ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ

ວັນທີ 21 ພຶດສະພາ 2025, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ແລະ ມອບບັດສະມາຊິກພັກ ຊຸດທີ VI, ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າຫົວໜ່ວຍກົມກອງ ທີ່ຂຶ້ນກັບ ວປກ ຕະຫຼອດຮອດພະນັກງານ-ສະມາຊິກພັກເຂົ້າຮ່ວມ.

ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝືນເຮືອງ ກຳມະການຄະນະປະຈຳພັກ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ອີງຕາມ ກອງປະຊຸມຂອງກົມການເມືອງສູນກາງພັກ ກ່ຽວກັບການອະນຸມັດ ຍ້ອງຍໍຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ອີງຕາມ ໜັງສືສະເໜີ ຂອງຄະນະກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ, ຄະນະເລຂາທິການສູນກາງພັກ ຕົກລົງ: ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ປະຈໍາການ ກະຊວງປ້ອງກັນປະເທດ ຈໍານວນ 1,019 ສະຫາຍ, ຍິງ 56 ສະຫາຍ, ໃນນີ້ ມີສະມາຊິກພັກ ປະຈຳການຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈຳນວນ 36 ສະຫາຍ, ຍິງ 2 ສະຫາຍ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ແລະ ຜ່ານມະຕິຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງອອກບັດສະມາຊິກພັກສົມບູນ, ອີງຕາມ ໜັງສືສະເໜີຂອງ ຄະນະພັກວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ອີງຕາມ ການຄົ້ນຄວ້າເຫັນດີເປັນເອກະພາບຂອງຄະນະຊີ້ນຳ ອອກບັດ-ມອບບັດ ສະມາຊິກພັກຢູ່ຄະນະພັກ ກະຊວງປ້ອງກັນປະເທດ ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ: ຮັບຮອງການອອກບັດ-ມອບບັດ ສະມາຊິກພັກ ຊຸດທີ VI ໃຫ້ບັນດາສະຫາຍສະມາຊິກພັກສົມບູນ ຢູ່ຄະນະພັກວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈໍານວນ 219 ສະຫາຍ.

ໃຫ້ກຽດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບບັດສະມາຊິກພັກສົມບູນ ໃນຄັ້ງນີ້ ໂດຍແມ່ນສະຫາຍ ພົນຕີ ພັນແສງ ບຸນພັນ ຈາກນັ້ນ ສະຫາຍມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາພະນັກງານທີ່ໄດ້ຮັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ເຊິ່ງເປັນຫຼຽນກາລະນຶກທີ່ມີຄວາມໝາຍສໍາຄັນ, ເປັນຜົນງານອັນໃຫຍ່ຫຼວງ ທີ່ໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຜູ້ທີ່ໄດ້ຮັບບັດສະມາຊິກພັກສົມບູນ ເຊິ່ງມັນໄດ້ສະແດງໃຫ້ເຫັນເຖິງບັນດາຜົນງານອັນໂດດເດັ່ນຂອງບັນດາສະຫາຍ ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍຈົ່ງຍົກສູງຄວາມສາມາດນໍາພາ, ເພີ່ມທະວີຄວາມຮັບຜິດຊອບວຽກງານການເມືອງ ຂອງທຸກການຈັດຕັ້ງ ແລະ ສະມາຊິກພັກໃຫ້ສູງຂຶ້ນ, ບຸກບືນສູ້ຊົນເຮັດສຳເລັດໜ້າທີ່ວຽກງານ, ຕ້ອງເພີ່ມທະວີໃນທຸກຂົງເຂດວຽກງານທີ່ຕົນເອງຮັບຜິດຊອບ ນັບທັງການປົກປັກຮັກສາ ແລະ ສ້າງສາພັດທະນາ ເພື່ອນຳພາກົມກອງໃຫ້ມີຜົນສຳເລັດສູງ.

ຂ່າວ-ພາບ: ຄຳໄຕ ຈັນນະຄອນ