ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ຂ່າວພາບ

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງບັນດາກົມກອງເຂດພາກໃຕ້

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຄະນະນຳ, ພະນັກງານຫຼັກແຫຼ່ງບັນດາກົມກອງເຂດພາກໃຕ້ ຈັດຂຶ້ນໃນວັນທີ 6 ມິຖຸນາ 2025, ທີ່ກອງພົນທີ 5, ໂດຍມີ ສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5, ມີຄະນະພັກ – ຄະນະບັນຊາ ກອງພົນທີ 5, ກອງບັນຊາການທະຫານແຂວງຈຳປາສັກ , ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ , ໂຮງໝໍ106 , ໂຮງງານປະສານເຫຼົ່າພາກໃຕ້, ກອງພັນໃຫຍ່ 645, ກອງພັນໃຫຍ່ 611,…

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານສະຫຼຸບຖອດຖອນບົດຮຽນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ວັນທີ 5 ມິຖຸນາ 2025 , ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ປະລິນຍາເອກ ສອນທະນູ ແກ້ວໝື່ນເຮືອງ ຄະນະປະຈຳພັກ, ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກວິທະຍາຄານ, ຄະນະພັກ-ຄະນະບັນຊາ 39 ໜ່ວຍ ແລະ ສະມາຊິກພັກທົ່ວວິທະຍາຄານເຂົ້າຮ່ວມ. ສະຫາຍ ພັນໂທ…

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນ ວັນທີ 9 ມິຖຸນາ 2025.

ໂດຍປະຕິບັດຕາມມາດຕາ 60 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງ ປີ 2020ແລະ ປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ158/ຄປຈ, ລົງວັນທີ 26 /05/2025ວ່າດ້ວຍການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX.ປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ປະສານສົມທົບກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງໃນການກະກຽມເນື້ອໃນທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້. ມາເຖິງປັດຈຸບັນ ເຫັນວ່າການກະກຽມແມ່ນຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍແລ້ວ. ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດໃນການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 5 ມິຖຸນາ ວ່າ: ໃນນາມເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ…

3 ອົງການຈັດຕັ້ງມະຫາຊົນກອງທັບ ຈັດພິທີປູກຕົ້ນໄມ້.

3 ອົງການຈັດຕັ້ງມະຫາຊົນກອງທັບ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ໃນວັນທີ 4 ມິຖຸນາ 2025, ຢູ່ທີ່ເດີ່ນກິລາກົມໃຫຍ່ການເມືອງກອງທັບ ໂດຍການນໍາພາຂອງ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຫົວໜ້າຫ້ອງການກຳມະບານກອງທັບ, ມີບັນດາສະຫາຍຄະນະຫ້ອງການຊາວໜຸ່ມກອງທັບ, ຫ້ອງການສະຫະພັນແມ່ຍິງກອງທັບ ແລະ ຫ້ອງການກໍາມະບານກອງທັບ ແລະ ບັນດາສະຫາຍສະມາຊິກຊາວໜຸ່ມ – ສະມາຊິກສະຫະພັນແມ່ຍິງ – ສະມາຊິກກຳມະບານກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ຮອງຫົວໜ້າຫ້ອງການຊາວຫນຸ່ມກອງທັບ ໄດ້ກ່າວວ່າ: ຈຸດປະສົງຂອງການສ້າງຂະບວນການໃນຄັ້ງນີ້…

ກອງບັນຊາການທະຫານຊາຍແດນ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ

ວັນທີ 4 ມິຖຸນາ 2025 , ກອງບັນຊາການທະຫານຊາຍແດນ ໄດ້ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນແຂວງຊຽງຂວາງ ຄົບຮອບ 66 ປີ ( 18 ພຶດສະພາ 1959- 18 ພຶດສະພາ 2025 ) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ( 24 ພຶດສະພາ 1960- 24 ພຶດສະພາ 2025 ) ໂດຍການເປັນປະທານ ແລະ ປາຖະກະຖາ…

ຫ້ອງວ່າການກະຊວງປ້ອງກັນປະເທດ ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ I

ວັນທີ 3 ມິຖຸນາ 2025, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ l, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ, ລັດວິສາຫະກິດ ແລະ ສະມາຊິກພັກຫຼັກແຫຼ່ງທົ່ວຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈໍາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຢຶດໝັ້ນອຸດົມການສັງຄົມນິຍົມ, ກຳແໜ້ນທິດສະດີ ມາກ-ເລນິນ, ມີຄຸນສົມບັດ…

ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຮ່ວມມືກັນເພື່ອສົ່ງເສີມໂອກາດໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ.

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍຮ່ວມມືກັບລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນຊັ້ນປະຖົມສຶກສາ ທີ່ນະຄອນຫຼວງວຽງຈັນ ແລະ ທີ່ວິທະຍາໄລຄູ 3 ແຫ່ງ (ຫຼວງນໍ້າທາ, ຄັງໄຂ ແລະ ສະຫວັນນະເຂດ) ໃນວັນທີ 3-4 ມິຖຸນາ 2025, ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາກົມທີ່ກ່ຽວຂ້ອງ, 7 ພະແນກສຶກສາທິການ ແລະ ກິລາແຂວງ, 8 ວິທະຍາໄລຄູ, 3 ຫ້ອງການສຶກສາທິການ ແລະ…

ທາບທາມບຸກຄະລາກອນຜູ້ອອກສະໝັກຮັບເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ຢູ່ຄະນະພັກອົງການກົມ 213.

