ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ (LKFA) ມອບຢາປົວພະຍາດໃຫ້ສະພາແຫ່ງຊາດ

ໃນວັນທີ 14 ພຶດສະພາ 2025 ທີ່ຫ້ອງຮັບແຂກ ສະພາແຫ່ງຊາດ (ສພຊ), ສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ (LKFA) ນຳໂດຍ ທ່ານ ຄຳສວຍ ແກ້ວດາລາວົງ ປະທານ LKFA ພ້ອມດ້ວຍຄະນະ ໄດ້ນຳເອົາຢາປົວພະຍາດຈຳນວນໜຶ່ງ ມູນຄ່າ 6,000 ໂດລາສະຫະລັດ ທີ່ໄດ້ມາຈາກການຊ່ວຍເຫຼືອ ຂອງສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ (KLFA) ມອບໃຫ້ແກ່ ສະພາແຫ່ງຊາດ ແລະ ກ່າວຮັບໂດຍທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ກໍາມະການຄະນະປະຈໍາ ສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.

ການມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ສະພາແຫ່ງຊາດ ຄັ້ງນີ້ ແມ່ນເປັນຄັ້ງທີ 2, ຊຶ່ງຄັ້ງທໍາອິດ ໄດ້ຈັດຂຶ້ນໃນຕົ້ນເດືອນ ເມສາ 2023 ປະກອບ ມີປະເພດຢາປົວພະຍາດຜິວໜັງ ລວມທັງໝົດມີ 54 ແກັດ ມູນຄ່າລວມ 240 ລ້ານກີບ ຫຼື 14.112 ໂດລາສະຫະລັດ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 08 ພຶດສະພາ 2025, ຜ່ານມາທາງ LKFA ນຳໂດຍທ່ານປະທານ ຄຳສວຍ ແກ້ວດາລາວົງ ພ້ອມຄະນະ ກໍໄດ້ນຳເອົາຢາປິ່ນປົວພະຍາດ ຈຳນວນ 5 ແກັດ ລວມມູນຄ່າ 8.560 ໂດລາສະຫະລັດ ໄປມອບໃຫ້ແກ່ໂຮງໝໍແມ່ ແລະ ເດັກເກີດໃໝ່ (ໂຮງໝໍສູນກາງ) ທີ່ບ້ານໜອງພະຍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການກ່າວຮັບຂອງ ທ່ານ ດຣ ບຸນຊູ ອິນທະປັດຖາ ຮອງຜູ້ອຳນວຍການໂຮງໝໍດັ່ງກ່າວ ໂດຍຊ່ອງໜ້າຄະນະບໍລິຫານງານ LKFA ພ້ອມດ້ວຍຄະນະພະແນກບໍລິຫານ ແລະ ແຜນການ, ພະແນກບໍລິຫານການແພດ ຂອງໂຮງໝໍດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

#ຂ່າວ: ຣັດສະໝີ ດວງສັດຈະ.