ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງພົນທີ 5 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນນາຍທະຫານ.

ໃນວັນທີ 13 ພຶດສະພາ 2025 ກອງພົນທີ 5 ໄດ້ຈັດຕັ້ງພິທີປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳກົດ ອິນສີນາ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 5 ມີຄະນະພັກ – ຄະນະບັນຊາ ຈາກອົງການ, ກົມກອງ ພ້ອມດ້ວຍພະແນກການ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ສະຫາຍ ພັນໂທ ຄຳໄພ ຈັນທະອາສາ ຮອງຫົວໜ້າພະແນກພະນັກງານ ກອງພົນທີ 5 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 243/ກປທ ລົງວັນທີ 17 ເມສາ 2025. ອີງຕາມກົດໝາຍ ນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ພາກທີ II ໝວດທີ 3 ມາດຕາທີ 22 ແລະ ມາດຕາທີ 23 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ, ວ່າດ້ວຍການເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງພົນທີ 5 ກະຊວງປ້ອງກັນປະເທດຕົກລົງເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງພົນທີ 5 ຈຳນວນ 126 ສະຫາຍ,ໃນນີ້ໄດ້ເລື່ອນຊັ້ນພັນຕີ 40 ສະຫາຍ, ທຽບຊັ້ນພັນຕີ 18 ສະຫາຍ, ເລື່ອນຊັ້ນຮ້ອຍເອກ 50 ສະຫາຍ ,ທຽບຊັ້ນຮ້ອຍເອກ 18 ສະຫາຍ.

ສະຫາຍ ພັນເອກ ຄຳກົດ ອິນສີນາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ,ທຽບຊັ້ນໃໝ່ຍາດມາໄດ້ ໃນການປະຕິບັດໜ້າທີ່ວຽກງານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະທດຊາດ ກໍຄື ເຮັດສຳເລັດໜ້າທີ່ໆການຈັດຕັ້ງຂັ້ນເທີງມອບໝາຍໃຫ້ ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ເປັນປົກກະຕິ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດ ການເມືອງ ຄຸນສົມບັດ ສິນທຳປະຕິວັດ ຍົກສູງຄວາມຮູ້ ຄວາມສາມາດ ເຂົ້າໃນການຊີ້ນຳໆພາ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ໄປພ້ອມໆກັບການເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ເປັນປືກແຜ່, ສຶບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ມີປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນນີ້ ກອງພົນທີ 5 ຍັງໄດ້ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນໂທ ວຽງແກ້ວ ມະຫາໄຊ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງພົນທີ 5, ມີຄະນະພັກ – ຄະນະບັນຊາ ອົງການ, ກົມກອງ ພະແນກການ , ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ໃນນີ້ໄດ້ເລື່ອນຊັ້ນຮ້ອຍໂທ 47 ສະຫາຍ, ເລື່ອນທຽບ 11 ສະຫາຍ ,ເລື່ອນຊັ້ນຮ້ອຍຕີ 100 ສະຫາຍ.

ຂ່າວ:ແສງອາທິດ ສີດາໄລ