ້ອງການຊາວໜຸ່ມ ແລະ ບັນດາຫົວໜ້າພະແນກ, ຮອງພະແນກ, ຂະແໜງຊາວໜຸ່ມໃນກໍາລັງຫຼວງ.

ຈາກນັ້ນ, ໃນພິທີກໍໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ຢ່າງເປັນທາງການ ລະຫວ່າງ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ຫົວໜ້າຫ້ອງການຊາວໜຸ່ມກອງທັບ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ (ຜູ້ໃໝ່).

ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄຳເຫັນໂອ້ລົມ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍ ຫົວໜ້າຫ້ອງການຊາວໜຸ່ມກອງທັບ (ຜູ້ເກົ່າ) ທີ່ໄດ້ສຸມເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນວຽກງານຊີ້ນຳ-ນໍາພາ ຈົນເຮັດສໍາເລັດໜ້າທີ່ໃນໄລຍະຜ່ານມາ. ພ້ອມນີ້ ສະຫາຍ ຍັງໄດ້ຮຽກຮ້ອງມາຍັງສະຫາຍ ຫົວໜ້າຫ້ອງການຊາວໜຸ່ມກອງທັບ (ຜູ້ໃໝ່) ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດໝາຍຊາວໜຸ່ມ, ບັນດາຂໍ້ກຳນົດກົດລະບຽບຕ່າງໆ ເພື່ອສືບຕໍ່ນໍາພາກົມກອງຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີຜົນສໍາເລັດດີ, ສືບຕໍ່ຖືສໍາຄັນວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ສະມາຊິກພັກພາຍໃນກົມກອງ-ໜ່ວຍພັກໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ຖືກຕ້ອງເຂັ້ມງວດ ແລະ ມີຜົນສຳເລັດສູງ.

ຂ່າວ-ພາບ: ຄຳໄຕ ຈັນນະຄອນ