ມອບ-ຮັບ ໜ້າທີ່ລະຫວ່າງ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຜູ້ເກົ່າ ແລະ ຜູ້ໃໝ່



ພິທີ ມອບ-ຮັບ ໜ້າທີ່ລະຫວ່າງ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວປກ (ຜູ້ເກົ່າ) ພັກການຮັບເບ້ຍບໍານານ ແລະ ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮັກສາການຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຜູ້ໃໝ່ ຈັດຂຶ້ນໃນວັນທີ 22 ພຶດສະພາ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ. ມີຄະນະພັກ – ຄະນະບັນຊາ ວິທະຍາຄານ, ຄະນະນໍາຈາກບັນດາຫົວໜ່ວຍກົມກອງ ທົ່ວ ວປກ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ (ຜູ້ເກົ່າ) ກໍໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ນໍາພາ-ບັນຊາ ໃນຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນການປະຕິບັດວຽກງານພັກ-ວຽກງານການເມືອງ, ໃນການຄົ້ນຄວ້າເຜີຍແຜ່-ເຊື່ອມຊຶມແນວທາງນະໂຍບາຍ, ມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງພັກ, ຄາດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ ແລະ ການຄົ້ນຄວ້າວຽກງານວິທະຍາສາດການທະຫານ-ການເມືອງ, ການສອນ – ການຮຽນ, ວຽກງານພົວພັນຕ່າງປະເທດຜ່ານມາດ້ວຍຄວາມຮັບຜິດຊອບສູງ ແລະ ການປັບປຸງກໍ່ສ້າງກົມກອງ, ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງຕະຫຼອດມາ, ນັ້ນ ແມ່ນໝາກຜົນລວມຍອດດ້ານວຽກງານການເມືອງເປັນຫຼັກແຫຼ່ງ ຊີ້ນໍາ-ນໍາພາ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ສິດ, ໜ້າທີ່, ພາລະບົດບາດ ແລະ ວຽກງານຕ່າງໆທີ່ພົ້ນເດັ່ນ. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບ ໜ້າທີ່ລະຫວ່າງ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວປກ (ຜູ້ເກົ່າ) ແລະ (ຜູ້ໃໝ່) ຢ່າງເປັນທາງການ. ເພື່ອສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເຮັດໃຫ້ສໍາເລັດຕາມການມອບໝາຍ ແລະ ສືບຕໍ່ ຊີ້ນໍາ – ນໍາພາ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຕ່າງໆທີ່ຂັ້ນເທິງມອບໝາຍໃຫ້ບັນລຸຕາມຂາດໝາຍທີ່ຂັ້ນເທິງມອບໝາຍໃຫ້.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໜ້າທີ່ ຫົວໜ້າການທະຫານ (ຜູ້ເກົ່າ) ຍາດໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງຮັກສາການຫົວໜ້າການທະຫານ (ຜູ້ໃໝ່), ເອົາໃຈໃສ່ສືບຕໍ່ຊີ້ນໍາ-ນໍາພາ ວຽກງານໃຫ້ມີບາດກ້າວເຕີບໃຫຍ່ເຂັ້ມແຂງໜັກແໜ້ນ, ອຸດທິດເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືການປັບປຸງກໍ່ສ້າງກົມກອງໃຫ້ນັບມື້ເຂັ້ມແຂງທັນສະໄໝກ່າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ເຂັງພອນ ແກ້ວຄໍາລຽງ