ວັນທີ 3 ມິຖຸນາ 2025, ກົມ 213 ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ກຳມະການຄະນະປະຈຳພັກກົມໃຫຍ່, ປະທານກວດກາກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກອົງການກົມ 213, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງ ທົ່ວອົງການກົມ 213 ເຂົ້າຮ່ວມ. ສະຫາຍ ພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ…

ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1 ຢູ່ກອງບັນຊາການທະຫານຊາຍແດນ

ວັນທີ 30 ພຶດສະພາ 2025 ກອງບັນຊາການທະຫານຊາຍແດນໄດ້ຈັດກອງປະຊຸມທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ Vl ຮອບທີ 1 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ກໍາມະການຄະນະປະຈໍາພັກກົມໃຫຍ່, ປະທານກວດກາພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີ ທະວີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ, ມີບັນດາສະຫາຍໜ່ວຍງານຈາກກະຊວງປ້ອງກັນປະເທດ, ຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ-ຄະນະບັນຊາພ້ອມດ້ວຍພະນັກງານຫຼັກແຫຼ່ງຢູ່ໃນທົ່ວກອງບັນຊາການທະຫານຊາຍແດນເຂົ້າຮ່ວມ. ສະຫາຍ ພັນໂທ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ຢຶດໝັ້ນອຸດົມການສັງຄົມນິຍົມ, ກຳແໜ້ນທິດສະດີມາກ-ເລນິນ,…

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ.

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມິຖຸນາ 1980-1 ມິຖຸນາ 2025) ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ໃນວັນທີ 30 ພຶດສະພາ 2025, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄຳເຫັນໂອ້ລົມເຊິ່ງສະຫາຍຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ຄຸນປະໂຫຍດຢ່າງຫຼວງຫຼາຍຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ,…

ໂຮງພິມກອງທັບຈັດພິທີປູກຕົ້ນໄມ້ຢູ່ໂຮງພິມກອງທັບຫຼັງໃໝ່

‎ ວັນທີ 30 ພຶດສະພາ 2025, ທີ່ໂຮງພິມກອງທັບ ຫຼັງໃໝ່ ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາດສະດາຈານ ປະລິນຍາເອກ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ຫົວໜ້າຫ້ອງການບໍລິຫານກົມໃຫຍ່ການເມືອງກອງທັບ, ອຳນວຍການໂຮງພິມກອງທັບ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວໂຮງພິມກອງທັບເຂົ້າຮ່ວມ. ‎ ໂອກາດນີ້, ສະຫາຍ ພົນໂທ ສາດສະດາຈານ ປະລິນຍາເອກ…

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສຳເລັດຊຸດບໍາລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ X

ວັນທີ 30 ພຶດສະພາ 2025, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສຳເລັດຊຸດບໍາລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ X ປະຈຳສົກຮຽນປີ 2024- 2025, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ກຳມະການຄະນະພັກ ຮັກສາການຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີບັນດາຄະນະພັກ-ຄະນະອຳນວຍການ, ກົມ, ຫ້ອງການ, ພະນັກງານ ຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສິງ ບຸນນີວົງ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານບົດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດແຜນການບຳລຸງວຽກງານການທະຫານທ້ອງຖິ່ນ ລະບົບ 3…

ວິທະຍາຄານການແພດກອງທັບ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025.

ວັນທີ 29 ພຶດສະພາ 2025, ວິທະຍາຄານການແພດກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍ ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຄະນະປະຈຳພັກ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາຄືນ ເຊິ່ງຕະຫຼອດໄລຍະຜ່ານມາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ…

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ 01 ມິຖຸນາ 2025

ເນື່ອງໃນໂອກາດວັນເດັກສາກົນ ວັນທີ 01 ມິຖຸນາ 2025 ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ກັບເດັກໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນດ້ວຍຫຼາຍຮູບການ. ການສະເຫຼີມສະຫຼອງວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ ສປປ ລາວ ພວກເຮົາ ຍັງໄດ້ກຳນົດວັນທີ 01 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ; ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ໃນນາມຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ,…

ສານທະຫານຂັ້ນສູງ ເຜີຍແຜ່ກົດໝາຍວ່າດ້ວຍສານທະຫານຢູ່ກອງພົນທີ 5

ວັນທີ 28 ພຶດສະພາ 2025, ຢູ່ກອງພົນທີ 5 ໄດ້ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍສານທະຫານ ( ສະບັບປັບປຸງປີ 2023 ) ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ສີງທອງ ຄຳປະສິດ ຮອງປະທານສານປະຊາຊົນສູງສຸດ ປະທານສານທະຫານຂັ້ນສູງ ພ້ອມຄະນະ ເຂົ້າຮ່ວມ ມີສະຫາຍ ພັນເອກ ຄຳກົດ ອິນສີນາ ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະພັກ – ຄະນະບັນຊາອົງການ 5 ຫ້ອງ, ກົມກອງ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ປະທານກໍໄດ້ກ່າວຈຸດປະສົງ ໂດຍປະຕິບັດຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳລວມ ແລະ…