ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

Category ຂ່າວພາບ

ການນໍາຂັ້ນສູງ ສປ ຈີນ ເຂົ້າໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ.

ໃນວັນທີ 3 ເມສາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຕ້ອນຮັບການນໍາຂັ້ນສູງຂອງ ສປ ຈີນ ມາຮ່ວມພິທີເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງນຳໂດຍສະຫາຍ ຫວາງອີ້ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດຈີນ ພ້ອມດ້ວຍຄະນະ ຈາກກະຊວງການຕ່າງປະເທດຈີນ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ໂດຍການຕ້ອນຮັບຂອງ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ…

ກອງພັນ 427 ກອງພົນທີ 5 ແຮກສ່ຽວກັບ ບ້ານບັງລຽງ ແລະ ບ້ານໝໍ້ພຸ

ໃນວັນທີ 27 ມີນາ 2025 ກອງພັນ 427 ກອງພົນທີ 5 ໄດ້ຈັດຕັ້ງພິທີແຮກສ່ຽວກັບ ບ້ານບັງລຽງ ແລະ ບ້ານໝໍ້ພຸ ເມືອງປະທຸມພອນ ແຂວງຈຳປາສັກ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ວຽງແກ້ວ ມະຫາໄຊ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງພົນທີ 5 ແລະ ທ່ານ ເດດນະຄອນ ຄອນສະຫວັນ ຄະນະປະຈຳພັກເມືອງປະທຸມພອນ ແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ , ອົງການ 5 ຫ້ອງ ພະແນການການ ແຂກເຊີນຈາກເມືອງ , ກົມກອງ , ອຳນາດການປົກຄອງບ້ານ…

ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ຊຸດທີ II

ວັນທີ 27 ມີນາ 2025, ກອງວິທະຍຸກະຈາຍສຽງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ຊຸດທີ II, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ສຸກຂີ ວົງພິມ ຮອງຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ, ໄດ້ເຜີຍແຜ່ບົດລາຍງານຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ, ຜ່ານຮ່າງມະຕິກອງປະຊຸມ ແລະ ບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ. ເຊິ່ງໃນກອງປະຊຸມໄດ້ຄົ້ນຄວ້າຕົກລົງຫຼາຍບັນຫາສໍາຄັນ ແລະ…

ກົມໃຫຍ່ເສນາທິການກອງທັບ ສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ດ້ວຍໝາກຜົນອັນຈົບງາມ.

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ ໄດ້ໄຂຂຶ້ນ ແລະ ສຳເລັດດ້ວຍໝາກຜົນອັນຈົບງາມ ໃນວັນທີ 28 ມີນາ 2025, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ແຂກຖືກເຊີນ, ຜູ້ແທນສະມາຊິກພັກສົມບູນ ຈາກຄະນະພັກຮາກຖານ ແລະ ໜ່ວຍພັກ ກົມກອງຮາກຖານທີ່ຂຶ້ນກັບເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນຕີ ສາຍໃຈ…