ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພ້ອມກັນຮ່ວມແຮງ, ຮ່ວມໃຈ ເພື່ອສົ່ງກໍາລັງໃຈ ໃຫ້ນາຍ ແລະ ພົນທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ຂອບເຂດຊາຍແດນ.

ວັນທີ 16 ພຶດສະພາ 2025 ຫ້ອງການສະຫະພັນແມ່ຍິງກອງທັບ ຮ່ວມກັບ ສະມາຄົມຄຸນຄ່າລາວ ສ້າງຂະບວນການ ຮ່ວມແຮງ, ຮ່ວມໃຈ ພ້ອມກັນສົ່ງກໍາລັງໃຈໃຫ້ນາຍ ແລະ ພົນທະຫານທີ່ກໍາລັງປະຕິບັດໜ້າທີ່ຢູ່ຂອບເຂດຊາຍແດນ ນໍາພາໂດຍ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ແລະ ທ່ານ ນາງ ແກ້ວມະນີວອນ ຜາລີຂັນ ຮອງປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ, ປະທານສະມາຄົມຄຸນຄ່າລາວ ພ້ອມດ້ວຍເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງກອງທັບ ແລະ ສະມາຊິກແມ່ຍິງສະມາຄົມຄຸນຄ່າລາວເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໃຫ້ຮູ້ວ່າ ຈຸດປະສົງຂອງການສ້າງຂະບວນການໃນຄັ້ງນີ້ ກໍເພື່ອເປັນການປຸກລະດົມຊຸກຍູ້ນໍ້າໃຈເສຍສະຫຼະນໍ້າໃຈພິລະອາດຫານ ແລະ ການປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງຂອງນາຍ ແລະ ພົນທະຫານທີ່ປະຕິບັດໜ້າທີ່ຢູ່ເຂດຊາຍແດນ, ທີ່ໄດ້ເສຍສະຫຼະຄວາມສຸກສ່ວນຕົວເພື່ອສ່ວນລວມ ສະນັ້ນພວກເຮົາຜູ້ເປັນແມ່ ແລະ ເປັນການຈັດຕັ້ງ ພ້ອມແລ້ວທີ່ຈະສົ່ງກໍາລັງໃຈ, ປຸກລະດົມໃຫ້ບັນດານາຍແລະ ພົນທະຫານ ເຮັດສໍາເລັດໜ້າທີ່ເປັນຮົ້ວປ້ອງກັນຊາດ, ເປັນກໍາລັງທີ່ໜັກແໜ້ນເຂັ້ມແຂງສົມກັບປະຊາຊົນໄວ້ວາງໃຈ. ໂດຍຫ້ອງການສະຫະພັນແມ່ຍິງກອງທັບໄດ້ຮ່ວມກັບສະມາຄົມຄຸນຄ່າລາວ ຈັດຕັ້ງຂະບວນການປຸກລະດົມກໍາລັງໃຈ ຈາກຄະນະນໍາສະຫະພັນແມ່ຍິງ ແລະ ເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງຢູ່ໃນທົ່ວກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ເພື່ອເຕົ້າໂຮມເອົາເງິນ ແລະ ເຄື່ອງອຸປະໂພກ- ບໍລິໂພກ ມາຫ້າງຫາກະກຽມເຮັດອາຫານ ເປັນຕົ້ນແຈ່ວບອງປະເພດຕ່າງໆ ໃຊ້ໝາກເຜັດ 40 ກິໂລ, ໝູຟອຍ, ຊີ້ນແຫ້ງ, ຂົ້ວປາແກ້ວ ແລະ ກວນໝາກມ່ວງ. ເພື່ອສົ່ງໄປໃຫ້ນາຍ ແລະ ພົນທະຫານທີ່ປະຕິບັດໜ້າທີ່ຢູ່ຂອບເຂດຊາຍແດນ ໃນນີ້ ທ່ານ ນາງ ແກ້ວມະນີວອນ ຜາລີຂັນ ໄດ້ແບ່ງປັນນໍ້າໃຈລະດົມທຶນຮອນຊື້ເຄື່ອງບໍລິໂພກເປັນຕົ້ນປາກະປ໋ອງ,ໂອວັນຕິນ, ກາເຟ ແລະ ເງິນຈໍານວນ 17.800.000ກີບ ເພື່ອສົມທັບທຶນໃນການຫ້າງຫາກະກຽມຊື້ວັດຖຸດິບມາເຮັດອາຫານໃນຄັ້ງນີ້.

ຂ່າວ-ພາບ: ໄພນາລິນ.