ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ກຳມະບານກອງທັບ ກັບ ສະຫະພັນກຳມະບານແຂວງຫົວພັນ.

ວັນທີ 14 ພຶດສະພາ 2025, ຫ້ອງການກຳມະບານກອງທັບ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ກຳມະບານກອງທັບ ກັບ ສະຫະພັນກຳມະບານແຂວງຫົວພັນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງກຳມະບານກອງທັບ, ມີທ່ານ ນາງ ພວງທຳ ທຳມະທອງ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງກຳມະບານ, ປະທານສະຫະພັນກຳມະບານແຂວງຫົວພັນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານກ່ຽວກັບການເຄື່ອນໄຫວຊີ້ນຳ-ນຳພາໃນໄລຍະຜ່ານມາ.

ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາອົງການຈັດຕັ້ງກຳມະບານທົ່ວກອງທັບ ໄດ້ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ VIII ວາງອອກ ແລະ ໄດ້ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຢ່າງຕໍ່ເນື່ອງ, ດ້ວຍຫຼາຍຮູບການເປັນຕົ້ນໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ລະບຽບກົດໝາຍຕ່າງໆຂອງພັກ-ລັດ, ຂອງກອງທັບ ແລະ ຂອງສູນກາງສະຫະພັນກຳມະບານລາວ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນບຸນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ລົງຊຸກຍູ້ປຸກລະດົມຂະບວນການເຄື່ອນໄຫວຂອງກຳມະບານຮາຖານ. ພ້ອມນີ້ຍັງໄດ້ເຄື່ອນໄຫວປັບປຸງ ແລະ ຂະຫຍາຍອົງການຈັດຕັ້ງກຳມະບານໃນກອງທັບ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ສ້າງຕັ້ງ ພະແນກກຳມະບານທີ່ຂຶ້ນກັບຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ແລະ ກົມໃຫຍ່ເຕັກນິກກອງທັບ, ສ້າງຕັ້ງກຳມະບານຮາກຖານໃໝ່ໄດ້ 4 ກົມກອງຮາກຖານ, ປັດຈຸບັນກຳມະບານກອງທັບມີ 12 ສະຫະພັນກໍາມະບານ, 20 ກໍາມະບານຮາກຖານເອກະລາດ, 56 ກໍາມະບານຮາກຖານທີ່ຂຶ້ນກັບສະຫະພັນກໍາມະບານຮາກຖານໃນກອງທັບ, ໄລຍະຜ່ານມາໄດ້ເອົາໃຈໃສ່ບຳລຸງກໍ່ສ້າງພະນັກງານດ້ວຍການຍົກລະດັບ ທັງພາຍໃນ ແລະ ຕ່າງປະເທດ, ຄຽງຄູ່ກັນນັ້ນກຳມະບານກອງທັບໄດ້ຖືເອົາວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງກຳມະກອນ, ຜູ້ອອກແຮງງານ ເປັນບັນຫາສໍາຄັນເຊັ່ນ ໄດ້ເອົາໃຈໃສ່ຄົ້ນຄວ້າ, ປັບປຸງບັນດາເອກະສານ, ນິຕິກຳຕ່າງໆ ຢ່າງເປັນລະບົບຄົບຊຸດ ແລະ ຈັດຕັ້ງເຜີຍແຜ່, ພ້ອມກັນນັ້ນຍັງໄດ້ເຂົ້າຮ່ວມການຄົ້ນຄວ້າ, ປະກອບຄໍາຄິດເຫັນຕໍ່ການປະຕິບັດນະໂຍບາຍ ແລະ ນິຕິກຳຕ່າງໆ ເປັນຕົ້ນແມ່ນລະບຽບການອອກແຮງງານ, ການຮັກສາສິ່ງແວດລ້ອມ, ການປ້ອງກັນບໍ່ໃຫ້ເກີດພະຍາດອາຊີບ ແລະ ອຸປະຕິເຫດແຮງງານ, ພ້ອມທັງໄດ້ຈັດຕັ້ງເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການປຸກລະດົມ ການສ້າງກົມກອງໜ່ວຍພັກ, ປອດໃສ, ເຂັ້ມແຂງໜັກແໜ້ນ, ກອງປອດໃສ, ປອດໄພ, ປອດຄະດີ, ກອງວັດທະນະທຳ ແລະ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າທີ່ສູນກາງສະຫະພັນກໍາມະບານລາວວາງອອກຢ່າງເປັນຂະບວນການຟົດຟື້ນ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ສັງລວມແລ້ວພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ສິດຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບ ແລະ ສູນກາງສະຫະພັນກຳມະບານລາວ, ໃນໄລຍະຜ່ານມາ, ຄະນະນໍາ ກຳມະບານກະຊວງປ້ອງກັນປະເທດແຕ່ລະຂັ້ນໄດ້ເປັນໃຈກາງຫຼັກແຫຼ່ງການເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໜາຢູ່ອ້ອມຂ້າງກະຊວງປ້ອງກັນປະເທດ, ນໍາພາຈັດຕັ້ງຜັນຂະຫຍາຍບັນດາ ເນື້ອໃນມະຕິຂອງຄະນະພັກກະຊວງ, ຂອງສູນກາງສະຫະພັນກຳມະບານລາວ ໄດ້ຮັບໝາກຜົນຫຼາຍດ້ານ, ນັ້ນກໍຄືການປັບປຸງກໍ່ສ້າງອົງການຈັດຕັ້ງກຳມະບານກອງທັບ ນັບມື້ເຕີບໃຫຍ່ຂະຫຍາຍຕົວທາງ ດ້ານຈໍານວນ ແລະ ຄຸນນະພາບ ດ້ວຍຄວາມໜັກແໜ້ນເຂັ້ມແຂງ, ຖັນແຖວພະນັກງານ, ສະມາຊິກກຳມະບານ ແລະ ກຳມະກອນໃນທົ່ວກອງທັບ ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມເຊື່ອໝັ້ນອັນໜັກແໜ້ນຕໍ່ການນໍາພາຂອງພັກ, ຕໍ່ອະນາຄົດຂອງປະເທດຊາດ ຢ່າງສະເໝີຕົ້ນສະເໝີປາຍ, ສົມເປັນກໍາລັງແຮງໃນການເຕົ້າໂຮມຄວາມສາມັກຄີຢູ່ອ້ອມຂ້າງພັກ, ທາງດ້ານຊີວິດການເປັນຢູ່ ຜ່ານຂະບວນການເຄື່ອນໄຫວແຂ່ງຂັນດັ່ງກ່າວໃນແຕ່ລະປີໄດ້ມີບັນດາກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໄດ້ຮັບການຍ້ອງຍໍສັນລະເສີນປະເພດຕ່າງໆຈາກການຈັດຕັ້ງຂຶ້ນເທິງຢ່າງສົມກຽດ.

ຂ່າວ-ພາບ:ລິຕ້າ.