ກອງປະຊຸມ ລາຍງານ ແລະ ຂໍທິດຊີ້ນໍາການກະກຽມດໍາເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX

ກອງປະຊຸມ ລາຍງານ ແລະ ຂໍທິດຊີ້ນໍາການກະກຽມດໍາເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX, ຈັດຂຶ້ນໃນວັນທີ 16 ມິຖຸນາ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຄະນະຊີ້ນໍາ, ຄະນະອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ລາຍງານໂດຍຫຍໍ້ຄວາມຄືບໜ້າ ກໍຄືການປະຕິບັດໜ້າວຽກ ຂອງບັນດາອະນຸກຳມະການ ກ່ຽວກັບຄວາມພ້ອມດ້ານເນື້ອໃນ, ແຜນງົບປະມານ, ວຽກງານການປ້ອງກັນ, ວຽກງານໂຄສະນາ-ສື່ສານມວນຊົນ ແລະ ວຽກງານຮັບປະກັນດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ບັ້ນດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.…













